• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຈາກມະຕິ ກ້າວໄປສູ່ການເຄື່ອນໄຫວຕົວຈິງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຢ້ຽມ​ຢາມ​, ມອບ​ຂອງ​ຂວັນ​ປີ​ໃໝ່​ໃຫ​້​ແກ່​ຄອບ​ຄົວ​ທຸກ​ຍາກ, ຄອບ​ຄົວ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ກຳ​ມະ​ກອນ​ຜູ້​ອອກ​ແຮງ​ງານ​ຢູ່​ແຂວງ ແທັງ​ຮວ໊າ

ຕອນເຊົ້າວັນທີ 10 ກຸມພາ ຢູ່ຕາແສງ ເກີມແທກ, ແຂວງ ແທັງຮວ໊າ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງໂຄງການໂຮງຮຽນປະຖົມ ເກີມແທກ ແລະ ຢ້ຽມຢາມ, ມອບຂອງຂວັນປີໃໝ່ໃຫ້ແກ່ຄອບຄົວທຸກຍາກ, ຄອບຄົວປະສົບກັບຄວາມຫຍຸ້ງຍາກ, ກຳມະກອນຜູ້ອອກແຮງງານໃນບໍລິເວນແຂວງ ແທັງຮວ໊າ.

ເມື່ອກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ແຂວງ ແທັງຮວ໊າ ໃຫ້ບຸລິມະສິດແຫຼ່ງກຳລັງສຸມໃສ່ສ້າງໂຮງຮຽນສາມັນກິນນອນລະຫວ່າງຊັ້ນມັດທະຍົມຕອນຕົ້ນ ແລະ ປະຖົມ 06 ແຫ່ງ ທີ່ໄດ້ລົງມືກໍ່ສ້າງໃນປີ 2025, ໃຫ້ກໍ່ສ້າງສຳເລັດກ່ອນວັນທີ 31 ສິງຫາ 2026; ກະກຽມໜ້າພຽງເພື່ອເລີ່ມລົງມືກໍ່ສ້າງໂຮງຮຽນ 10 ແຫ່ງທີ່ຍັງເຫຼືອ. ທ່ານນາຍົກລັດຖະມົນຕີປາດຖະໜາວ່າ ບັນດາຄູອາຈານຍາມໃດກໍສຸດຈິດສຸມໃຈ, ຮັກສາຈິດໃຈຮັກອາຊີບ, ຮັກແພງນັກຮຽນ, ສ້າງແຫຼ່ງບັນດານໃຈໃຫ້ແກ່ພວກນ້ອງນັກຮຽນມານະພະຍາຍາມຮ່ຳຮຽນໃຫ້ເປັນຢ່າງດີທີ່ສຸດ, ຫຼໍ່ລ້ຽງຄວາມໄຝ່ຝັນ, ຄວາມຄາດຫວັງບືນຕົວຂຶ້ນ, ກໍ່ສ້າງບ້ານເກີດເມືອງນອນສວຍງາມ. ທ່ານກ່າວວ່າ:
“ຂ້າພະເຈົ້າສະເໜີໃຫ້ປະຕິບັດສຳເລັດກ່ອນວັນທີ 31 ສິງຫາ 2026 ເພື່ອໃຫ້ພວກນ້ອງນັກຮຽນສາມາດເຂົ້າຮ່ວມພິທີໄຂສົກຮຽນໃໝ່ຢູ່ໂຮງຮຽນຫຼັງໃໝ່ໃນວັນທີ 05 ກັນຍາ. ເຮັດແນວໃດເພື່ອກໍ່ສ້າງໄວ ແຕ່ຮັບປະກັນຂັ້ນຕອນ ແລະ ຂໍ້ກຳນົດ”.

ທ່ານຟ້າມມິງຈິງ ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງໂຄງການໂຮງຮຽນປະຖົມ ເກີມແທກ.
ທ່ານຟ້າມມິງຈິງ ແລະ ບັນດາຜູ້ແທນ ເຂົ້າຮ່ວມພິທີວາງສິລາລຶກກໍ່ສ້າງໂຄງການໂຮງຮຽນປະຖົມ ເກີມແທກ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ພິທີ
ທ່ານຟ້າມມິງຈິງ ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງໂຄງການໂຮງຮຽນປະຖົມ ເກີມແທກ.

(ແຫຼ່ງຄັດຈາກ VOV)

ເຕິນກາງ ໄຊງ່ອນ - ກຳລັງຊຸກຍູ້ ການພັດທະນາທ່າກຳປັ່ນ ແລະ logistics ຫວຽດນາມ

ເຕິນກາງ ໄຊງ່ອນ - ກຳລັງຊຸກຍູ້ ການພັດທະນາທ່າກຳປັ່ນ ແລະ logistics ຫວຽດນາມ

ໃນສະພາບຕ່ອງໂສ້ການສະໜອງທົ່ວໂລກ ມີການຜັນແປ ຢ່າງບໍ່ຢຸດຢັ້ງ, ບໍລິສັດໃຫຍ່ ເຕິນກາງ ໄຊງ່ອນ (Saigon Newport) ຍັງຄົງຮັກສາ ບົດບາດເປັນຜູ້ນຳໜ້າ ໃນຂົງເຂດ ທ່າກຳປັ່ນ ແລະ logistics ຢູ່ ຫວຽດນາມ. ດ້ວຍຍຸດທະສາດ ການລົງທຶນ ດ້ານເຕັກໂນໂລຊີ, ການສ້າງ ລະບົບນິເວດ logistics ແບບຄົບວົງຈອນ ແລະ ຊຸກຍູ້ ການຫັນເປັນ ດີຈີຕອນ, ວິສາຫະກິດດັ່ງກ່າວ ພວມປະກອບສ່ວນ ອັນສຳຄັນ ໃນການ ນຳເອົາ ສິນຄ້າ ຫວຽດນາມ ເຊື່ອມຕໍ່ ກັບຕະຫຼາດສາກົນ ຢ່າງມີປະສິດທິຜົນ ກວ່າເກົ່າ.

Top