• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຈາກມະຕິ ກ້າວໄປສູ່ການເຄື່ອນໄຫວຕົວຈິງ

ຍູ້ໄວບັນດາກິດຈະກຳຈຸດສຸມລະດັບຊາດ: ກຸນແຈເພື່ອການເຕີບໂຕ

ນັບແຕ່ຊຸມເດືອນຕົ້ນປີໃໝ່, ສານບໍລິຫານໄດ້ເຜີຍອອກຢ່າງຈະແຈ້ງ: ບັນດາກິດຈະກຳຈຸດສຸມລະດັບຊາດຕ້ອງໄດ້ຮັບການຍູ້ໄວຄວາມຄືບໜ້າດ້ວຍຈິດໃຈເດັດດຽວ, ລະອຽດ ແລະ ມີຄວາມຮັບຜິດຊອບເຖິງກົກເຖິງປາຍ.
(ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ, ກ່າວຄຳເຫັນທີ່ວາລະປະຊຸມຄັ້ງທີ 7)

ນັບແຕ່ຊຸມເດືອນຕົ້ນປີ, ບັນຍາກາດຢູ່ບັນດາກິດຈະກຳໃຫຍ່ຈຸດສຸມລະດັບຊາດໄດ້ຫ້າວຫັນຂຶ້ນຕື່ມ. ພ້ອມກັນນັ້ນບັນດາກອງປະຊຸມ, ການຊີ້ນຳ, ການກວດກາ, ກະຕຸກຊຸກຍູ້ໂດຍກົງຢູ່ພື້ນທີ່ຕົວຈິງຂອງທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ, ຫົວໜ້າຄະນະຊີ້ນຳບັນດາກິດຈະກຳຈຸດສຸມ, ໂຄງການສຳຄັນລະດັບຊາດ, ໄດ້ສະແດງໃຫ້ເຫັນຄວາມຮຽກຮ້ອງຍູ້ໄວບັນດາກິດຈະກຳຈຸດສຸມລະດັບຊາດ ບໍ່ພຽງແຕ່ແມ່ນບັນຫາຄວາມຄືບໜ້າເທົ່ານັ້ນ, ຫາກຍັງແມ່ນມາດຕະການຍຸດທະສາດກ່ຽວກັບການເຕີບໂຕຂອງ ຫວຽດນາມ ໃນໄລຍະຈະມາເຖິງອີກດ້ວຍ.

ນັບແຕ່ຊຸມເດືອນຕົ້ນປີໃໝ່, ສານບໍລິຫານໄດ້ເຜີຍອອກຢ່າງຈະແຈ້ງ: ບັນດາກິດຈະກຳຈຸດສຸມລະດັບຊາດຕ້ອງໄດ້ຮັບການຍູ້ໄວຄວາມຄືບໜ້າດ້ວຍຈິດໃຈເດັດດຽວ, ລະອຽດ ແລະ ມີຄວາມຮັບຜິດຊອບເຖິງກົກເຖິງປາຍ. ນີ້ບໍ່ພຽງແຕ່ທາງດ້ານເຕັກນິກ ຫຼື ລະດັບຄວາມຄືບໜ້າໃນການກໍ່ສ້າງເທົ່ານັ້ນ, ຫາກຍັງແມ່ນຄຳສັ່ງໃນສະພາບພື້ນຖານເສດຖະກິດຕ້ອງມີກຳລັງໜູນການເຕີບໂຕຕື່ມອີກ.

ຈິດໃຈເດັດດຽວ

ທີ່ວາລະປະຊຸມຄັ້ງທີ 7 ຄະນະຊີ້ນຳບັນດາກິດຈະກຳຈຸດສຸມ, ໂຄງການສຳຄັນລະດັບຊາດໃນຂົງເຂດທາງລົດໄຟທີ່ໄດ້ຈັດຂຶ້ນໃນວັນທີ 03 ມີນາ, ຢູ່ ຮ່າໂນ້ຍ, ໄດ້ເຊື່ອມຕໍ່ທາງໄກກັບ 21 ແຂວງ, ນະຄອນ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ, ຫົວໜ້າຄະນະຊີ້ນຳໄດ້ເນັ້ນໜັກສານທີ່ວ່າ: ບໍ່ປະໃຫ້ຟຸມເຟືອຍໜຶ່ງມື້, ບໍ່ປະໃຫ້ຊັກຊ້າໜຶ່ງອາທິດ, ບໍ່ປະໃຫ້ພາດໂອກາດໃນໜຶ່ງເດືອນ, ບໍ່ປະໃຫ້ຖືກຕົກໃນທ່າຮັບໜຶ່ງປີ. ເດືອນຈ່ຽງ (ໄລ່ຕາມຈັນທະປະຕິທິນ) ຕ້ອງແມ່ນເດືອນເລີ່ມເຄື່ອນໄຫວ, ເພີ່ມຄວາມໄວ, ບຸກທະລຸ.

ກ່ອນໜ້ານັ້ນ, ເມື່ອໄປກວດກາໂດຍກົງບັນດາໂຄງການຂຶ້ນກັບເສັ້ນທາງບົກຄວາມໄວ້ສູງເໜືອ - ໃຕ້ທາງທິດຕາເວັນອອກ, ໄປຜ່ານ 4 ແຂວງ ກວາງງ້າຍ, ຢາລາຍ, ດັກລັກ, ແຄງຮວ່າ, ໃນວັນທີ 01 – 02 ມີນາ, ທ່ານນາຍົກລັດຖະມົນຕີສະເໜີວ່າ:

“ມານະພະຍາຍາມປະຕິບັດສຳເລັດໃນເດືອນ ມີນາ, ລະດົມກຳລັງທັງໝົດ, ເພີ່ມເຕີມທຸກກຳລັງ; ຊີ້ນຳໃຫ້ບັນດານັກລົງທຶນຮີບເຮັ່ງປັບປຸງລະບຽບການທີ່ກ່ຽວຂ້ອງໃຫ້ສຳເລັດ ແລະ ຈັດຕັ້ງຜັນຂະຫຍາຍການກໍ່ສ້າງໃຫ້ສຳເລັດ ເພື່ອນຳເສັ້ນທາງເຂົ້າໃຊ້ການຢ່າງຄົບຊຸດໃນປີນີ້. ສຳລັບລະລົບຕິດຕາມ, ບໍລິຫານຄົມມະນາຄົມ, ສະຖານີພັກຜ່ອນ… ຍູ້ແຮງຄວາມຄືບໜ້າໃນການຜັນຂະຫຍາຍການກໍ່ສ້າງ, ເພື່ອນຳເຂົ້າຂຸດຄົ້ນຢ່າງຄົບຊຸດພ້ອມກັບບັນດາໂຄງການເສັ້ນທາງຄວາມໄວສູງ”.

(ບັນດາກິດຈະກຳຈຸດສຸມລະດັບຊາດຕ້ອງໄດ້ຮັບການຍູ້ໄວຄວາມຄືບໜ້າດ້ວຍຈິດໃຈເດັດດຽວ)

ການເພີ່ມຄວາມໄວໃນການກໍ່ສ້າງບັນດາກິດຈະກຳຈຸດສຸມລະດັບຊາດນັບແຕ່ຕົ້ນປີ ໄດ້ຊ່ວຍນຳແຫຼ່ງທຶນເຂົ້າໃນການຈະລາຈອນໂດຍໄວ. ທ່ານ ຫງວຽນມາຍກວັນ, ຫົວໜ້າບັນຊາການຜູ້ຮັບເໝົາ ເຈື່ອງລອງ, ຢູ່ໂຄງການເສັ້ນທາງບົກຄວາມໄວສູງ ຕອນໄປຜ່ານ ກວາງງ້າຍ, ໃຫ້ຮູ້ວ່າ:

“ຜູ້ຮັບເໝົາໄດ້ຈັດການປະຕິບັດພ້ອມກັນຢູ່ 12 ເຂດທີ່ໄດ້ມີໜ້າພຽງ. ພວກຂ້າພະເຈົ້າຕັດສິນໃຈຍູ້ໄວຄວາມຄືບໜ້າເພື່ອສຳເລັດສັນຍາ ຕາມຄຳໝັ້ນສັນຍາກັບນັກລົງທຶນໃຫ້ໄດ້ປະມານ 65%. ຖ້າການບຸກເບີກໜ້າພຽງສະດວກ, ຄາດວ່າ ຜູ້ຮັບເໝົາສາມາດກໍ່ສ້າງສຳເລັດໃນປີນີ້ໄດ້”.

ເຖິງຢ່າງໃດກໍ່ຕາມ, ເພີ່ມລະດັບຄວາມໄວແຕ່ກໍ່ຕ້ອງເອົາໃຈໃສ່ເຖິງຄຸນນະພາບ. ໄປພ້ອມກັບການຍູ້ແຮງການກໍ່ສ້າງ, ບັນດາທ້ອງຖິ່ນກໍ່ຕ້ອງຮັດແໜ້ນມາດຕະຖານດ້ານເຕັກນິກ, ຈັດການປະມູນຢ່າງໂປ່ງໃສ, ນຳໃຊ້ເຕັກໂນໂລຢີເຂົ້າໃນການຄຸ້ມຄອງກິດຈະກຳ. ທ່ານ ໂດ້ວູບາວ, ຮອງຫົວໜ້າອຳນວຍການຄະນະຄຸ້ນຄອງໂຄງການລົງທຶນກໍ່ສ້າງບັນດາກິດຈະກຳຄົມມະນາຄົມແຂວງ ກວາງງ້າຍ, ຢືນຢັນວ່າ:

“ພວກຂ້າພະເຈົ້າໄດ້ປະຕິບັດບັນດາຂໍ້ກຳນົດກ່ຽວກັບການຄຸ້ມຄອງຄຸນນະພາບ, ຄວາມປອດໄພໃນການອອກແຮງງານຢ່າງເຂັ້ມງວດ. ທັດສະນະຂອງພວກຂ້າພະເຈົ້າແມ່ນ ບໍ່ສຸມໃສ່ຄວາມຄືບໜ້າດ້ວຍທຸກວິທີ, ຫາກຕ້ອງຮັບປະກັນຄຸນນະພາບຂອງກິດຈະກຳ ແລະປະສິດທິຜົນພາຍຫຼັງການລົງທຶນ ເພື່ອຫຼີກລຽງບໍ່ໃຫ້ຮົ່ວໄຫຼ ແລະ ຟຸມເຟືອຍ, ປະກອບສ່ວນເສີມຂະຫຍາຍແຫຼ່ງທຶນຂອງລັດຢ່າງສຸດຂີດ”.

ພື້ນຖານໂຄງລ່າງ - ກຳລັງໜູນເຕີບໂຕໃໝ່

ເລື່ອງເດັດດຽວຜັນຂະຫຍາຍບັນດາກິດຈະກຳພື້ນຖານໂຄງລ່າງຈຸດສຸມນັບແຕ່ໄຕມາດທີ 1 ໄດ້ສົ່ງສັນຍານກ່ຽວກັບລັດຖະບານແຫ່ງການກະທຳ, ບໍ່ລໍ້ຖ້າ. ທ່ານ ຫງວຽນຈິດຶກ, ຫົວໜ້າຫ້ອງວ່າການ, ໂຄສົກກະຊວງກໍ່ສ້າງ ຫວຽດນາມ, ຢືນຢັນວ່າ:

“ໃຫ້ບຸລິມະສິດແຫຼ່ງກຳລັງ, ຫຼີກລຽງການລົງທຶນແບບກະແຈກກະຈາຍເພື່ອລົງທຶນເຂົ້າບັນດາໂຄງການພື້ນຖານໂຄງລ່າງຈຸດສຸມມີຂອບຂະໜາດໃຫຍ່, ມີລັກສະນະເຊື່ອມຕໍ່ເຂດ; ສຸມໃສ່ປັບປຸງລະບອບລະບຽບການ, ນະໂຍບາຍໃຫ້ ສົມບູນແບບເພື່ອແກ້ໄຂບັນດາສິ່ງທີ່ຄົງຄ້າງ, ຕິດຄັດຢ່າງທັນການ ແລະ ມີປະສິດທິຜົນ. ບັນດາແຜນນະໂຍບາຍຂອງພັກ, ການຊີ້ນຳຂອງກົມການເມືອງ, ຄະນະເລຂາ ແລະ ການຊີ້ນຳຂອງສະພາແຫ່ງຊາດ, ລັດຖະບານ, ນາຍົກລັດຖະມົນຕີ ແມ່ນພື້ນຖານເພື່ອຈັດການປະຕິບັດ”.

ປັບປຸງ​ໂຄງ​ປະກອບ​ການ​ຊຸກຍູ້​ການ​ເຕີບ​ໂຕ​ໄປ​ສູ່​ທິດ​ທາງ​ທີ່​ທັນ​ສະ​ໄໝ, ສີຂຽວ, ​ແລະ​ຍືນ​ຍົງ.

ອາດເຫັນໄດ້ວ່າ ຄວາມຕັດສິນໃຈເພີ່ມລະດັບຄວາມໄວນັບແຕ່ຊຸມມື້ຕົ້ນປີໃໝ່ໄດ້ແຜ່ກະຈາຍຢູ່ບັນດາໂຄງການຈຸດສຸມໃນທົ່ວປະເທດ. ປີ 2026 ແມ່ນປີບານພັບເພື່ອໃຫ້ ຫວຽດນາມ ບໍ່ພຽງແຕ່ກໍ່ສ້າງບັນດາໂຄງການໃຫ້ສຳເລັດເທົ່ານັ້ນ, ຫາກຍັງສຳເລັດບາດກ້າວຫັນປ່ຽນດ້ານຄຸນນະພາບໃນການຄຸ້ມຄອງພັດທະນາ, ຢືນຢັນຄວາມຄາດຫວັງບືນຕົວຂຶ້ນຂອງ ຫວຽດນາມ ໃນສັງກາດໃໝ່.

(ແຫຼ່ງຄັດຈາກ VOV)

ຂີດໝາຍມະຕິ ເລກທີ 80 ໃນງານເທສະການ ຫວຽດນາມ

ຂີດໝາຍມະຕິ ເລກທີ 80 ໃນງານເທສະການ ຫວຽດນາມ

ມະຕິເລກທີ 80 ຂອງ ກົມການເມືອງ ກ່ຽວກັບການພັດທະນາ ວັດທະນະທຳ, ແມ່ນມະຕິທີ່ໄດ້ ແລະ ກຳລັງ ສ້າງພະລັງຊີວິດໃໝ່ ໃຫ້ແກ່ ບັນດາຄຸນຄ່າທາງ ວັດທະນະທຳ ມູນເຊື້ອ ຫວຽດນາມ ໃນບັນດາງານເທສະການ ສະຫຼອງປີໃໝ່ ປີ ມະເມຍ 2026.

Top