• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເປັນ​ຄັ້ງ​ທຳ​ອິດທີ່ ຫວຽດ​ນາມ ປະ​ຕິ​ບັດ​ການ​ຈັດ​ແບ່ງໂຄ​ຕາການ​ປ່ອຍ​ອາຍ​ພິດ

ທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ເນັ້ນໜັກວ່າ ນີ້ເປັນຄັ້ງທຳອິດທີ່ ຫວຽດນາມ ປະຕິບັດການຈັດແບ່ງໂຄຕາການປ່ອຍອາຍພິດ ແລະ ການທົດລອງແມ່ນບາດກ້າວສຳຄັນເພື່ອສ້າງກົນໄກຄຸ້ມຄອງໃຫ້ສຳເລັດກ່ອນທີ່ຈະໄດ້ບັງຄັບໃຊ້ໃນຂອບເຂດທົ່ວປະເທດ.
ທ່ານ ເຈິ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ

ຕອນເຊົ້າວັນທີ 24 ທັນວາ, ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານ ເຈິ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມຮັບຟັງບົດລາຍງານກ່ຽວກັບການໃຫ້ສັດຕະຍາບັນຍອດໂຄຕາການປ່ອຍອາຍພິດເຮືອນແກ້ວສຳລັບປີ 2025 – 2026. ນີ້ແມ່ນຄັ້ງທຳອິດທີ່ ຫວຽດນາມ ປະຕິບັດການຈັດແບ່ງໂຄຕາການປ່ອຍອາຍພິດ.

ທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ເນັ້ນໜັກວ່າ ນີ້ເປັນຄັ້ງທຳອິດທີ່ ຫວຽດນາມ ປະຕິບັດການຈັດແບ່ງໂຄຕາການປ່ອຍອາຍພິດ ແລະ ການທົດລອງແມ່ນບາດກ້າວສຳຄັນເພື່ອສ້າງກົນໄກຄຸ້ມຄອງໃຫ້ສຳເລັດກ່ອນທີ່ຈະໄດ້ບັງຄັບໃຊ້ໃນຂອບເຂດທົ່ວປະເທດ. ດັ່ງນັ້ນ, ໃນວິວັດການທົດລອງຕ້ອງຄິດໄລ່ໂຄຕາໃຫ້ແກ່ແຕ່ລະຂົງເຂດຢ່າງລະອຽດ (ຊີມັງ, ເຫຼັກກ້າ, ໄຟຟ້າ…), ກຳນົດຂອບຂະໜາດວິສາຫະກິດນຳເຂົ້າທົດລອງເພື່ອກະກຽມຜັນຂະຫຍາຍ 100% ກັບບັນດາເປົ້າໝາຍປ່ອຍອາຍພິດໃນອະນາຄົດ .

ກ່ຽວກັບວິວັດການປະຕິບັດແບບບັງຄັບ, ໄລຍະແຕ່ປັດຈຸບັນຮອດປີ 2027 ຈະສຸມໃສ່ທົດລອງເພື່ອສ້າງບັນດາກົນໄກ, ນະໂຍບາຍໃຫ້ຄົບຊຸດ. ນັບແຕ່ປີ 2028, ການຄຸ້ມຄອງໂຄຕາການປ່ອຍອາຍພິດຈະໄດ້ຮັບການຜັນຂະຫຍາຍຢ່າງເປັນທາງການ ແລະ ບັງຄັບໃຊ້ໃນຂອບເຂດທົ່ວປະເທດສຳລັບທຸກຂົງເຂດ ແລະ ວິສາຫະກິດ.

(ແຫຼ່ງຄັດຈາກ VOV)

ຮີບເຮັ່ງສ້າງບົດລາຍງານຕ້ານການຂຸດຄົ້ນ IUU ໃຫ້ສຳເລັດ

ຮີບເຮັ່ງສ້າງບົດລາຍງານຕ້ານການຂຸດຄົ້ນ IUU ໃຫ້ສຳເລັດ

ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ໃຫ້ຮູ້ວ່າ ໄດ້ສ້າງຮ່າງບົດລາຍງານຄວາມຄືບໜ້າໃນການຕ້ານການຂຸດຄົ້ນ IUU ເພື່ອສົ່ງໃຫ້ຄະນະກຳມະການ ເອີລົບ (ອີຊີ) ແລະ ສົ່ງໄປຂໍຄຳເຫັນບັນດາສະມາຊິກຄະນະຊີ້ນຳ.

Top