• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານວາງສະແດງສີສັນເຂດພູສູງໂຄສະນາພາບພົດຂອງ ຫວຽດນາມ

ງານວາງສະແດງໄດ້ຮັບການສ້າງຂຶ້ນຄືດັ່ງເຂດວັດທະນະທຳລວມ, ຫວນຄືນການດຳລົງຊີວິດ, ວັດທະນະທຳ, ສັງຄົມຂອງພໍ່ແມ່ປະຊາຊົນບັນດາເຜົ່າເຂດພູສູງຢ່າງມີຊີວິດຊີວາ.
  (ພາບ​ປະ​ກອບ)  

ແຕ່​ວັນ​ທີ 08 – 10 ພຶດ​ສະ​ພາ, ທີ່ແຂວງ ເຊີນ​ລາ, ​ງານ​ວາງ​ສະ​ແດງ “​ສີ​ສັນ​ເຂດ​ພູ​ສູງ” ຈະ​ໄດ້​ຈັດ​ຂຶ້ນ​ຢ່າງ​ເປັນ​ທາງ​ການ ດ້ວຍ​ຂອບ​ຂະ​ໜາດ​ລະ​ຫວ່າງ​ແຂວງ, ເຕົ້າ​ໂຮມ​ຫຼາຍ​ທ້ອງ​ຖິ່ນ. ງານ​ວາງ​ສະ​ແດງ​ໄດ້​ຈັດ​ຂຶ້​ນ​ຢູ່​ຕາ​ແສງ ມົກ​ເຈົາ (ເຊີນ​ລາ), ໂດຍ​ສູນ​ວາງ​ສະ​ແດງວັດ​ທະ​ນະ​ທຳສິ​ລະ​ປະ ຫວຽດ​ນາມ (ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ ຫວຽດ​ນາມ) ສົມ​ທົບ​ກັບ​ບັນ​ດາ​ຫົວ​ໜ່ວຍ​ທີ່​ກ່ຽວ​ຂ້​ອງ​ປະ​ຕິ​ບັດ.

ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ແຂ​ວງ, ຄື: ເຊີນ​ລາ, ລາຍ​ເຈົາ, ນິງ​ບິ່ງ, ແທັງ​ຮ​ວາ, ງານ​ວາງ​ສະ​ແດງ​ໄດ້ຮັບການ​ສ້າງ​ຂຶ້​ນ​ຄື​ດັ່ງ​ເຂດ​ວັດ​ທະ​ນະ​ທຳ​ລວມ, ຫວນຄືນ​ການ​ດຳ​ລົງ​ຊີ​ວິດ, ວັດ​ທະ​ນະ​ທຳ, ສັງ​ຄົມ​ຂອງ​ພໍ່​ແມ່ປະຊາຊົນ​ບັນ​ດາ​ເຜົ່າ​ເຂດ​ພູ​ສູງ​ຢ່າງ​ມີ​ຊີ​ວິດ​ຊີ​ວາ. ຈຸດ​ພົ້ນ​ເດັ່ນ​ຂອງ​ງານ​ວາງ​ສະ​ແດງ ແມ່ນ​ເຂດ​ຫົວ​ເລື່ອງ​ສະ​ເພາະ “ສີ​ສັນ​ວັດ​ທະ​ນະ​ທຳ​ບັນ​ດາ​ເຜົ່າ​ເຂດ​ພູ​ສູງ”, ແນະ​ນຳ​ບັນ​ດາ​ຄຸນ​ຄ່າ​ທີ່​ເປັນ​ມູນ​ເຊື້ອ, ຄື: ຊຸດ​ອາ​ພອນ, ເຄື່ອງ​ດົນ​ຕີ, ການ​ເຫຼື້ອມ​ໄສ​ເຊື່ອ​ຖື… ງານ​ວາງ​ສະ​ແດງ​ຍັງ​ມີ​ການ​ເຄື່ອນ​ໄຫວ​ປະ​ພຶດຕົວຈິງ, ຄື: ວາດ​ພາບ​ຄືນ​ຕະ​ຫຼາ​ດ​ນັດປະ​ຈຳ, ການ​ສະ​ແດງ​ອາ​ຊີບ​ທີ່​ເປັນ​ມູນ​ເຊື້ອ, ການ​ສະ​ແດງ​ສິ​ລະ​ປະ​ພື້ນ​ເມືອງ.

(ແຫຼ່ງຄັດຈາກ VOV)

ທ່ານປະທານາທິບໍດີ ອາເມລິກາ ເວົ້າວ່າ ອີຣານ ສາມາດໂທລະສັບມາຖ້າຫາກຢາກດຳເນີນການເຈລະຈາຢຸດຕິສົງຄາມ

ທ່ານປະທານາທິບໍດີ ອາເມລິກາ ເວົ້າວ່າ ອີຣານ ສາມາດໂທລະສັບມາຖ້າຫາກຢາກດຳເນີນການເຈລະຈາຢຸດຕິສົງຄາມ

ຕາມທ່ານປະທານາທິບໍດີ Donald Trump ແລ້ວ, ຄວາມຮຽກຮ້ອງຫຼັກແຫຼ່ງ ແມ່ນເລື່ອງງ່າຍທີ່ວ່າ ອີຣານ ບໍ່ໄດ້ກຳມະສິດອາວຸດນິວເຄຼຍອີກ.

Top