ຂ່າວສານ

ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ໃນ​ເຫດ​ແຜ່ນ​ດິນ​ໄຫວ​ຢູ່​ພາກ​ໃຕ້ ຍີ່​ປຸ່ນ ເພີ່ມ​ຂຶ້ນ

ຕ​າມ​ການ​ຢັ້ງ​ຢືນ​ຂອງ ລ​ັດ​ຖະ​ບານ ຍີ່​ປຸ່ນ, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ເຫດ​ແຜ່ນ​ດິນ​ໄຫວ​ທີ່​ມີ​ຄວາມ​ແຮງ 7,1 ຣິກ​ເຕີ ເກີດ​ຂຶ້ນ​ໃນ​ວັນ​ທີ 28 ກໍ​ລ​ະ​ກົດ ຢູ່​ເຂດ Kyushu, ພາກ​ໃຕ້​ຍີ່​ປຸ່ນ ໄດ້ເພີ່ມ​ຂຶ້ນຫຼາຍ.
  ສູນ​ການ​ຄ້າ Aeon Mall ຢູ່​ແຂວງ Kumamoto, ຍີ່​ປຸ່ນ ຖືກ​ຜົນ​ກະ​ທົບ​ຈາກ​ເຫດ​ແຜ່ນ​ດິນ​ໄຫວ​ໃນ​ 28/7/2026 (ພາບ​ປະ​ກອບ: Kyodo/VNA)  

ເມື່ອ​ກ່າວ​ຄຳ​ເຫັນ​ທີ່​ການ​ຖະ​ແຫຼງ​ຂ່າວ​ໃນ​ເວ​ລາ 8 ໂມງ 30 ນາ​ທີ​ຂອງ​ຕອນ​ເຊົ້າ​ວັນ​ທີ 29 ກໍ​ລະ​ກົດ (ຕາມ​ເວ​ລາ​ທ້ອງ​ຖິ່ນ), ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ ນາງ Takaichi Sanae ຢັ້ງ​ຢືນ​ວ່າ ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ເຫດ​ແຜ່ນ​ດິນ​ໄຫວ​ໄດ້​ເພີ່ມ​ຂຶ້ນ​ເປັນ 13 ຄົນ​ແລ້ວ. ການ​ນຳ ຍີ່​ປຸ່ນ ໄດ້​ເນັ້ນ​ໜັກ​ວ່າ ຄະ​ນະ​ຊີ້​ນຳ​ການ​ຮັບ​ມື​ກັບ​ໄພ​ພິ​ບັດ​ສຸກ​ເສີນ ຍີ່​ປຸ່ນ ຕ້ອງ​ເກັບ​ກຳ​ຂ​ໍ້​ມູນ ແລະ ຍູ້​ໄວ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ກູ້​ໄພ​ກູ້​ຊີບຜູ້​ປະ​ສົບ​ເຄາະ​ຮ​້າຍ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ນາງ Takaichi Sanae ຢັ້ງ​ຢືນ​ວ່າ ລັດ​ຖະ​ບານ ແລະ ບັນ​ດາ​ພະ​ນັກ​ງານ​ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ​ພວມ​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ເພື່ອ​ໜູນ​ຊ່ວຍ​ວຽກ​ງານ​ຮັບ​ມື.


top