• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄົ້ນພົບ

ດອກໄມ້ ຂອງ ຫີນ

“ດອກໄມ້ ຂອງ ຫີນ” ແມ່ນຫົວຂໍ້ ຂອງ ງານວາງສະແດງ ພາບ ຖ່າຍ ຂອງ ນັກສິລະປິນຖ່າຍຮູບ ເຈິ່ນກາວບ່າວລອງ ຊຶ່ງໄດ້ຈັດ ຂຶ້ນ ດ້ວຍ ຈຸດປະສົງ ສ້າງກອງທຶນ ສ້ອມແປງໂຮງຮຽນ, ຊ່ວຍ ເຫຼືອ ເດັກນ້ອຍ ຢູ່ເຂດພູສູງ. ບັນດາຜົນງານດັ່ງກ່າວ ໄດ້ພັນລະ ນາ ເຖິງຈຸດເວລາທ່ີແທ້ຈິງ ຂອງ ຄວາມງາມທ່ີເປັນເອກະລັກ ສະ ເພາະຂອງທໍາມະຊາດ ແລະ ກິດຈະການປະຈຳວັນ ຂອງ ເດັກ ນ້ອຍ ຢູ່ເຂດພູພຽງຫີນ ດົ່ງວັນ (ແຂວງ ຮ່າຢາງ).
ໃນຊ່ວງເວລາ 15 ປີ, ນັກສິລະປິນຖ່າຍຮູບ ເຈິ່ນກາວບ່າວລອງ ໄດ້ຂຶ້ນໄປຍັງເມືອງ ດ່ົງວັນ ກວ່າ 40 ຄັ້ງ, ພ້ອມກັນກິນຢູ່, ໃຊ້ຊີ ວິດ ຮ່ວມກັບ ພໍ່ແມ່ປະຊາຊົນຊາວເຜົ່າ ເຂດພູພຽງຫີນ. ດ້ວຍ ເຫດນັ້ນ ພາບຖ່າຍ 50 ແຜ່ນ ໃນງານວາງສະແດງ ຂອງ ທ່ານ ລອງ ຕ່າງກໍບັນທຶກໄວ້ ທັດສະນີຍະພາບ ທີ່ໃຫຍ່ໂຕມະໂຫຖານ ກັບ ສີຂຽວເຂັ້ມ ຂອງສາຍພູ ທີ່ໄດ້ຕົກແຕ່ງດ້ວຍສີບົວຂອງ ດອກ ຄາຍ ຫຼື ສີເຫຼືອງສົດໃສຂອງທົ່ງຜັກກາດ... ດ້ວຍຈຸດເດັ່ນແມ່ນ ຊີວິດປະຈຳວັນຂອງຜູ້ຄົນຢູ່ທີ່ນີ້ ໄດ້ພັນລະນາຢ່າງມີຊີວິດຊີວາ. ບັນດາ ໃບໜ້າເດັກນ້ອຍທີ່ມອມແມມ, ຜີວໜັງ, ສົບປາກແຕກ ແຫງ ຍ້ອນຫິມະຍາມໜາວ ຫຼື ຮອຍແປ້ວ ຍ້ອນຖືກໜາມ, ຫີນ ຂູດ ຊຶ່ງສ້າງຄວາມສະເທືອນໃຈ ຕໍ່ຜູ້ຊົມ. ແຕ່ສິ່ງທີ່ພົ້ນເດັ່ນ ແມ່ນ ຢູ່ເທິງບັນດາໃບໜ້າມອມແມມ ແຕກແຫງນັ້ນ ແມ່ນຮອຍຍິ້ມ ແລະ ແສງຕາທີ່ສົດໃສ ຂອງພວກເດັກນ້ອຍ ຜູ້ໄຮ້ດຽງສາ...


ນັກສິລະປິນຖ່າຍຮູບ ເຈິ່ນກາວບ່າວລອງ  ກ່າວໄຂງານວາງສະແດງ. 


ງານວາງສະແດງດຶງດູດໝູ່ມະຫາຊົນ ທີ່ມາຢ້ຽມຊົມເປັນຈຳນວນຫຼວງຫຼາຍ. 


 ງານວາງສະແດງກໍດຶງດູດຄວາມເອົາໃຈໃສ່ຂອງບັນດານັກທ່ອງທ່ຽວຕ່າງປະເທດ. 

ນັກສິລະປິນຖ່າຍຮູບ ເຈິ່ນກາວບ່າວລອງ ໃຫ້ຮູ້ວ່າ ບັນດາ ພາບ ຖ່າຍ ທີ່ນໍາມາວາງສະແດງໃນຄັ້ງນີ້ ຈະໄດ້ປະມູນຂາຍລາຄາ ແຕ່ 1-5 ລ້ານດົ່ງ, ຈຳນວນເງິນທີ່ໄດ້ ຈະນຳໃຊ້ ເພື່ອການສ້າງ ກອງທຶນ ຊ່ວຍກໍ່ສ້າງຫໍພັກ ໃຫ້ແກ່ນັກຮຽນ ມັດທະຍົມ ຕອນຕົ້ນ ກວ່າ 200 ຄົນ ຢູ່ ຕາແສງ ຫຼູງກູ໋ (ເມືອງ ດົ່ງວັນ, ແຂວງ ຮ່າຢາງ) ແລະ ປະກອບສ່ວນຊ່ວຍເຫຼືອອາຫານ ໃນຄາບເຂົ້າ ປະຈຳວັນ ໃຫ້ແກ່ເດັກນ້ອຍຜູ້ທຸກຍາກ ຢູ່ເຂດພູພຽງຫີນ ດົ່ງວັນ. ນັກສິລະປິນ ຖ່າຍຮູບ ເຈິ່ນກາວບ່າວລອງ ໄດ້ໄຂຄວາມ ໃນໃຈ ອອກມາວ່າ: “ບໍ່ກ້າເວົ້າຕົວເອງເປັນນັກການກຸສົນ ຫຼື ສ້າງ ກອງທຶນມູນນິທິ ໃດໆ, ຂ້າພະເຈົ້າມີພຽງຄວາມຫວັງ ໄດ້ປະກອບສ່ວນ ແບ່ງປັນຄວາມທຸກສຸກ ກັບພວກຫຼານ ນ້ອຍ ເທ່ົານັ້ນ”.  


ພາບຖ່າຍ: “ເຮືອນຢູ່ຢູ່ລຸ່ມນັ້ນ”.


ພາບຖ່າຍ  "ແອບຂຽນໜັງສື".


ພາບຖ່າຍ "ລະດູບານໃໝ່ຂອງແມ່".


ພາບຖ່າຍ: “ໝາກຫົວໃຈ”. 


ພາບຖ່າຍ: “ເດັກນ້ອຍຢູ່ ຫຼຸງຕ໋າວ”. 



ພາບຖ່າຍ: "ທ້າວນ້ອຍເປັນເຈົ້າຂອງ". 


ພາບຖ່າຍ: “ລະດູບານໃໝ່ຢູ່ເຂດພູສູງ”. 


ພາບຖ່າຍ: "ພັກກາດຫົວສຳລັບຄາບເຂົ້າເຊົ້າ".

ນັກສິລະປິນຖ່າຍຮູບ ເຈິ່ນກາວບ່າວລອງ ພ້ອມກັບ ໝູ່ເພື່ອນ ໄດ້ ເຂົ້າຮ່ວມງານວາງສະແດງພາບຖ່າຍເພື່ອການກຸສົນເຊັ່ນ: “ແສງສະຫວ່າງຈາກໃຈ”, “ຫວຽດນາມ-ພູຜາປ່າດົງ ແລະ ທະ ເລ”... ເພື່ອເປັນການປະກອບສ່ວນ ກໍ່ສ້າງໂຮງຮຽນ ຢູ່ແຂວງ ຮ່າຢາງ ຫຼື ຊ່ວຍຄົນເຈັບ ເດັກນ້ອຍ ທ່ີທຸກຍາກ. ເປັນເວລາ ກວ່າ 30 ປີ ຈັບກ້ອງຖ່າຍຮູບ, ນັກສິລະປິນ ຖ່າຍຮູບ ເຈິ່ນກາວບ່າວ ລອງ ໄດ້ປະສົບຜົນງານຫຼາຍຢ່າງ ທີ່ແນ່ນອນ ກ່ຽວກັບສິລະປະ ຖ່າຍຮູບ ດ້ວຍລາງວັນກວ່າ 100 ຫຼຽນກາ ແລະ ລາງວັນ ພາບຖ່າຍ ສິລະປະ ຢູ່ພາຍໃນ ແລະ ຕ່າງປະເທດ.
ປະຕິບັດ: ທົງຫາຍ

ວັງ ກ໋ຽນຈຸງ ທີ່ງົດງາມ

ວັງ ກ໋ຽນຈຸງ ທີ່ງົດງາມ

ພາຍຫຼັງ 70 ປີແຫ່ງການຄົງຕົວໃນ ຊາກສະຫຼັກຫັກພັງ, ໃນລະດູບານ ໃໝ່ ປີ 2024, ວັງ ກ໋ຽນຈູງ, ໜຶ່ງໃນ 5 ກິດຈະການ ສະຖາປັດຕະຍະ ກຳ ຂະໜາດໃຫຍ່ ທີ່ຕັ້ງ ຢູ່ເທິງແກນ ຊິນໂຕ (Shinto) ໃນ ຕື໊ເກີ໋ມ ແທ່ງ (ພາຍໃນ ວັງຕ້ອງຫ້າມ) ເຫວ້ ໄດ້ ກັບຄືນມາ ວາດຊົງທີ່ໃຫຍ່ໂຕ ແລະ ສວຍງົດງາມ ຄືໃນສະໄໝກ່ອນ ເພື່ອສືບຕໍ່ເລົ່າເລື່ອງທີ່ໜ້າສົນ ໃຈ ກ່ຽວກັບຊີວິດຢູ່ ວັງໃນ ສະໄໝ ລາຊະວົງ ຫງວຽນ ແລະ ບັນດາ ເຫດການ ທີ່ເປັນຂີດໝາຍ ປະຫວັດສາດ ຂອງປະເທດ.

Top