• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສິລະປະ

ງານວາງສະແດງຫົວຂໍ້ສະເພາະ “ມ້າ ໃນສິລະປະສ້າງຮູບ”

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ຄົບຮອບ 96 ປີ (03/02/1930 – 03/02/2026) ແລະ ຕ້ອນຮັບບຸນເຕັດປະຈຳຊາດ ປີມະເມຍ, ໃນຕອນເຊົ້າວັນທີ 30 ມັງກອນ 2026, ຫໍພິພິທະພັນວິຈິດສິນ ຫວຽດນາມ ໄດ້ເປີດຕົວງານວາງສະແດງ ຫົວຂໍ້ສະເພາະ “ມ້າ ໃນສິລະປະສ້າງຮູບ”.

ງານວາງສະແດງຄັ້ງນີ້ ໄດ້ນຳເອົາ 60 ຜົນງານທີ່ຄັດເລືອກມາຈາກບັນດາຊຸດສະສົມວິຈິດສິນພື້ນເມືອງ, ທັນສະໄໝ ແລະ ຍຸກໃໝ່ດ້ວຍວັດສະດຸທີ່ອຸດົມສົມບູນ, ສະທ້ອນໃຫ້ເຫັນເຖິງ“ການໄຫຼວຽນ” ຂອງວິຈິດສິນຫວຽດນາມ ຜ່ານຍຸກສະໄໝຕ່າງໆ.

60 ຜົນງານວິຈິດສິນພື້ນເມືອງ, ທັນສະໄໝ ແລະ ຍຸກໃໝ່ ທີ່ມີຄວາມຫຼາກຫຼາຍທາງດ້ານຮູບແບບ ແລະ ວັດສະດຸ ຊຶ່ງ ໄດ້ຮັບການວາງສະແດງໃນງານຄັ້ງນີ້. ພາບ: ຟານເຟືອງ – VNA

ນັກທ່ອງທ່ຽວໄດ້ສຳຜັດກັບການພິມຮູບແຕ້ມພື້ນເມືອງ ພາຍໃນງານວາງສະແດງ. ພາບ: ຟານເຟືອງ – VNA
ນັກທ່ອງທ່ຽວໄດ້ສຳຜັດກັບການພິມຮູບແຕ້ມ ແລະ ເກັບພາບຄວາມຊົງຈຳໄວ້ໃນງານວາງສະແດງ. ພາບ: ຟານເຟືອງ – VNA
ນັກທ່ອງທ່ຽວໄດ້ສຳຜັດກັບການພິມຮູບແຕ້ມພື້ນເມືອງ ພາຍໃນງານວາງສະແດງ. ພາບ: ຟານເຟືອງ – VNA

• ງານວາງສະແດງຫົວຂໍ້ສະເພາະ “ມ້າ ໃນສິລະປະການປັ້ນແຕ່ງ” ດຶງດູດແຂກເຂົ້າມາຢ້ຽມຊົມຢ່າງຫຼວງຫຼາຍ. ພາບ: ພັນພືອງ – VNA

• ງານວາງສະແດງຫົວຂໍ້ສະເພາະ “ມ້າ ໃນສິລະປະການປັ້ນແຕ່ງ” ດຶງດູດແຂກເຂົ້າມາຢ້ຽມຊົມຢ່າງຫຼວງຫຼາຍ. ພາບ: ພັນພືອງ – VNA

ປະຕິບັດໂດຍ: VNA/VNP

ສຽງກອງ ດອຍຕາມ - ດັງກ້ອງຈິດວິນຍານ ຫວຽດນາມ: ແຜ່ຂະຫຍາຍຄຸນຄ່າ ມໍລະດົກ ເຂົ້າໃກ້ກັບຄົນຮຸ່ນໜຸ່ມ

“ສຽງກອງ ດອຍຕາມ - ດັງກ້ອງຈິດວິນຍານ ຫວຽດນາມ”: ແຜ່ຂະຫຍາຍຄຸນຄ່າ ມໍລະດົກ ເຂົ້າໃກ້ກັບຄົນຮຸ່ນໜຸ່ມ

ໃນຄ່ຳຄືນວັນທີ 1 ມິຖຸນາ 2026, ຢູ່ ຮ່າໂນ້ຍ, ກຸ່ມນັກສຶກສາ ມະຫາວິທະຍາໄລວັດທະນະທຳ ຮ່າໂນ້ຍ ໄດ້ຈັດໂຄງການສິລະປະ “ສຽງກອງ ດອຍຕາມ - ດັງກ້ອງຈິດວິນຍານ ຫວຽດນາມ”, ເພື່ອຈຳລອງການເດີນທາງ ຂອງສຽງກອງ ດອຍຕາມ ຜ່ານກະແສຟອງຂອງປະຫວັດສາດຊາດ. ໂຄງການດັ່ງກ່າວ ບໍ່ພຽງແຕ່ເຊີດຊູ ອາຊີບເຮັດກອງມູນເຊື້ອ ທີ່ມີອາຍຸການຫຼາຍກວ່າ 1.000 ປີ ເທົ່ານັ້ນ, ແຕ່ຍັງປະກອບສ່ວນ ແຜ່ຂະຫຍາຍຄຸນຄ່າ ມໍລະດົກ ໃຫ້ເຂົ້າໃກ້ກັບຄົນຮຸ່ນໜຸ່ມ ຕື່ມອີກ.

Top