• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຊຽນ

ຍຸດທະສາດ Marketing ດ້ານການທ່ອງທ່ຽວ ASEAN

ໃນສະພາບການລະບາດໂຄວິດ-19, ການປ່ຽນແປງໃໝ່ ມີບົດ ບາດສຳຄັນ ໃນການພັດທະນາ ການທ່ອງທ່ຽວ, ບັນດາປະເທດ ສະມາຊິກ ASEAN ກຳລັງເປັນເຈົ້າການ ສ້າງຍຸດທະສາດ Marketing ແລະ ເພີ່ມທະວີໝູນການໃຊ້ເຕັກໂນໂລຊີ ແລະ ການປ່ຽນໃໝ່ ແນໃສ່ພັດທະນາ ການທ່ອງທ່ຽວ. ນັ້ນແມ່ນ ຂໍ້ມູນ ຂ່າວສານ ທີ່ນໍາສະເໜີ ໃນກອງປະຊຸມ ອົງການທ່ອງທ່ຽວ ແຫ່ງ ຊາດ ASEAN ຄັ້ງທີ 53 ຊຶ່ງໄດ້ ຖືກຈັດຂຶ້ນ ຕາມຮູບແບບ ທາງ ໄກ ເມື່ອຕົ້ນ ເດືອນກຸມພາ ຜ່ານມາ. 
ເປັນຕົ້ນແມ່ນກ່ຽວກັບ ການສ້າງເຄື່ອງໝາຍທ່ອງທ່ຽວ ອາຊີຕາ ເວັນອອກສ່ຽງໃຕ້ ໃຫ້ມີຄວາມດຶງດູດໃຈຍິ່ງຂຶ້ນ: ກຳນົດເປົ້າໝາຍ ເຄື່ອງໝາຍທ່ອງທ່ຽວ ເທິງຊ່ອງໂຄສະນາລວມ, ສ້າງວີດີໂອ ໂຄ ສະນາເຜີຍແຜ່... ສຸມໃສ່ໃນກຸ່ມຕະຫຼາດ ແລະ ເປົ້າໝາຍທີ່ ສອດ ຄ່ອງ: ມຸ່ງສູ່ບັນດາຕະຫຼາດໃຊ້ພາສາອັງກິດຄື:ສ ອາເມລິກາ, ສ ອິນເດຍ, ອັງກິດ ແລະ ອົດສະຕຣາລີ.  ພ້ອມກັນນັ້ນປະຕິບັດ ຢ່າງ ມີປະສິດທິຜົນຍິ່ງຂຶ້ນ ບັນດາການເຄື່ອນໄຫວ ຊຸກຍູ້ ໂຄສະ ນາ ເຜີຍແຜ່: ສ້າງຍຸດທະສາດ ສົ່ງເສີມໂຄສະນາ ຜ່ານເຄືອຄ່າຍ ອິນເຕີເນັດ, ສຸມໃສ່ໂຄສະນາໃນ Facebook, Instagram.  
ຫວຽດນາມ ເປັນປະເທດເຈົ້າພາບ ໃນການຮຽບຮຽງເອກະສານ ປະກາດ ASEAN ວ່າດ້ວຍທ່ອງທ່ຽວດີຈີຕອນ ໄດ້ບັນດາຜູ້ນຳ ASEAN ຮັບຮອງເອົາ ຢູ່ກອງປະຊຸມສຸດຍອດ ASEAN ຄັ້ງທີ 37 ເມື່ອວັນທີ 12 ພະຈິກ 2020. 
 

ຍຸດທະສາດ Marketing ໄລຍະໃໝ່ ໄດ້ດັດປັບ ໂດຍອີງໃສ່ການ ຄາດຄະເນທ່າອ່ຽງ ຫຼັງການລະບາດໂຄວິດ-19 ແລະ ຄວາມສາ ມາດ ດ້ານການເງິນ ຂອງ ASEAN. ໄດ້ພິຈາລະນາຍຸດທະສາດ ຜ່ານບັນດາຂັ້ນ, ກຸ່ມປະຕິບັດງານ, ຄະນະກຳມະການ ແກ່ງແຍ້ງ ດ້ານການທ່ອງທ່ຽວ ແລະ ອົງການທ່ອງທ່ຽວແຫ່ງຊາດ.


ທັດແທກອຸ່ນຫະພູມ ເພື່ອປ້ອງກັນ ແລະ ສະກັດກັ້ນການ ຕິດເຊື້ອພະຍາດ ໂຄວິດ-19 ໃຫ້ແກ່ປະຊາຊົນ ທີ່ນະຄອນຫຼວງ ພະນົມເປັນ, ກຳປູເຈຍ, ວັນທີ 9 ສິງຫາ 2020. ພາບ: ຊິນຮົວ/VNA

ຊາວໜຸ່ມບັນດາປະເທດ ASEAN ເຂົ້າຮ່ວມລາຍການພົບປະສັງສັນ ຊາວໜຸ່ມ ASEAN-ຈີນ ຢູ່ສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງ ຊຽມຣຽບ, ກຳປູເຈຍ ປີ 2016. ພາບ: ຟ້າມກຽນ/VNA


ປະຊາຊົນ ໄທ ຕ້ອນຮັບປີໃໝ່ 2021 ກັບສາກການສະແດງຍິງບັ້ງໄຟດອກທີ່ນາໆ ສີສັນ ຢູ່ນະຄອນຫຼວງ ບາງກອກ ວັນທີ 1 ມັງກອນ 2021. ພາບ: ຊິນຮົວ/VNA


ພ່ໍເຖົ້າ ຊານຕາຄອສ ຂີ່ຊ້າງ ເພື່ອແຈກຈ່າຍຜ້າອັດປາກ ໃຫ້ ປະຊາຊົນ ທີ່ແຂວງ Ayutthaya, ປະເທດໄທ, ວັນທີ 23 ທັນວາ 2020. ພາບ: AFP/VNA


ປະດັບປະດາ ຂຳ່ນັບຮັບຕ້ອນບຸນປີໃໝ່ປະຈຳຊາດ ປີສະຫຼູ ທີ່ ນະຄອນຫຼວງ Kuala Lumpur,  ມາເລເຊຍ. ພາບ: ຊິນຮົວ/VNA


ສີດຢາ ຂ້າເຊື້ອເພື່ອສະກັດກັ້ນ ການແຜ່ລະບາດໂຄວິດ-19 ທີ່ນະຄອນຫຼວງ Kuala Lumpur,  ມາເລເຊຍ, ວັນທີ 12 ກຸມພາ 2021. ພາບ: ຊິນຮົວ/VNA


ປະຊາຊົນໃສ່ຜ້າອັດປາກ ເພື່ອປ້ອງກັນ ແລະ ສະກັດກັ້ນ ການຕິດເຊື້ອພະຍາດ ໂຄວິດ-19 ທີ່ນະຄອນຫຼວງ Kuala Lumpur, ວັນທີ 11 ມັງກອນ 2021. ພາບ: ຊິນຮົວ/VNA


ໂຄມໄຟທີ່ເຕັມໄປດ້ວຍສີສັນ ໃນບັນຍາກາດຕ້ອນຮັບບຸນເຕັດ ທີ່ສູນການຄ້າ ຢູ່ Marina Bay, ສິງກະໂປ ວັນທີ 8 ກຸມພາ 2021. ພາບ: ຊິນຮົວ/VNA 


ບ້ານ ຟຽງ ບານ (ຕາແສງ ນ່າເຕົ໋າ, ນະຄອນ ດ້ຽນບຽນຝູ), ບ່ອນມີເນື້ອທີ່ ປູກຕົ້ນໝາກໝັ້ນ 20 ເຮັກຕາ-ໃຫຍ່ທີສຸດ ຂອງ ແຂວງ ດ້ຽນບຽນຝູ. ດອກໝາກໝັ້ນ ຢູ່ ນ່າເຕົ໋າ ເລີ່ມບານໃນລະຫວ່າງກາງເດືອນ ມັງກອນ ເຖິງໝົດເດືອນ ກຸມພາ ຊຶ່ງສ້າງຄວາມສວຍງາມທີ່ເພີດເພີນໃຈ, ກາຍເປັນຈຸດນັດໝາຍທີ່ນິຍົມມັກ ຂອງ ບັນດາຊາວໜຸ່ມໃນຊຸມມື້ປີໃໝ່. ພາບ: ຊວນຕີ/VNA


ນັກທ່ອງທ່ຽວຢ້ຽມຊົມເຂດປູກຕົ້ນໝາກນ້ຳເຕົ້ົ້າ ຂອງເຂດທ່ອງທ່ຽວ ເຈິ່ນບ໋າຈວດ, ເມືອງ ລາຍວຸງ ດ້ວຍເຮືອ. ພາບ: ຫງວຽນວັນຈີ໋/VNA

ຫວຽດນາມ ເປັນປະເທດເຈົ້າພາບໃນໂຄງການພັດທະນາ ຜະ ລິດຕະພັນທ່ອງທ່ຽວ ງານບຸນ, ໄດ້ອອກແບບ 14 ທົວທ່ອງທ່ຽວ ດ້ວຍຫົວຂໍ້ ງານບຸນ ເຊື່ອມຕໍ່ຈຸດທີ່ມາ ຂອງ ບັນດາປະເທດ ສະ ມາຊິກ ASEAN. ຄາດວ່າ ຫຼັງຈາກຮັບເອົາຄວາມຄິດເຫັນ ຈາກ ປະເທດຕ່າງໆ, ຜະລິດຕະພັນປຶ້ມ ແນະນຳ ວ່າດ້ວຍ ທົວທ່ອງ ທ່ຽວ ງານບຸນ ASEAN ຈະເຮັດໃຫ້ສົມບູນແບບ ແລະ ໂຄສະນາ ຢ່າງກວ້າງຂວາງ ເທິງໜ້າເວັບໄຊ ທາງການ ຂອງ ASEAN.

ທ່ອງທ່ຽວ ເປັນໜຶ່ງໃນບັນດາຂົງເຂດຮ່ວມມືທີ່ສຳຄັນໃນ ASEAN. ຍຸດທະສາດ ພັດທະນາການທ່ອງທ່ຽວ ASEAN 2016-2025 ກຳນົດວິໄສທັດເຖິງປີ 2025, ASEAN ຈະກາຍ ເປັນສະຖານທີ່ທ່ອງທ່ຽວ ຄຸນນະພາບສູງ, ນຳມາໃຫ້ນັກທ່ອງ ທ່ຽວ ບັນດາພຶດຕິກຳຕົວຈິງທີ່ອຸດົມຫຼາກຫຼາຍ ແລະ ເປັນເອກະ ລັກ; ພັດທະນາຕາມທິດໝັ້ນຄົງ, ມີຄວາມຮັບຜິດຊອບ, ຮອບ ດ້ານ, ດຸ່ນດ່ຽງ; ປະກອບສ່ວນຕໍ່ການພັດທະນາເສດຖະກິດ-ສັງ ຄົມ ຂອງ ປະຊາຊົນ ໃນທົ່ວພາກພື້ນ”. ເພື່ອຫັນ ວິໄສທັດນີ້ໃຫ້ ເປັນຈິງ, ຍຸດທະສາດ ໄດ້ວາງອອກ 2 ທິດໃຫຍ່ ຊຶ່ງລວມມີ: ຍົກ ສູງຄວາມສາມາດ ໃນການແກ່ງແຍ້ງ ແຂ່ງຂັນ ດ້ານການທ່ອງ ທ່ຽວ ASEAN ໃນຖານະເປັນຈຸດນັດໝາຍລວມ ແລະ ຮັບປະ ກັນ ການພັດທະນາ ທີ່ຍືນຍົງ ແລະ ຮອບດ້ານ, ພ້ອມກັບການ ກຳນົດທິດຊຸກຍູ້ ພັດທະນາແຮງງານ ອາຊີບ ດ້ານການທ່ອງທ່ຽວ.


ປີ 2019 ນັກທ່ອງທ່ຽວສາກົນ ມາຍັງພາກພື້ນ ASEAN ບັນລຸ ປະມານ 143,5 ລ້ານ ເທື່ອຄົນ, ກວມ 9,6% ຈຳນວນນັກທ່ອງທ່ຽວສາກົນທົ່ວໂລກ; ອັດຕາການເຕີບໂຕບັນລຸ 6,1%, ສູງກວ່າ ລະດັບການຈະເລີນເຕີບໂຕ ຂອງໂລກ (4%). ຍອດລາຍຮັບ ຈາກທ່ອງທ່ຽວສາກົນ ບັນລຸ 170,9 ຕື້ ໂດລາສະຫະລັດ, ເພີ່ມຂຶ້ນ 8,5% ເມື່ອທຽບກັບປີ 2017. ຕະຫຼາດທ່ອງທ່ຽວ ຂອງພາກພື້ນ ASEAN ແມ່ນນັກທ່ອງທ່ຽວພາຍໃນກຸ່ມ ແລະ ອາຊີຕາເວັນອອກສ່ຽງເໜືອເປັນຕົ້ນຕໍ.
ບົດ: VNP ສັງລວມ - ພາບ: VNA 

ຫັນເປັນ ດີຈີຕອນ ເພື່ອສ້າງປະຊາຄົມ ASEAN ແບບຍືນຍົງ

ຫັນເປັນ ດີຈີຕອນ ເພື່ອສ້າງປະຊາຄົມ ASEAN ແບບຍືນຍົງ

ໂດຍການຄວ້າໂອກາດ​ ໃນ​ຍຸກ ​ດີຈິີຕອນ​ ຈະ​ຊ່ວຍ​ໃຫ້​ສະມາຄົມ​ປະຊາ​ຊາດ​ອາຊີ​ຕາ​ເວັນ​ອອກສ່ຽງ​ໃຕ້ (ASEAN) ກາຍເປັນ​ຕົວ​ແບບ​ ໃນການ​ຫັນປ່ຽນ​ດ້ານ​ ດີຈີ​ຕອນ ​ລະດັບໂລກ. ການຫັນ ເປັນ ດີຈີຕອນ ຍັງເປັນ ຍຸດທະສາດ ມຸ່ງສູ່ການສ້າງປະຊາຄົມ ASEAN ແບບຍືນຍົງ, ມີຄວາມສະໜິດຕິດພັນ ທາງດ້ານການ ເມືອງ, ການເຊື່ອມໂຍງ ທາງດ້ານເສດຖະກິດ ແລະ ແບ່ງປັນ ຄວາມຮັບຜິດຊອບທາງສັງຄົມ ຮ່ວມກັນ, ຮັບ ປະກັນ ເປັນທີ່ຕັ້ງ ໃຈກາງ ຂອງ ອາຊີ ທີ່ຂະຫຍັນຂັນເຄື່ອນ.

Top