ທີ່ພິທີ, ມີອົງການຈັດຕັ້ງ, ວິສາຫະກິດ ແລະ ຜູ້ໃຈບຸນໃຈກູ້ສົນ 30 ແຫ່ງ ໄດ້ລົງທະບຽນບໍລິຈາກຈຳນວນເງິນກວ່າ 366 ຕື້ດົ່ງ (ກວ່າ 14 ລ້ານ USD) ເພື່ອຕອບສະໜອງເດືອນຈຸດສຸມ "ເພື່ອຄົນທຸກຍາກ" ປີ 2026.
ທ່ານນາງ ບຸ່ຍທິມິງຮວ່າຍ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ. (ພາບ: VNA)
ເດືອນຈຸດສຸມ "ເພື່ອຄົນທຸກຍາກ" ປີ 2026 ດ້ວຍຫົວຂໍ້ "ຄວາມມາຫາສາມັກຄີ - ແຜ່ກະຈາຍນ້ຳໃຈຂອງຊາດ, ນ້ຳໃຈພໍ່ແມ່ປປະຊາຊົນ" ໄດ້ຮັບການຜັນຂະຫຍາຍພ້ອມດຽວກັບໃນຂອບເຂດທົ່ວປະເທດ ແຕ່ວັນທີ 17 ຕຸລາ ຫາ 18 ພະຈິກ.
ທີ່ພິທີປຸກລະດົມເດືອນຈຸດສຸມ “ເພື່ອຄົນທຸກຍາກ” ປີ 2026 ທີ່ຈັດຂຶ້ນໃນຕອນຄ່ຳວັນທີ 17 ຕຸລາ, ທີ່ ຮ່າໂນ້ຍ, ທ່ານນາງ ບຸ່ຍທິມິງຮວ່າຍ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ເນັ້ນໜັກວ່າ ພັກ, ລັດ ຫວຽດນາມ ຍາມໃດກໍ່ເອົາໃຈໃສ່ເປັນພິເສດຕໍ່ການເບິ່ງແຍງດູແລຊີວິດຂອງປະຊາຊົນ, ຮັບປະກັນຄວາມກ້າວໜ້າ, ຄວາມຍຸຕິທຳໃນສັງຄົມ, ໂດຍສະເພາະແມ່ນສຳລັບຜູ້ທຸກຍາກ, ຜູ້ມີຄວາມສ່ຽງສູງ, ເພື່ອບໍ່ໃຫ້ໃຜຖືກປະໄວ້ຢູ່ທາງຫຼັງ.
ເພື່ອສືບຕໍ່ເສີມຂະຫຍາຍບັນດາຜົນສຳເລັດທີ່ບັນລຸໄດ້, ທ່ານນາງ ບຸຍທິມິງຮວ່າຍ ໄດ້ສະເໜີວ່າ:
“ເນື່ອງໃນໂອກາດເດືອນຈຸດສຸມ "ເພື່ອຄົນທຸກຍາກ" ປີ 2026, ໂດຍຕາງໜ້າໃຫ້ພັກ, ລັດ, ແນວໂຮມປະເທດຊາດ ຫວຽດນາມ, ຂ້າພະເຈົ້າຮຽກຮ້ອງໃຫ້ບັນດາອົງການ, ວິສາຫະກິດ, ຜູ້ໃຈບຸນໃຈກູ້ສົນ, ພໍ່ແມ່ປະຊາຊົນຊາວ ຫວຽດນາມ ທັງຢູ່ພາຍໃນ ແລະ ຕ່າງປະເທດສືບຕໍ່ຮັກສາມູນເຊື້ອຄວາມສາມັກຄີ, ອຸ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນ, ຜ່ານບັນດາວຽກງານແທດຈິງ, ພ້ອມກັບຮ່ວມແຮງຮ່ວມໃຈເບິ່ງແຍງດູແລ, ໜູນຊ່ວຍຜູ້ທຸກຍາກ ແລະ ຜູ້ປະສົບກັບຄວາມຫຍຸ້ງຍາກ.”
ທີ່ພິທີ, ມີອົງການຈັດຕັ້ງ, ວິສາຫະກິດ ແລະ ຜູ້ໃຈບຸນໃຈກູ້ສົນ 30 ແຫ່ງ ໄດ້ລົງທະບຽນບໍລິຈາກຈຳນວນເງິນກວ່າ 366 ຕື້ດົ່ງ (ກວ່າ 14 ລ້ານ USD) ເພື່ອຕອບສະໜອງເດືອນຈຸດສຸມ "ເພື່ອຄົນທຸກຍາກ" ປີ 2026.