VAA ໄດ້ບັນລຸຜົນສຳເລັດໃນການໂຄສະນາ ແລະ ສົ່ງເສີມຜະລິດຕະພັນທີ່ເປັນທ່າແຮງຂອງ ຫວຽດນາມ ຈຳນວນໜຶ່ງ ຢູ່ບັນດາເວັບໄຊການຄ້າເອເລັກໂຕນິກ.
ການໂອ້ລົມສົນທະນາ “ວັດທະນະທຳ - ການຄ້າ - ເຕັກໂນໂລຊີ - ສີຂຽວ ລະຫວ່າງ ຫວຽດນາມ ແລະ ສະຫະພັນ ລັດເຊຍ ໃນສັງກາດດີຈີຕອນ” ໄດ້ຈັດຂຶ້ນໃນວັນທີ 23 ທັນວາ ຢູ່ນະຄອນຫຼວງ ມົດສະກູ, ສະຫະພັນ ລັດເຊຍ.
ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານ ຫງວຽນເຈື່ອງເຊີນ, ປະທານສະຫະສະມາຄົມໂຄສະນາ ຫວຽດນາມ (VAA), ໃຫ້ຮູ້ວ່າ VAA ໄດ້ບັນລຸຜົນສຳເລັດໃນການໂຄສະນາ ແລະ ສົ່ງເສີມຜະລິດຕະພັນທີ່ເປັນທ່າແຮງຂອງ ຫວຽດນາມ ຈຳນວນໜຶ່ງ ຢູ່ບັນດາເວັບໄຊການຄ້າເອເລັກໂຕນິກ, ຄື: ຈີນ ແລະ ອິນເດຍ. ທ່ານຫວັງວ່າ ບັນດາສິນຄ້າ, ຜະລິດຕະພັນທີ່ມີທ່າແຮງຂອງ ຫວຽດນາມ ຈະນັບມື້ນັບແຊກຊຶມເຂົ້າຕະຫຼາດ ລັດເຊຍ ຢ່າງເລິກເຊິ່ງ, ກວ້າງຂວາງກວ່າ ຜ່ານບັນດາເວັບໄຊການຄ້າເອເລັກໂຕນິກທີ່ VAA ພວມສ້າງ.
ຕາມທ່ານ ເຢືອງຮວ່າງມິນ, ທີ່ປຶກສາຝ່າຍການຄ້າ, ຫົວໜ້າຜູ້ຕາງໜ້າດ້ານການຄ້າ ຫວຽດນາມ ປະຈຳ ລັດເຊຍ ແລ້ວ, ບັນດາໝວດສິນຄ້າທັນຍາຫານ, ລວມມີ: ຜະລິດຕະພັນກະເສດປຸງແຕ່ງ, ສິນໃນນ້ຳ, ກາເຟ, ເຂົ້າສານ… ແມ່ນບັນດາປະເພດສິນຄ້າທີ່ຕະຫຼາດ ລັດເຊຍ ສົນໃຈ ແລະ ນິຍົມ.
(ແຫຼ່ງຄັດຈາກ VOV)