ຕາມການຢັ້ງຢືນຂອງ ລັດຖະບານ ຍີ່ປຸ່ນ, ຈຳນວນຜູ້ເສຍຊີວິດຍ້ອນເຫດແຜ່ນດິນໄຫວທີ່ມີຄວາມແຮງ 7,1 ຣິກເຕີ ເກີດຂຶ້ນໃນວັນທີ 28 ກໍລະກົດ ຢູ່ເຂດ Kyushu, ພາກໃຕ້ຍີ່ປຸ່ນ ໄດ້ເພີ່ມຂຶ້ນຫຼາຍ.
ສູນການຄ້າ Aeon Mall ຢູ່ແຂວງ Kumamoto, ຍີ່ປຸ່ນ ຖືກຜົນກະທົບຈາກເຫດແຜ່ນດິນໄຫວໃນ 28/7/2026 (ພາບປະກອບ: Kyodo/VNA)
ເມື່ອກ່າວຄຳເຫັນທີ່ການຖະແຫຼງຂ່າວໃນເວລາ 8 ໂມງ 30 ນາທີຂອງຕອນເຊົ້າວັນທີ 29 ກໍລະກົດ (ຕາມເວລາທ້ອງຖິ່ນ), ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ນາງ Takaichi Sanae ຢັ້ງຢືນວ່າ ຈຳນວນຜູ້ເສຍຊີວິດຍ້ອນເຫດແຜ່ນດິນໄຫວໄດ້ເພີ່ມຂຶ້ນເປັນ 13 ຄົນແລ້ວ. ການນຳ ຍີ່ປຸ່ນ ໄດ້ເນັ້ນໜັກວ່າ ຄະນະຊີ້ນຳການຮັບມືກັບໄພພິບັດສຸກເສີນ ຍີ່ປຸ່ນ ຕ້ອງເກັບກຳຂໍ້ມູນ ແລະ ຍູ້ໄວບັນດາຄວາມມານະພະຍາຍາມກູ້ໄພກູ້ຊີບຜູ້ປະສົບເຄາະຮ້າຍ.
ທ່ານນາຍົກລັດຖະມົນຕີນາງ Takaichi Sanae ຢັ້ງຢືນວ່າ ລັດຖະບານ ແລະ ບັນດາພະນັກງານຂະແໜງການທີ່ກ່ຽວຂ້ອງພວມສົມທົບກັນຢ່າງແໜ້ນແຟ້ນ ເພື່ອໜູນຊ່ວຍວຽກງານຮັບມື.
(ແຫຼ່ງຄັດຈາກ VOV)