ໃນສະພາບການໂລກທີ່ມີການຜັນແປສັບສົນ, ສະຫຼັບຊັບຊ້ອນກັບກາລະໂອກາດ ແລະ ສິ່ງທ້າທາຍນັ້ນ, ຫວຽດນາມ ພ້ອມແລ້ວທີ່ຈະກ້າວເຂົ້າສູ່ສັງກາດໃໝ່ດ້ວຍຄວາມເປັນເຈົ້າການສູງໃນການເພີ່ມທະວີການພົວພັນຄູ່ຮ່ວມມືກັບບັນດາປະເທດ, ພິເສດແມ່ນບັນດາປະເທດອາຊີຕາເວັນອອກ, ໃນນັ້ນ ສິງກະໂປແມ່ນແບບຢ່າງ.
ທ່ານສາດສະດາຈານ ຫວູມິງເຄືອງ, ນັກຊ່ຽວຊານແຖວໜ້າກ່ຽວກັບ ຫວຽດນາມ ຂຶ້ນກັບມະຫາວິທະຍາໄລນະໂຍບາຍສາທາລະນະ ຫຼີກວາງຈູ (ພາບ: TTXVN)
ສິ່ງດັ່ງກ່າວໂດຍທ່ານສາດສະດາຈານ ຫວູມິງເຄືອງ, ນັກຊ່ຽວຊານແຖວໜ້າກ່ຽວກັບ ຫວຽດນາມ ຂຶ້ນກັບມະຫາວິທະຍາໄລນະໂຍບາຍສາທາລະນະ ຫຼີກວາງຈູ, ໄດ້ຢັ້ງຢືນໃນການໃຫ້ສຳພາດນັກຂ່າວສຳນັກຂ່າວສານ ຫວຽດນາມ ເນື່ອງໃນໂອກາດທ່ານເລຂາທິການໃຫຍ່ ໂຕເລິມ ເລີ່ມຕົ້ນການຢ້ຽມຢາມ ສິງກະໂປ ຢ່າງເປັນທາງການ. ທ່ານເນັ້ນໜັກວ່າ ທັງ ຫວຽດນາມ ແລະ ສິງກະໂປ ລ້ວນແຕ່ມີກຳລັງບົ່ມຊ້ອນອັນໃຫຍ່ຫຼວງເພື່ອນຳການພົວພັນລະຫວ່າງສອງຝ່າຍຂຶ້ນລະດັບສູງໃໝ່ໃນໄລຍະຈະມາເຖິງ.
ຕາມທ່ານສາດສະດາຈານ ຫວູມິງເຄືອງ ແລ້ວ, ເລື່ອງ ຫວຽດນາມ ຊຸກຍູ້ການພົວພັນກັບ ສິງກະໂປ ຢ່າງເລິກເຊິ່ງກວ່າ ແມ່ນຂີດໝາຍທີ່ສຳຄັນ, ສະແດງໃຫ້ເຫັນວິໄສທັດຍຸດທະສາດອັນເລິກເຊິ່ງຂອງ ຫວຽດນາມ ແລະ ສະແດງຄວາມຕັດສິນໃຈສູງຂອງຄະນະການນຳເພື່ອສາມາດສ້າງເປັນບັນດາບາດກ້າວຫັນປ່ຽນກ້າວກະໂດດຂັ້ນໃນໄລຍະຈະມາເຖິງ. ສິງກະໂປ ແລະ ຫວຽດນາມ ມີກຳລັງບົ່ມຊອ້ນຫຼາຍຢ່າງເພື່ອເພີ່ມທະວີການພົວພັນຍຸດທະສາດຮອບດ້ານ. ໃນສະພາບການໂລກທີ່ພວມຜັນແປຢ່າງສັບສົນ, ສາຍພົວພັນນັ້ນ ຍິ່ງມີຄວາມພິເສດກວ່າອີກ.
(ແຫຼ່ງຄັດຈາກ VOV)