ທີ່ການພົບປະ, 2 ຝ່າຍໄດ້ເຫັນດີເປັນເອກະພາບນຳກັນວ່າ, ໃນໄລຍະຈະມາເຖິງຈະສຸມໃສ່ປະຕິບັດອະນຸສັນຍາກ່ຽວກັບການຮ່ວມມືດ້ານປ້ອງກັນຊາດໄລຍະ 2025 – 2029 ແລະ ແຜນການຮ່ວມມືປີ 2025 ໃຫ້ມີປະສິດທິຜົນ
ທີ່ການພົບປະ (ພາບ: VOV-Vientiane)
ຕອນເຊົ້າວັນທີ 25 ເມສາ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ໄດ້ມີການພົບປະ 2 ຝ່າຍກັບທ່ານພົນໂທ ຄຳລຽງ ອຸທະໄກສອນ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ. ການພົບປະດຳເນີນໃນຂອບເຂດການຢ້ຽມຢາມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ.
ທີ່ການພົບປະ, 2 ຝ່າຍໄດ້ເຫັນດີເປັນເອກະພາບນຳກັນວ່າ, ໃນໄລຍະຈະມາເຖິງຈະສຸມໃສ່ປະຕິບັດອະນຸສັນຍາກ່ຽວກັບການຮ່ວມມືດ້ານປ້ອງກັນຊາດໄລຍະ 2025 – 2029 ແລະ ແຜນການຮ່ວມມືປີ 2025 ໃຫ້ມີປະສິດທິຜົນ, ຮອບດ້ານ. ຜັນຂະຫຍາຍຢ່າງຄົບຖ້ວນ, ມີປະສິດທິຜົນບັນດາເນື້ອໃນ, ຄື: ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ບັນດາກົນໄກຮ່ວມມື, ໂດຍສະເພາະແມ່ນການໂອ້ລົມເຈລະຈານະໂຍບາຍປ້ອງກັນຊາດ; ເພີ່ມທະວີການເຜີຍແຜ່ສຶກສາກ່ຽວກັບປະຫວັດສາດ, ຄວາມສຳຄັນຂອງສາຍພົວພັນສາມັກຄີແບບພິເສດ ຫວຽດນາມ - ລາວ; ເພີ່ມທະວີການຮ່ວມມືຫຼາຍຝ່າຍ; ຮັກສາກົນໄກພົບປະປະຈຳປີລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ - ລາວ - ກຳປູເຈຍ; ເພີ່ມທະວີການຮ່ວມມືຄຸ້ມຄອງ, ປົກປັກຮັກສາເຂດຊາຍແດນ...
(ແຫຼ່ງຄັດຈາກ VOV)