• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຊຽນ

ຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ອັງກິດ ແລະ ຫວຽດນາມ-ອາເມລິກາ

ໂດຍໄດ້ຮັບຄຳເຊີນຂອງທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ຄະນະຜູ້ແທນການທະຫານຂັ້ນສູງ ສະຫະພັນ ລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ໂດຍ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ Robert Ben Lobban Wallace ເປັນຫົວໜ້າຄະນະ ເດີນທາງມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 21 – 23 ກໍລະກົດ 2021 ແລະ ທ່ານ Lloyd Austin, ລັດຖະມົນຕີກະຊວງປ້ອງກັນປະເທດ  ອາເມລິກາ ຈະເດີນທາງມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 28 – 29 ກໍລະກົດ 2021.
ນີ້ແມ່ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ຄັ້ງທຳອິດຂອງທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອັງກິດ ມາຍັງ ຫວຽດນາມ ແລະ ໄຂຂຶ້ນພາຍຫຼັງເຫດການສອງປະເທດ ສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ-ອັງກິດ (2010-2020).
 
ການຢ້ຽມຢາມ ຫວຽດນາມ ຂອງທ່ານ Lloyd Austin, ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ສືບຕໍ່ປະກອບສ່ວນ ເພີ່ມທະວີການພົວພັນມິດຕະພາບ, ໄວ້ເນື້ອເຊື່ອໃຈ ລະຫວ່າງ ປະຊາຊົນ ແລະ ກອງທັບສອງປະເທດ.

ຫວຽດນາມ ແລະ ສ ອາເມລິກາ ເປັນເອກະສັນກັນ ຈະຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ

ຕອນເຊົ້າວັນທີ 29 ກໍລະກົດ 2021, ທີ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານລັດຖະມົນຕີ ຟານວັນຢາງ ໄດ້ເປັນເຈົ້າພາບໃນພິທີຕ້ອນຮັບທ່ານລັດຖະມົນຕີ ກະຊວງປ້ອງກັນປະເທດ ອາເມລິກາ Lloyd Austin.

ໃນກອບການຢ້ຽມຢາມ, ທ່ານ Lloyd Austin ໄດ້ມີການພົບປະແລກປ່ຽນ
ຄຳຄິດເຫັນກັບທ່ານປະທານປະເທດ ຫງວຽນຊວນຟຸກ

ແລະ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ. 

ທີ່ການເຈລະຈາພາຍຫຼັງການຕ້ອນຮັບ, ທ່ານລັດຖະມົນຕີ ຟານວັນຢາງ ແລະ ທ່ານລັດຖະມົນຕີ ກະຊວງປ້ອງກັນປະເທດ ອາເມລິກາ Lloyd Austin ໄດ້ເຫັນດີເປັນເອກະພາບ ຈະສືບຕໍ່ຊຸກຍູ້ການຮ່ວມມືຕາມບັນດາເນື້ອໃນໃນບົດບັດທຶນຊ່ວຍຈຳ ກ່ຽວກັບການຊຸກຍູ້ການຮ່ວມມືປ້ອງກັນຊາດ ທີ່ໄດ້ຮັບການລົງນາມໃນປີ 2011 ແລະ ຖະແຫຼງການວິໄສທັດຮ່ວມ ກ່ຽວກັບການພົວພັນດ້ານປ້ອງກັນຊາດ ທີ່ໄດ້ຮັບການລົງນາມໃນປີ 2015. ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ໄດ້ເຫັນດີເປັນເອກະພາບ ຈະສຸມໃສ່ຊຸກຍູ້ໂຄງການລ້າງທາດພິດດີໂອຊິນ ຢູ່ສະໜາມບິນ ບຽນຮ່ວາ ຖືກຕ້ອງຕາມຄວາມຄືບໜ້າ ແລະ ບັນດາໂຄງການຕ່າງໆຢູ່ ຫວຽດນາມ.

ເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີ ກະຊວງປ້ອງກັນປະເທດ ອາເມລິກາ Lloyd Austin ໃຫ້ຮູ້ວ່າ ຈະໜູນຊ່ວຍ ພາຫະນະອຸປະກອນ ຮັບໃຊ້ໃຫ້ການປ້ອງກັນ ແລະ ຕ້ານ ໂຄວິດ-19 ຂອງ ຫວຽດນາມ. 


ຕອນເຊົ້າວັນທີ 29 ກໍລະກົດ 2021, ທີ່ນະຄອນຫຼວງ ຮ່າໂນ້ຍ,ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ມີການຕ້ອນຮັບ ແລະ ພົບປະເຈລະຈາ ກັບທ່ານລັດຖະມົນຕີ ກະຊວງປ້ອງກັນປະເທດ ອາເມລິກາ Lloyd Austin. ພາບ: ຈ້ອງດຶກ/VNA


ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ແລະ ທ່ານລັດຖະມົນຕີ ກະຊວງປ້ອງກັນປະເທດ ອາເມລິກາ Lloyd Austin ກວດກອງກຽດຕິຍົດ ກອງທັບປະຊາຊົນ ຫວຽດນາມ ທີ່ພິທີຕ້ອນຮັບ. ພາບ: ຈ້ອງດຶກ/VNA


\
ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ພົບປະເຈລະຈາກັບທ່ານລັດຖະມົນຕີ ກະຊວງປ້ອງກັນປະເທດ ອາເມລິກາ Lloyd Austin. ພາບ: ຈ້ອງດຶກ/VNA

ຕອນເຊົ້າວັນທີ 29 ກໍລະກົດ 2021, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບທ່ານລັດຖະມົນຕີ ກະຊວງປ້ອງກັນປະເທດ ອາເມລິກາ Lloyd Austin ເນື່ອງໃນໂອກາດ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ພາບ: ເຢືອງຢາງ/VNA


ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບທ່ານລັດຖະມົນຕີ ກະຊວງປ້ອງກັນປະເທດ ອາເມລິກາ Lloyd Austin ເນື່ອງໃນໂອກາດ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ພາບ: ເຢືອງຢາງ/VNA


ຕອນເຊົ້າວັນທີ 29 ກໍລະກົດ 2021, ທີ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ຫງວຽນຊວນຟຸກ ພົບປະກັບທ່ານລັດຖະມົນຕີ ກະຊວງປ້ອງກັນປະເທດ ອາເມລິກາ Lloyd Austin ເນື່ອງໃນໂອກາດ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ພາບ: ຖົ໋ງເຍິດ/VNA
ການເຈລະຈາ, ລັດຖະມົນຕີສອງທ່ານກໍ່ແລກປ່ຽນກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ພິເສດແມ່ນບັນດາສິ່ງທ້າທາຍແບບເກົ່າ ທີ່ກໍ່ຜົນກະທົບໂດຍກົງຕໍ່ພາກພື້ນ, ຢັ້ງຢືນບົດບາດເປັນໃຈກາງຂອງ ອາຊຽນ ໃນການຊຸກຍູ້ການຮ່ວມມືໃນຂອບເຂດກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນເປີດ )ADMM+) ເພື່ອແນໃສ່ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບຂອງພາກພື້ນ ແລະ ໂລກ.
 
ລັດຖະມົນຕີສອງທ່ານ ໄດ້ແບ່ງປັນທັດສະນະກ່ຽວກັບຄວາມສຳຄັນຂອງການເຄົາລົບບັນດາສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງບັນດາປະເທດແຄມທະເລ, ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ ກໍ່ຄືການຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມເສລີໃນການບິນ ແລະ ການເດີນເຮືອ ຢູ່ບັນດາເຂດທະເລ ແລະ ມະຫາສະໝຸດ ຕາມຂໍ້ກຳນົດຂອງກົດໝາຍສາກົນ ແລະ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍ ທະເລ ປີ 1982 (UNCLOS 1982).
 
ສິ້ນສຸດການພົບປະເຈລະຈາ, ລັດຖະມົນຕີສອງທ່ານ ໄດ້ເປັນສັກຂີພິຍານ ພິທີເຊັນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມື, ຊອກຫາ, ທ້ອນໂຮມ ແລະ ກຳນົດຊື່ ແລະ ນາມສະກຸນ ທະຫານ ຫວຽດນາມ ເສຍສະຫຼະຊີວິດເພື່ອຊາດ, ພ້ອມນັ້ນ ກໍ່ມອບຂອງລະນຶກຂອງສົງຄາມໃຫ້ແກ່ກັນ ແລະ ກັນ.
 
ການຢ້ຽມຢາມ ຫວຽດນາມ ຂອງທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ສືບຕໍ່ປະກອບສ່ວນ ເພີ່ມທະວີ ການພົວພັນມິດຕະພາບ, ຄວາມໄວ້ເນື້ອເຊື່ອໃຈ ລະຫວ່າງ ປະຊາຊົນ ແລະ ກອງທັບສອງປະເທດ, ຜັນຂະຫຍາຍບັນດາເນື້ອໃນຮ່ວມມືໃນຂົງເຂດປ້ອງກັນຊາດ ທີ່ໄດ້ລົງນາມ ລະຫວ່າງ ກະຊວງປ້ອງກັນປະເທດ 2 ປະເທດ ແລະ ຂໍ້ຕົກລົງຂອງການນຳຂັ້ນສູງສອງປະເທດ, ປະກອບສ່ວນເຂົ້າໃນກອບຂອງການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ-ອາເມລິກາ. 

ຫວຽດນາມ-ອັງກິດ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ
 
ຕອນເຊົ້າວັນທີ 22 ກໍລະກົດ 2021, ສຳນັກງານກະຊວງປ້ອງກັນປະເທດ, ທ່ານລັດຖະມົນຕີ ຟານວັນຢາງ ໄດ້ເປັນເຈົ້າພາບໃນພິທີຕ້ອນຮັບ ແລະ ພົບປະເຈລະຈາກັບທ່ານ Robert Ben Lobban Wallace ພ້ອມກັບຄະນະຜູ້ແທນການທະຫານຂັ້ນສູງ ສະຫະພັນ ລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ. ທີ່ການພົບປະເຈລະຈາ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການໃນໂລກ, ພາກພື້ນ ແລະ ບັນຫາບັນຫາທີ່ສອງຝ່າຍມີຄວາມສົນໃຈ.

ກ່າວຄຳເຫັນທີ່ການໂອ້ລົມສົນທະນາກັບທ່ານພົນເອກ ຟານວັນຢາງ ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການໃນຕອນເຊົ້າວັນທີ 22 ກໍລະກົດ, ທ່ານລັດຖະມົນຕີ Robert Ben Lobban Wallace  ເນັ້ນໜັກວ່າ: ອັງກິດ ສະໜັບສະໜູນທັດສະນະຂອງ ຫວຽດນາມ ໃນການແກ້ໄຂບັນຫາທະເລຕາເວັນອອກ, ພ້ອມທັງຢັ້ງຢືນເຖິງຄວາມສຳຄັນຂອງສິດເສລີໃນການເດີນເຮືອ, ການບິນ, ສະໜັບສະໜູນການເຄົາລົບກົດໝາຍ ແລະ ເນັ້ນໜັກວ່າ ຕ້ອງແກ້ໄຂບັນດາບັນຫາຂັດແຍ້ງກັນໂດຍສັນຕິວິທີ, ອີງໃສ່ກົດໝາຍສາກົນ,ໃນນັ້ນ ມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.

ສອງຝ່າຍໄດ້ເປັນເອກະສັນກັນວ່າ ການພົວພັນຮ່ວມມື ລະຫວ່າງສອງປະເທດ ໄດ້ຍົກຂຶ້ນສູ່ລະດັບສູງໃໝ່, ດ້ວຍຫຼາຍຜົນງານດີເດ່ັນ ໃນບັນດາຂົງເຂດຄື: ການເມືອງ, ເສດຖະກິດ, ການຄ້າ, ວັດທະນະທຳ, ການສຶກສາ ແລະ ອື່ນໆ.


ຕອນເຊົ້າວັນທີ 22 ກໍລະກົດ 2021, ທີ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ມີການຕ້ອນຮັບ ແລະ ພົບປະເຈລະຈາ ກັບທ່ານ Robert Ben Lobban Wallace, ລັດຖະມົນຕີ ກະຊວງປ້ອງກັນປະເທດ ສະຫະພັນ ລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ. ໃນພາບ: ພິທີຕ້ອນຮັບທ່ານລັດຖະມົນຕີ ກະຊວງປ້ອງກັນປະເທດ ສະຫະພັນ ລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ Robert Ben Lobban Wallace. ພາບ: ຈ້ອງດຶກ/VNA


ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ແລະ ທ່ານລັດຖະມົນຕີ ກະຊວງປ້ອງກັນປະເທດ ສະຫະພັນ ລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ Robert Ben Lobban Wallace. ພາບ: ຈ້ອງດຶກ/VNA


ພາບໃນພິທີພົບປະເຈລະຈາລະຫວ່າງລັດຖະມົນຕີສອງທ່ານ. ພາບ: ຈ້ອງດຶກ/VNA


ຕອນເຊົ້າວັນທີ 22 ກໍລະກົດ 2021, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ມີການພົບປະກັບທ່ານ Robert Ben Lobban Wallace, ລັດຖະມົນຕີ ກະຊວງປ້ອງກັນປະເທດ ສະຫະພັນ ລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ. ໃນພາບ: ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ  ແລະ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ສະຫະພັນ ລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ Robert Ben Lobban Wallace. ພາບ: ເຢືອງຢາງ/VNA


ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ  ແລະ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ສະຫະພັນ ລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ Robert Ben Lobban Wallace. ພາບ: ເຢືອງຢາງ/VNA

ທ່ານພົນເອກ ຟານວັນຢາງ ເຊື່ອໝັ້ນວ່າ ການພົວພັນຮ່ວມມືດ້ານປ້ອງກັນຊາດ ລະຫວ່າງ ຫວຽດນາາມ - ອັງກິດ ຈະມີບາດກ້າວເດີນໃໝ່ໃນບັນດາຂົງເຂດ, ເໝາະສົມກັບຜົນປະໂຫຍດຂອງແຕ່ລະປະເທດ. ເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີ ຟານວັນຢາງ ກໍສະເໜີໃນສິດອຳນາດຂອງຕົນ, ທ່ານລັດຖະມົນຕີ Robert Ben Lobban Wallace ຈະໜູນຊ່ວຍ ກະຊວງປ້ອງກັນປະເທດ ຫວຽດນາມ ສຳຜັດກັບວັກຊິນກັນພະຍາດ ໂຄວິດ - 19.

ໃນກອບການຢ້ຽມຢາມ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ລາຊະອານາຈັກ ອັງກິດ Robert Ben Lobban Wallace ໄດ້ເຂົ້າຢ້ຽມຂ່ຳນັບທ່ານນາຍົກລັດຖະມົນຕີ, ຢ້ຽມຢາມສະຖາບັນການທູດ, ຄະນະກຳມະການຊາຍແດນແຫ່ງຊາດ, ໂອ້ລົມກັນກັບພະນັກງານຈຳນວນໜຶ່ງ ທີ່ເຄີຍໄດ້ເຂົ້າຮ່ວມການເຄື່ອນໄຫວທີ່ບັນດາຄະນະຮັກສາສັນຕິພາບຂອງ ສປຊ. 
ໃນໄລຍະຈະມາເຖິງ, ສອງຝ່າຍເຫັນດີເປັນເອກະພາບຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດ, ສຸມໃສ່ບາງຂົງເຂດຄື ແລກປ່ຽນຄະນະ, ສືບຕໍ່ຮັກສາບັນດາກົນໄກຮ່ວມມື ເຊິ່ງສອງຝ່າຍພວມຜັນຂະຫຍາຍໃຫ້ມີປະສິດທິຜົນ... ຫວຽດນາມ ສະໜັບສະໜູນ ອັງກິດ ເຂົ້າຮ່ວມກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ເປີດກວ້າງ (ADMM+) ບົນພື້ນຖານໄດ້ຮັບຄວາມເຫັນດີເຫັນພ້ອມຂອງ ອາຊຽນ, ພ້ອມທັງສະໜັບສະໜູນ ອັງກິດ ຊຸກຍູ້ການຮ່ວມມື ກັບ ອາຊຽນ ໃນນັ້ນ ມີການຮ່ວມມືດ້ານການທະຫານ - ການປ້ອງກັນຊາດ.

ໃນຂອບເຂດການຢ້ຽມຢາມ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ສະຫະພັນ ລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ໄດ້ເຂົ້າຢ້ຽມຂ່ຳນັບທ່ານນາຍົກລັດຖະມົນຕີ, ຢ້ຽມຢາມສະຖາບັນການທູດ, ຄະນະກຳມະການຊາຍແດນແຫ່ງຊາດ... ແລະ ໂອ້ລົມກັບພະນັກງານທີ່ເຄີຍເຂົ້າຮ່ວມການເຄື່ອນໄຫວຂອງຄະນະຮັກສາສັນຕິພາບຂອງ ສປຊ ອີກດ້ວຍ.
 
ອັງກິດ ຕີລາຄາສູງບົດບາດຂອງ ຫວຽດນາມ ໃນພາກພື້ນ ແລະ ໂລກ

ວັນທີ 22 ກໍລະກົດ 2021, ໃນຂອບເຂດການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ລາຊະອານາຈັກ ອັງກິດ Robert Ben Lobban Wallace ໄດ້ມາຢ້ຽມຢາມ ແລະ ປຶກສາຫາລື ຢູ່ສະຖາບັນການພົວພັນຕ່າງປະເທດ ຫວຽດນາມ.

ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ສະຫະພັນ ລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ Robert Ben Lobban Wallace. ພາບ: ເຢືອງຢາງ/VNA


ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ  ແລະ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ສະຫະພັນ ລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ Robert Ben Lobban Wallace. ພາບ: ເຢືອງຢາງ/VNA

ໃນບົດກ່າວປາໄສກັບບັນດານັກຮຽນຮູ້ ຫວຽດນາມ ແລະ ນັກສຶກສາສະຖາບັນການພົວພັນຕ່າງປະເທດ, ທ່ານລັດຖະມົນຕີ Wallace ໄດ້ເນັ້ນໜັກວ່າ ອັງກິດ ຢັ້ງຢືນຄຳໝັ້ນສັນຍາຍາວນານກັບ ສັນຕິພາບ, ສະຖຽນລະພາບ ຂອງ ມະຫາສະໝຸດ ອິນເດຍ-ປາຊີຟິກ ທີ່ມີຄວາມເສລີ ແລະ ເປີດກວ້າງ.  

ທ່ານ ລັດຖະມົນຕີ Wallace ຢັ້ງຢືນວ່າ ບັນດາສິ່ງທ້າທາຍຄວາມໝັ້ນຄົງທາງທະເລ ແມ່ນຄວາມສົນໃຈລວມຂອງ ປະຊາຄົມສາກົນ ຍ້ອນມັນມີຜົນກະທົບຕໍ່ສັນຕິພາບ, ສະຖຽນລະພາບໃນພາກພື້ນ ແລະ ລັກສະນະເຄົາລົບກົດໝາຍສາກົນ.
 
ໃນສະພາບການນັ້ນ, ອັງກິດ ມີຄວາມຫວັງຢາກເພີ່ມທະວີການຮ່ວມມືກັບບັນດາປະເທດ ອາຊຽນ, ຕາມ “ວິທີການຂອງ ອາຊຽນ” ເພື່ອແນໃສ່ຊຸກຍູ້ການໂອ້ລົມສົນທະນາ, ສັນຕິພາບ, ສະຖຽນລະພາບລວມ.
 
ໂດຍຕີລາຄາສູງບົດບາດທີ່ນັບມື້ນັບໄດ້ຮັບການເພີ່ມຂຶ້ນຂອງ ຫວຽດນາມ ບໍ່ພຽງແຕ່ຢູ່ພາກພື້ນເທົ່ານັ້ນ ຫາກຍັງໃນບັນດາບັນຫາທົ່ວໂລກອີກດ້ວຍຄື ການປະກອບສ່ວນເຂົ້າໃນບັນດາການຮັກສາສັນຕິພາບ ສປຊ, ທ່ານລັດຖະມົນຕີ Wallace ໄດ້ຢັ້ງຢືນວ່າ ສອງປະເທດຈະແບ່ງປັນຫຼາຍວິໄສທັດ ແລະ ຜົນປະໂຫຍດຍຸດທະສາດ, ກໍ່ຄືທັດສະນະກ່ຽວກັບຄວາມເສລີທາງການຄ້າ ແລະ ຄວາມສຳຄັນຂອງກົດໝາຍສາກົນ, ລວມມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982. ອັງກິດ ຈະສືບຕໍ່ສົມທົບກັບ ຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອຍູ້ແຮງການຮ່ວມມືໃນກອບຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອັງກິດ.
 
ເພື່ອຜັນຂະຫຍາຍຍຸດທະສາດ “ຫັນໄປສູ່ສະຫາສະໝຸດ ອິນເດຍ-ປາຊີຟິກ”. ອັງກິດ ໄດ້ຈົດທະບຽນເປັນຄູ່ຮ່ວມມືສົນທະນາຂອງ ອາຊຽນ, ຊຸກຍູ້ການເຈລະຈາ ເຂົ້າຮ່ວມສັນຍາຄູ່ຮ່ວມມືຮອບດ້ານ ແລະ ຄວາມກ້າວໜ້າຂ້າມ ປາຊີຟິກ(CPTPP), ຜັນຂະຫຍາຍການເຊັນສັນຍາການຄ້າເສລີ ກັບຫຼາຍປະເທດໃນພາກພື້ນ, ໃນນັ້ນ ມີ ຫວຽດນາມ.
 
ສອງຝ່າຍສືບຕໍ່ຊຸກຍູ້ຢ່າງແຂງແຮງການພົວພັນດ້ານການຄ້າ (ເພີ່ມກວ່າ 25% ໃນ 6 ເດືອນຕົ້ນປີ 2021), ວິທະຍາຊາດ-ເຕັກໂນໂລຊີ, ການສຶກສາ (74 ແຜນການສຶກສາກັບມະຫາວິທະຍາໄລ 23 ແຫ່ງຂອງ ອັງກິດ).​

ປະຕິບັດ: VNA/VNP
 

ຫັນເປັນ ດີຈີຕອນ ເພື່ອສ້າງປະຊາຄົມ ASEAN ແບບຍືນຍົງ

ຫັນເປັນ ດີຈີຕອນ ເພື່ອສ້າງປະຊາຄົມ ASEAN ແບບຍືນຍົງ

ໂດຍການຄວ້າໂອກາດ​ ໃນ​ຍຸກ ​ດີຈິີຕອນ​ ຈະ​ຊ່ວຍ​ໃຫ້​ສະມາຄົມ​ປະຊາ​ຊາດ​ອາຊີ​ຕາ​ເວັນ​ອອກສ່ຽງ​ໃຕ້ (ASEAN) ກາຍເປັນ​ຕົວ​ແບບ​ ໃນການ​ຫັນປ່ຽນ​ດ້ານ​ ດີຈີ​ຕອນ ​ລະດັບໂລກ. ການຫັນ ເປັນ ດີຈີຕອນ ຍັງເປັນ ຍຸດທະສາດ ມຸ່ງສູ່ການສ້າງປະຊາຄົມ ASEAN ແບບຍືນຍົງ, ມີຄວາມສະໜິດຕິດພັນ ທາງດ້ານການ ເມືອງ, ການເຊື່ອມໂຍງ ທາງດ້ານເສດຖະກິດ ແລະ ແບ່ງປັນ ຄວາມຮັບຜິດຊອບທາງສັງຄົມ ຮ່ວມກັນ, ຮັບ ປະກັນ ເປັນທີ່ຕັ້ງ ໃຈກາງ ຂອງ ອາຊີ ທີ່ຂະຫຍັນຂັນເຄື່ອນ.

Top