• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຊຽນ

ຊຸກຍູ້ ສາຍພົວພັນ ຄູ່ຮ່ວມມື ຍຸດທະສາດ ຫວຽດນາມ-ສິງກະໂປ ນັບມື້ນັບກວ້າງຂວາງ ເລິກເຊິ່ງ ແລະ ຕົວຈິງ

ໂດຍໄດ້ຮັບຄຳເຊີນຂອງ ທ່ານ ລັດຖະມົນຕີ ກະຊວງ ການຕ່າງ ປະເທດ ບຸ່ຍແທັງເຊີນ, ທ່ານ ລັດຖະມົນຕີ ກະຊວງການຕ່າງ ປະ ເທດສິງກະໂປ Vivian Balakrishnan ໄດ້ທໍາການ ຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມ ສົນທະນາ ນະໂຍບາຍ ຂັ້ນສູງ ເວທີປາໄສ ການຮ່ວມມື ອາຊີ-ເອີ ຣົບ (ASEM) ລະຫວ່າງວັນທີ 20-23 ມິຖຸນາ 2021.
ຫວຽດນາມ-ສິງກະໂປ ມຸ່ງສູ່ຂໍ້ຕົກລົງສອງຝ່າຍ ກ່ຽວກັບ ເສດຖະ ກິດ ດີຈີຕອນ
 
ຕອນເຊົ້າວັນທີ 21 ມິຖຸນາ ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີ ກະ ຊວງ ການຕ່າງປະເທດ ຫວຽດນາມ ໄດ້ທຳການພົບປະເຈລະຈາ ກັບ ທ່ານ Vivian Balakrishnan ລັດຖະມົນຕີການຕ່າງປະເທດ ສິງກະໂປ. ທ່ານ ລັດຖະມົນຕີ ທັງສອງໄດ້ຢືນຢັນບົດບາດ ອັນສຳ ຄັນ ຂອງ ສອງກະຊວງ ການຕ່າງປະເທດ ໃນການເຊື່ອມຕໍ່ ແລະ ຊຸກຍູ້ການຮ່ວມມື ລະຫວ່າງ ສອງປະເທດ ໃນຂົງເຂດຕ່າງໆ, ປະ ກອບສ່ວນ ນຳສາຍພົວພັນ ຄູ່ຮ່ວມມືຍຸດທະສາດ ຫວຽດນາມ-ສິງ ກະໂປ ໃຫ້ນັບມື້ນັບ ເລິກເຊິ່ງ, ຕົວຈິງ ແລະ ໄວ້ວາງໃຈ.

ສອງຝ່າຍໄດ້ເປັນເອກະສັນ ໃນການປະສານສົມທົບຢ່າງແໜ້ນ ແຟ້ນ ຊຸກຍູ້ ບັນດາການເຄື່ອນໄຫວ ແລກປ່ຽນຄະນະຜູ້ແທນຂັ້ນ ສູງ ແລະ ຂັ້ນຕ່າງໆ ກໍຄືຮັກສາໄວ້ ບັນດາກົນໄກການຮ່ວມມື ຕາມ ຮູບແບບການທາງໄກ ຫຼື ໂດຍກົງ; ໃນສະເພາະໜ້າ ຈັດຕັ້ງ ການ ທາບທາມ ດ້ານການເມືອງ ຂັ້ນຮອງລັດຖະມົນຕີການຕ່າງປະເທດ ຄັ້ງທີ 14 ໃນປີ 2021.

ທ່ານລັດຖະມົນຕີ  ທັງສອງໄດ້ເປັນເອກະສັນ ກ່ຽວກັບມາດຕະ ການ ລະອຽດຈຳນວນໜ່ຶງ ເພື່ອເພີ່ມທະວີການ ສົນທະນາ ແລະ ປຶກສາຟັງຄວາມຄິດເຫັນ ລະຫວ່າງ ສອງກະຊວງ ການຕ່າງ ປະ ເທດ, ໂດຍສະເພາະຢ່າງຍິ່ງ ແມ່ນບັນຫາ ຂອງ ພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ມຸ່ງສູ່ການຟື້ນຕົວ ແລະ ພັດທະນາ ແບບຍືນຍົງ ຫຼັງການແຜ່ ລະ ບາດ, ທ່ານລັດຖະມົນຕີທັງສອງ ຢືນຢັນວ່າ ຕ້ອງຜັນຂະຫຍາຍ ຢ່າງມີປະສິດທິຜົນ ສັນຍາເຊື່ອມຕໍ່ ເສດຖະກິດ ຫວຽດນາມ-ສິງ ກະໂປ; ຕ້ອງມີການຮ່ວມມືຢ່າງລະອຽດ ໃນບັນດາຂົງເຂດ ທີ່ສອງຝ່າຍ ມີຄວາມສາມາດບົ່ມຊ້ອນ ແລະ ທ່າແຮງເຊັ່ນ: logistics, ການຄ້າ ເອເລັກໂຕຣນິກ, ກະສິກຳເຕັກໂນໂລຊີສູງ, ອຸດສາຫະກຳ ປຸງແຕ່ງ ...; ພັດທະນາ ບັນດາ ເຂດອຸດສາຫະກຳ ຫວຽດນາມ-ສິງກະໂປ (VSIP) ຕາມຮູບແບບ ປ່ຽນແປງໃໝ່ ປະດິດສ້າງ ແລະ ເປັນມິດ ກັບສິ່ງແວດລ້ອມ.  


ຕອນບ່າຍວັນທີ 21 ມິຖຸນາ 2021, ທີ່ ຮ່າໂນ້ຍ, ທ່ານ ປະທານປະເທດ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Vivian Balakrishnan
ລັດຖະມົນຕີການຕ່າງປະເທດ ສິງກະໂປ ເນື່ອງໃນໂອກາດມາ ຢ້ຽມຢາມ ຫວຽດນາມຢ່າງເປັນທາງການ. ພາບ: ຖົ໋ງເຍິດ/VNA



ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ແລກປ່ຽນ ຂອງຂວັນທີ່ລະລຶກ ກັບທ່ານ Vivian Balakrishnan ລັດຖະມົນຕີ ການຕ່າງປະເທດ ສິງກະໂປ. ພາບ: ຖົ໋ງເຍິດ/VNA


ໃນຕອນບ່າຍວັນທີ 21 ມິຖຸນາ 2021, ທີ່ ສຳນັກງານ ລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມີງຈິ໋ງ ໄດ້ໃຫ້ການ ຕ້ອນຮັບ ທ່ານ Vivian Balakrishnan ລັດຖະມົນຕີ ການຕ່າງປະເທດ
ສິງກະໂປ ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມຢ່າງເປັນທາງການ. ພາບ: ເຢືອງຢາງ/VNA


ທ່ານນາຍົກລັດຖະມົນຕີ ຟ້າມມີງຈິ໋ງ ມອບຂອງຂວັນທີ່ລະລຶກ ໃຫ້ ທ່ານລັດຖະມົນຕີການຕ່າງປະເທດສິງກະໂປ Vivian Balakrishnan. ພາບ: ເຢືອງຢາງ/VNA


ຕອນເຊົ້າວັນທີ 22 ມິຖຸນາ 2021, ທີ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຟ້າມມີງຈິ໋ງ ໄດ້ໃຫ້ການຕ້ອນຮັບ ທ່ານ Vivian Balakrishnan ລັດຖະມົນຕີ ການຕ່າງປະເທດ ສິງກະໂປ ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ພາບ: ຫງວຽນດຽບ/VNA


ຕອນບ່າຍວັນທີ 22 ມິຖຸນາ 2021, ທີ່ ຮ່າໂນ້ຍ, ສະຫາຍ ເລຮ່ວາຍຈຸງ, ກຳມະການສູນກາງພັກ, ຫົວໜ້າຄະນະ ພົວພັນຕ່າງປະເທດສູນກາງ ໄດ້ຕ້ອນຮັບ ສະຫາຍ Vivian Balakrishnan ລັດຖະມົນຕີ ການຕ່າງປະເທດ, ຫົວໜ້າຄະນະພົວພັນຕ່າງປະເທດພັກ ການກະທຳ ປະຊາຊົນ ສິງກະໂປ (PAP) Vivian Balakrishnan. ພາບ: ເຟືອງຮວາ/VNA
 

ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 21 ມິຖຸນາ 2021, ທີ່ ຮ່າໂນ້ຍ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຸ່ຍແທງເຊີນໄດ້ ຕ້ອນຮັບ ແລະ ເຈລະຈາ ກັບທ່ານ Vivian Balakrishnan ລັດຖະມົນຕີ ການຕ່າງປະເທດ ສິງກະໂປ ເນື່ອງໃນໂອກາດ ມາຢ້ຽມຢາມ ຫວຽດນາມຢ່າງເປັນທາງການ. ພາບ: ເລີມແຄ໋ງ/VNA


ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ບຸ່ຍແທັງເຊີນ ແລະ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ສິງກະໂປ Vivian Balakrishnan ແລະ ບັນດາຜູ້ແທນ ໃນພິທີລົງນາມ ບົດບັນທຶກ ຊ່ວຍຈຳ ລະຫວ່າງ ສອງກະຊວງການຕ່າງປະເທດ ກ່ຽວກັບ ໂຄງ ການຄົ້ນຄວ້າ ຫົວຂໍ້ລົງເລິກ ສຳລັບພະນັກງານຂັ້ນສູງ ພັກກອມມູ ນິດ ຫວຽດນາມ ໃນໄລຍະປີ 2021-2023. ພາບ: ເລີມແຄ໋ງ/VNA


ທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຸ່ຍແທັງເຊີນ ພົບປະ ເຈລະຈາ ກັບທ່ານ ລັດຖະມົນຕີການ ຕ່າງປະເທດ ສິງກະໂປ Vivian Balakrishnan. ພາບ: ເລີມແຄ໋ງ/VNA

ໃນກອບການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ທ່ານ ປະ ທານປະເທດ ຫງວຽນຊວນຟຸກ, ທ່ານນາຍົກລັດຖະມົນຕີ ຟ້າມ ມິງຈິ໋ງ, ທ່ານປະທານຄະນະກຳມະການ ສູນກາງແນວໂຮມ ປະເທດ ຊາດ ຫວຽດນາມ ໂດ໊ວັນຈ໋ຽນ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິີ່ງມິນ, ທ່ານຫົວໜ້າຄະນະພົວພັນຕ່າງປະເທດສູນກາງ ເລຮວ່າຍຈຸງ ໄດ້ ຕ້ອນຮັບ ທ່ານລັດຖະມົນຕີ ການຕ່າງປະເທດ ສິງກະໂປ Vivian Balakrishnan ເຂົ້າສະແດງ ຄວາມຂໍ່ານັບ. 
ເພື່ອຮັບປະກັນ ໃຫ້ການຄ້າສອງປະເທດ ພັດທະນາຢ່າງສົມດຸນ, ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ສະເໜີ ສິງກະໂປ ເປີດຕະຫຼາດ ສຳລັບສິນຄ້າສົ່ງອອກຕົ້ນຕໍ ຈຳນວນໜຶ່ງ ຂອງ ຫວຽດນາມເຊັ່ນ ຜະລິດຕະພັນກະສິກຳ, ປ່າໄມ້, ສິນໃນນໍ້າ, ຕໍ່າແຜ່ນຕັດຫຍິບ, ເກີບ; ເພີ່ມທະວີ ເຊື່ອມຕໍ່ການຮ່ວມມື ເປັນຕ່ອງໂສ້ໃນການ ຜະ ລິດ, ປຸງແຕ່ງ ເພື່ອຂຸດຄົ້ນ ທ່າໄດ້ປຽບ ຂອງແຕ່ລະຝ່າຍ, ຊຸກຍູ້ ການຄ້າສອງຝ່າຍ ແລະ ສົ່ງອອກ ໄປຍັງ ປະເທດອື່ນ.

ຢືນຢັນວ່າ ເສດຖະກິດດີຈີຕອນ ເປັນໜຶ່ງໃນພະລັງແຮງພັດທະນາ ທີ່ສຳຄັນ ຂອງ ປະເທດຕ່າງໆ ໃນການປະຕິວັດ ອຸດສາຫະກຳ ຄັ້ງທີສີ່, ທ່ານລັດຖະມົນຕີທັງສອງ ໄດ້ເປັນເອກະສັນ ຊຸກຍູ້ສ້າງຕັ້ງ ໂດຍໄວ ກຸ່ມປະຕິບັດງານ ເຕັກນິກ ກ່ຽວກັບພື້ນຖານ ໃຫ້ຄູ່ຮ່ວມ ມື ດີຈີຕອນ, ມຸ່ງສູ່ຂໍ້ຕົກລົງ ສອງຝ່າຍກ່ຽວກັບເສດຖະກິດ ດີຈີຕອນ.

ທ່ານລັດຖະມົນຕີທັງສອງ ໄດ້ເປັນເອກະສັນ ໃນການຜັນຂະ ຫຍາຍ ບັນດາມາດຕະການ ລະອຽດ ແນໃສ່ຊຸກຍູ້ການຮ່ວມມື ໃນ ຂົງເຂດທີ່ສຳຄັນເຊັ່ນ: ການສຶກສາ, ວັດທະນະທຳ, ການທ່ອງ ທ່ຽວ ແລະ ພົບປະແລກປ່ຽນ ລະຫວ່າງປະຊາຊົນ.

ທ່ານລັດຖະມົນຕີທັງສອງ ໄດ້ທຳການແລກປ່ຽນຢ່າງເລິກເຊິ່ງ ກ່ຽວກັບ ບັນດາບັນຫາທີ່ຕ່າງຝ່າຍຕ່າງ ໃຫ້ຄວາມສົນໃຈ; ຢຶນຢັນ ຈະສືບຕໍ່ ປະສານກັນຢ່າງແໜ້ນແຟ້ນ ໃນບັນດາອົງການຈັດຕັ້ງ ແລະ ເວທີປາໄສສາກົນ ແລະ ພາກພື້ນເຊັ່ນ: ສະຫະປະຊາຊາດ, ອາເປັກ, ອາຊຽນ, ອະນຸພາກພື້ນແມ່ນຳ້ຂອງ ກໍຄືໃນຂະບວນວິ ວັດແຫ່ງການໃຫ້ສັດຕະຍາບັນ ແລະ ປະຕິບັດ ສັນຍາການຄ້າເສ ລີລຸ້ນໃໝ່ ເຊັ່ນ: ສັນຍາຄູ່ຮ່ວມມືຮອບດ້ານ ແລະ ຈະເລີນກ້າວໜ້າ ຂ້າມປາຊີຟິກ (CPTPP), ສັນຍາ ຄູ່ຮ່ວມມືເສດຖະກິດ ຮອບ ດ້ານ ພາກພື້ນ (RCEP).

ທ່ານລັດຖະມົນຕີທັງສອງ ໄດ້ທຳການແລກປ່ຽນ ກ່ຽວກັບ ສະຖາ ນະການ ຢູ່ທະເລຕາເວັນອອກ; ຖືສຳຄັນບັນຫາສັນຕິພາບ, ສະ ຖຽນລະພາບ, ຄວາມໝັ້ນຄົງ, ການເດີນທະເລ ແລະ ການເດີນອາ ກາດຢ່າງເສລີ ຢູ່ທະເລຕາເວັນອອກ; ປະຕິບັດຕາມ ກົດໝາຍ ສາ ກົນ, ພິເສດແມ່ນສົນທິສັນຍາ ຂອງ ສະຫະປະຊາຊາດ ວ່າດ້ວຍ ທະເລ 1982 (UNCLOS 1982); ປະຕິບັດ ຢ່າງຄົບຖ້ວນ, ຈິງຈັງ ຖະແຫຼງການວ່າດ້ວຍ ການປະພຶດຕໍ່ ຂອງຝ່າຍຕ່າງໆ ຢູ່ທະເລຕາ ເວັນອອກ (DOC) ແລະ ມຸ່ງສູ່ການສ້າງປະມວນກົດລະບຽບ ການ ປະພຶດຕໍ່ ຢູ່ ທະເລຕາເວັນອອກ (COC)ໃຫ້ມີຜົນສັກສິດ, ປະສິດ ທິຜົນ, ສອດຄ່ອງກັບ UNCLOS 1982.

ຫຼັງການພົບປະເຈລະຈາສິ້ນສຸດລົງ, ທ່ານລັດຖະມົນຕີທັງສອງ ໄດ້ ລົງນາມ ໃນຂໍ້ຕົກລົງການຮ່ວມມືວ່າດ້ວຍການຝຶກອົບຮົບ ໃຫ້ພະ ນັກງານຂັ້ນສູງ ຂອງພັກກອມມູນິດ ຫວຽດນາມ ໄລຍະ 2021-2023, ປະກອບສ່ວນສໍາຄັນ ເຂົ້າໃນການຍົກສູງ ຄວາມສາມາດ ໃຫ້ຖັນແຖວພະນັກງານຂັ້ນສູງ ຂອງ ຫວຽດນາມ.

ສິງກະໂປ ໃຫ້ຄຳໝັ້ນໝາຍ ຮ່ວມມື ຢ່າງແໜ້ນແຟ້ນ ກັບ ຫວຽດນາມ ກ່ຽວກັບການຟື້ນຟູ ເສດຖະກິດ ຫຼັງການລະບາດ ໂຄວິດ-19

ກ່ອນການເດີນທາງມາຢ້ຽມຢາມຫວຽດນາມ, ໃນການໃຫ້ສຳພາດ ຕໍ່ສໍານັກຂ່າວສານ ຫວຽດນາມ ປະຈໍາສິງກະໂປ, ທ່ານ ລັດຖະມົນ ຕີການຕ່າງປະເທດ ສິງກະໂປ Vivian Balakrishnan ສະແດງ ຄວາມປາດຖະໜາ ໄດ້ພົບປະແລກປ່ຽນ ກັບບັນດາຜູ້ນຳໃໝ່ ຂອງ ຫວຽດນາມ ກ່ຽວກັບ ຮູບແບບ ການພັດທະນາ ບັນດາສາຍພົວ ພັນຕົວຈິງ ລະຫວ່າງສອງປະເທດ, ແລກປ່ຽນທັດສະນະ ກ່ຽວກັບ ສະຖານະການຜັນແປ ໃນພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍຕ່າງ ມີຄວາມສົນໃຈ.

ທ່ານລັດຖະມົນຕີ Vivian Balakrishnan ໃຫ້ຮູ້ວ່າ ທ່ານ ໄດ້ມາ ຫວຽດນາມ ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີການຕ່າງປະເທດ ສະມາຄົມ ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ (ASEAN) ວົງແຄບ ທີ່ນະຄອນ ຍາຈາງ ເມື່ອປີ 2020 ແລະ ມີຄວາມຍິນດີ ທີ່ ໄດ້ມາຢ້ຽມຢາມ ຫວຽດນາມ ອີກຄັ້ງໜຶ່ງ.

ຕີລາຄາ ກ່ຽວກັບ ຄວາມສໍາພັນສອງຝ່າຍສິງກະໂປ-ຫວຽດນາມ, ທ່ານ ລັດຖະມົນຕີ Vivian Balakrishnan ໃຫ້ຮູ້ວ່າ ການພົວພັນ ຄູ່ຮ່ວມມືຍຸດທະສາດ ລະຫວ່າງ ສອງປະເທດແມ່ນ ໄດ້ຮັບການ ສະໜັບສະໜູນ ຈາກຄວາມສໍາພັນທາງດ້ານການເມືອງ ແລະເສດ ຖະກິດ ຢ່າງແໜ້ນແຟ້ນ, ການພົບປະແລກປ່ຽນ ປະຊາຊົນ ທີ່ອົບ ອຸ່ນ,  ເປັນມິດ ແລະ ການ ຮ່ວມມືຢ່າງກວ້າງຂວາງ ເລິກເຊິ່ງ.



ທ່ານ ລັດຖະມົນຕີ ການຕ່າງປະເທດ ສິງກະໂປ Vivian Balakrishnan ກ່າວຄຳເຫັນ ໃນການສົນທະນານະໂຍບາຍຂັ້ນສູງ ASEM. ພາບ: ຫງວຽນດຽບ/VNA


ວັນທີ 22 ມິຖຸນາ 2021, ທີ່ ຮ່າໂນ້ຍ, ທ່ານລັດຖະມົນຕີ ກະຊວງ ການ ຕ່າງປະເທດ ບຸ່ຍແທັງເຊີນ ໄດ້ເປັນປະທານ ໃນການສົນທະ ນາ ນະໂຍບາຍຂັ້ນສູງ ອາຊີ - ເອີຣົບ (ASEM) ດ້ວຍຫົວຂໍ້ “ 25 ປີ ແຫ່ງການສ້າງຕັ້ງ ASEM - ເພີ່ມທະວີ ການພົວພັນອາຊີ-ເອີ ຣົບ ໃນໂລກທີ່ກຳລັງປ່ຽນແປງ”. ຕາມຮູບແບບໂດຍກົງ ແລະ ທາງ ໄກ ເນື່ອງໃນໂອກາດສະເຫຼີມສະຫຼອງ 25 ປີ ແຫ່ງການສ້າງຕັ້ງ ເວ ທີປາໄສ ຮ່ວມມືອາຊີ - ເອີຣົບ (1996-2021). ໃນພາບ: ທ່ານ ລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ (ຜູ້ທີສອງຈາກຂວາ), ທ່ານລັດຖະມົນຕີ ການຕ່າງປະເທດ ສິງກະໂປ Vivian Balakrishnan (ຜູ້ນອກສຸດຈາກຊ້າຍ), ທ່ານລັດຖະມົນຕີການ ຕ່າງປະເທດ ສ ເກົາຫຼີ Chung Eui Yong (ຜູ້ນອກສຸດຈາກຂວາ), ແລະ ທ່ານລັດຖະມົນຕີ ການຕ່າງປະເທດ ແລະ ການພັດທະນາ ລາຊະອານາຈັກ ອັງກິດ Dominic Raab
(ຜູ້ທີສອງຈາກຊ້າຍ) ໃນ ການສົນທະນາ. ພາບ: ຫງວຽນດຽບ/VNA

ທ່ານລັດຖະມົນຕີ Vivian ໃຫ້ຮູ້ວ່າ, ເຖິງວ່າ ຈະມີຜົນກະທົບ ຈາກ ການແຜ່ລະບາດຂອງ ໂຄວິດ-19 ຕໍ່ພື້ນຖານເສດຖະກິດໂລກ, ການພົວພັນດ້ານການຄ້າ ແລະ ການລົງທຶນ ລະຫວ່າງ ສອງປະ ເທດ ຍັງມີຄວາມແໜ້ນແຟ້ນ, ໝັ້ນແກ່ນ.

ບັນດາເຂດອຸດສາຫະກຳ ຫວຽດນາມ - ສິງກະໂປ ຢູ່ 7  ແຫ່ງ ໃນ ທົ່ວປະເທດ ຫວຽດນາມ ເປັນສັນຍາລັກ ຂອງ ການຮ່ວມມື ດ້ານ ເສດຖະກິດ ທີ່ດີເລີດ ລະຫວ່າງສອງປະເທດ. ສອງຝ່າຍ ໄດ້ມີ ການຮ່ວມມື ຢ່າງແໜ້ນແຟ້ນ ຢູ່ບັນດາເວທີປາໄສພາກພື້ນ ແລະ ຫຼາຍຝ່າຍ, ໃນນັ້ນມີ ອາຊຽນ ແລະ ສະຫະປະຊາຊາດ.
ປີ 2020 ກໍ່ຄືໃນໄຕມາດ ທຳອິດຂອງປີ 2021, ສິງກະໂປ ແມ່ນ ແຫຼ່ງລົງທຶນໂດຍກົງ ຈາກຕ່າງປະເທດ ໃຫຍ່ທີ່ສຸດຂອງ ຫວຽດ ນາມ. ສອງປະເທດໄດ້ສະໜັບສະໜູນ ເຊິ່ງກັນ ແລະ ກັນ ຕະ ຫຼອດ ຊ່ວງເວລາທີ່ຫຍຸ້ງຍາກນີ້, ໃນນັ້ນລວມມີການບໍລິຈາກ ເຄື່ອງອຸປະກອນທາງການແພດ ແລະ ເຮັດວຽກຮ່ວມກັນ ເພື່ອ ຮັກສາຕ່ອງໂສ້ການສະໜອງ ໃນພາກພື້ນໃຫ້ເປີດກວ້າງ. ທັງສອງ ປະເທດໄດ້ມີຄວາມມຸ່ງໝັ້ນ ຢ່າງເຕັມທີ່ ຕໍ່ລັດທິຫຼາຍຝ່າຍ ກ່ຽວ ກັບ ຢາວັກຊີນ ກໍຄືການແຈກຢາຍ ວັກຊີນ ໃຫ້ຖືກຕ້ອງ ແລະ ສະ ເໝີພາບ.

ສິງກະໂປ ໄດ້ມີການຮ່ວມມືຢ່າງແໜ້ນແຟ້ນ ກັບ ຫວຽດນາມ ໃນຊ່ວງເວລາ ຫວຽດນາມ ດຳລົງຕຳແໜ່ງ ເປັນປະທານ ອາຊຽນ ໃນປີ 2020 ແລະ ສະມາຊິກບໍ່ຖາວອນ ສະພາຄວາມ ໝັ້ນຄົງ ສະຫະປະຊາຊາດ ອາຍຸການ 2020-2021.

ກ່ຽວກັບທ່າອຽງການຮ່ວມມື ລະຫວ່າງ ສອງປະເທດ ໃນໄລຍະຈະ ມາເຖິງ, ທ່ານລັດຖະມົນຕີ Vivian ໄດ້ເນັ້ນໜັກວ່າ, ສິງກະໂປ ໃຫ້ ຄຳໝັ້ນໝາຍ ຈະຮ່ວມມືກັບ ຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອໃຫ້ ສອງປະເທດສາມາດ ບືນຂຶ້ນ ຢ່າງເຂັ້ມແຂງ ພາຍຫຼັງການ ແຜ່ລະ ບາດ.

ສິງກະໂປ ກຳລັງກະກຽມ ໃນການເປີດຊາຍແດນ ຄືນໃໝ່ ແລະ ພິຈາລະນາ ວິທີການ ເຊື່ອມຕໍ່ຄືນໃໝ່ ການເດີນທາງລະຫວ່າງ ຫວຽດນາມ ແລະ ສິງກະໂປ ຢ່າງມີຄວາມປອດໄພ ແລະ ມີປະ ສິດທິຜົນ, ສິ່ງດັ່ງກ່າວ ຈະສົ່ງຜົນດີຕໍ່ການຟື້ນຟູເສດຖະກິດ ຂອງ ສອງປະເທດ.

ທ່ານ ລັດຖະມົນຕີ Vivian Balakrishnan ກ່າວວ່າ ໃນໄລຍະ ຍາວ, ສອງປະເທດ ສາມາດຮ່ວມກັນຊອກຫາມາດຕະການຕ່າງໆ ເພື່ອເພີ່ມຄວາມເຂັ້ມແຂງ ໃຫ້ຕ່ອງໂສ້ການສະໜອງ ແລະ ຄວາມ ສາມາດຮັບມື ຂອງພາກພື້ນ ຕໍ່ພະຍາດລະບາດ ໃນອະນາຄົດ.

ສອງປະເທດມຸ່ງສູ່ ເພີ່ມທະວີ ການພົວພັນຄູ່ຮ່ວມມື ຍຸດທະສາດ ຍິ່ງຂຶ້ນ ໃນບັນດາຂົງເຂດຮ່ວມມືໃໝ່, ເປັນຕົ້ນແມ່ນ ພະລັງງານ ສະອາດ, ປ່ຽນໃໝ່ ເຕັກໂນໂລຊີ ແລະ ເສດຖະກິດດີຈີຕອນ.
ປະຕິບັດໂດຍ: VNA/ຂ່າວພາບ ຫວຽດນາມ - ແປໂດຍ: ບິກລຽນ

ຫັນເປັນ ດີຈີຕອນ ເພື່ອສ້າງປະຊາຄົມ ASEAN ແບບຍືນຍົງ

ຫັນເປັນ ດີຈີຕອນ ເພື່ອສ້າງປະຊາຄົມ ASEAN ແບບຍືນຍົງ

ໂດຍການຄວ້າໂອກາດ​ ໃນ​ຍຸກ ​ດີຈິີຕອນ​ ຈະ​ຊ່ວຍ​ໃຫ້​ສະມາຄົມ​ປະຊາ​ຊາດ​ອາຊີ​ຕາ​ເວັນ​ອອກສ່ຽງ​ໃຕ້ (ASEAN) ກາຍເປັນ​ຕົວ​ແບບ​ ໃນການ​ຫັນປ່ຽນ​ດ້ານ​ ດີຈີ​ຕອນ ​ລະດັບໂລກ. ການຫັນ ເປັນ ດີຈີຕອນ ຍັງເປັນ ຍຸດທະສາດ ມຸ່ງສູ່ການສ້າງປະຊາຄົມ ASEAN ແບບຍືນຍົງ, ມີຄວາມສະໜິດຕິດພັນ ທາງດ້ານການ ເມືອງ, ການເຊື່ອມໂຍງ ທາງດ້ານເສດຖະກິດ ແລະ ແບ່ງປັນ ຄວາມຮັບຜິດຊອບທາງສັງຄົມ ຮ່ວມກັນ, ຮັບ ປະກັນ ເປັນທີ່ຕັ້ງ ໃຈກາງ ຂອງ ອາຊີ ທີ່ຂະຫຍັນຂັນເຄື່ອນ.

Top