• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວິຖີຊີວິດ ຂອງ ຄົນ ຫວຽດ

ດ່ານັ້ງ ແບ່ງປັນບົດຮຽນເຄື່ອນໄຫວຮູບແບບ “ປະຕູດຽວ” ກັບນະຄອນຫຼວງວຽງຈັນ

ຕອນເຊົ້າວັນທີ 26 ມັງກອນ, ທ່ານ ໂຮ່ກວາງບຶວ ຮອງປະທານຄະນະກໍາມະການປະຊາຊົນນະຄອນດ່ານັ້ງ ໄດ້ເປັນປະທານການຕ້ອນຮັບ ແລະເຮັດວຽກກັບຄະນະປະຕິບັດງານ ນະຄອນຫຼວງວຽງຈັນ ນໍາໂດຍ ທ່ານ ທະນົງໄຊ ຄຸດໄພທູນ ກໍາມະການສໍາຮອງສູນກາງພັກ, ຫົວໜ້າຫ້ອງການສົ່ງເສີມການລົງທຶນ ແລະຄຸ້ມຄອງເສດຖະກິດ ນະຄອນຫຼວງວຽງຈັນ.

 

ທ່ານ ໂຮ່ກວາງບຶວ ຮອງປະທານຄະນະກໍາມະການປະຊາຊົນນະຄອນດ່ານັ້ງ (ເບື້ອງຂວາ) ມອບຂອງຂວັນເປັນທີ່ລະນຶກໃຫ້ທ່ານ ທະນົງໄຊ ຄຸດໄພທູນ ທີ່ການເຮັດວຽກ. ພາບ: ຈ້ອງຮຸຍ.

ທີ່ການເຮັດວຽກ, ສອງຝ່າຍໄດ້ແລກປ່ຽນ, ແບ່ງປັນບົດຮຽນປະສົບການໃນວຽກງານການຈັດຕັ້ງ ແລະເຄື່ອນໄຫວຂອງສູນຮັບໃຊ້ການບໍລິຫານສາທາລະນະແກ້ໄຂລະບຽບການບໍລິຫານຜ່ານກົນໄກ “ປະຕູດຽວ”. ແຈ້ງໃຫ້ຊາບທີ່ການຕ້ອນຮັບ, ທ່ານ ໂຮ່ກວາງບຶວ ໃຫ້ຮູ້ວ່າ ແຕ່ວັນທີ 1 ກໍລະກົດ 2025, ນະຄອນດ່ານັ້ງ ແລະແຂວງກວ໋າງນາມ ໄດ້ໂຮມເຂົ້າກັນເປັນນະຄອນດ່ານັ້ງໃໝ່ ເຊິ່ງໄດ້ເປີດພື້ນທີ່ພັດທະນາໃໝ່ດ້ວຍທ່າໄດ້ປຽບຫຼາຍຢ່າງ. ພິເສດ, ພ້ອມກັບບັນດາກົນໄກ, ນະໂຍບາຍພິເສດ ທີ່ສູນກາງ ໄດ້ປະກາດໃຊ້ຈະສ້າງແຮງຂັບເຄື່ອນອັນສໍາຄັນໃຫ້ແກ່ນະຄອນພັດທະນາໃນໄລຍະໃໝ່.

ຄະນະປະຕິບັດງານ ນະຄອນຫຼວງວຽງຈັນ ຢ້ຽມຊົມສູນຮັບໃຊ້ການບໍລິຫານສາທາລະນະ ນະຄອນດ່ານັ້ງ. ພາບ: ຈ້ອງຮຸຍ.

ນໍາສະເໜີກ່ຽວກັບຮູບແບບສູນຮັບໃຊ້ການບໍລິຫານສາທາລະນະນະຄອນ, ທ່ານ ເລຕື້ຢາແທ້ງ ຮອງຫົວໜ້າຫ້ອງວ່າການຄະນະກໍາມະການປະຊາຊົນ, ຫົວໜ້າສູນຮັບໃຊ້ການບໍລິຫານສາທາລະນະ ນະຄອນດ່ານັ້ງ ໃຫ້ຮູ້ວ່າ ທົ່ວນະຄອນ ມີ 1 ສູນຮັບໃຊ້ການບໍລິຫານສາທາລະນະນະຄອນ ຂຶ້ນກັບຫ້ອງວ່າການຄະນະກໍາມະການປະຊາຊົນ ແລະ 93 ສູນຮັບໃຊ້ການບໍລິຫານສາທາລະນະ ຂຶ້ນກັບຄະນະກໍາມະການປະຊາຊົນບັນດາຕາແສງ.

ຄະນະປະຕິບັດງານ ນະຄອນຫຼວງວຽງຈັນ ຢ້ຽມຊົມສູນຕິດຕາມ ແລະບໍລິຫານອັດສະລິຍະ ດ່ານັ້ງ (IOC). ພາບ: ຈ້ອງຮຸຍ.

ທີ່ການເຮັດວຽກ, ຜູ້ຕາງໜ້າສອງຝ່າຍໄດ້ແລກປ່ຽນ, ແບ່ງປັນບົດຮຽນຢ່າງລະອຽດກ່ຽວກັບການຈັດຕັ້ງ, ການເຄື່ອນໄຫວຂອງຮູບແບບສູນຮັບໃຊ້ການບໍລິຫານສາທາລະນະ ຂອງນະຄອນ. ກ່ອນໜ້ານັ້ນ, ຄະນະປະຕິບັດງານນະຄອນຫຼວງວຽງຈັນ ໄດ້ລົງຢ້ຽມຊົມທີ່ສູນຮັບໃຊ້ການບໍລິຫານສາທາລະນະ ນະຄອນ ແລະສູນຕິດຕາມ ແລະບໍລິຫານອັດສະລິຍະ ດ່ານັ້ງ (IOC).

(ແຫຼ່ງຄັດຈາກໜັງສືພິມກອງທັບປະຊາຊົນ)

ການຫຼິ້ນພື້ນເມືອງ ຂອງ ຊາວເຜົ່າ ໂລໂລຈ໊າຍ

ການຫຼິ້ນພື້ນເມືອງ ຂອງ ຊາວເຜົ່າ ໂລໂລຈ໊າຍ

ຕັ້ງຢູ່ທ່າມກາງ ທິວທັດທຳມະຊາດ ທີ່ໃຫຍ່ໂຕມະໂຫຖານ ຢູ່ ຈຸດເໜືອສຸດ ຂອງ ຫວຽດນາມ ທີ່ຂຶ້ນກັບແຂວງ ຕວຽນກວາງ, ບ້ານ ໂລໂລຈ໊າຍ ເຊິ່ງເປັນບ່ອນດຳລົງຊີວິດ ຂອງຊາວເຜົ່າ ໂລໂລ, ບໍ່ພຽງແຕ່ດຶງດູດ ນັກທ່ອງທ່ຽວ ດ້ວຍຄວາມງາມ ທ່ີມີ ສະເໜ່ ເທົ່ານັ້ນ, ແຕ່ຍັງ ເປັນບ່ອນຮັກສາ ບັນດາຈຸດພິເສດ ທາງດ້ານວັດທະນະທຳ ຮີດຄອງປະເພນີ ກັບບັນດາການ ຫຼິ້ນພື້ນເມືອງ ທີ່ມ່ວນຊື່ນ.

Top