ໄລ່ຮອດວັນທີ 2 ກໍລະກົດ, ຄະນະກູ້ໄພກູ້ຊີບ ຫວຽດນາມ ໄດ້ພົບເຫັນ ແລະ ສົ່ງຜູ້ປະສົບເຄາະຮ້າຍໄດ້ 30 ຄົນ ອອກຈາກຊາກຫັກພັງ. ພ້ອມດຽວກັນນັ້ນ, ທິມງານເສນາຮັກຂອງຄະນະສືບຕໍ່ດຳເນີນການກວດ, ແຈກຢາຍຢຸກຢາໂດຍບໍ່ເກັບຄ່າໃຫ້ແກ່ປະຊາຊົນທ້ອງຖິ່ນ.
ທິມງານກູ້ໄພກູ້ຊີບຂອງ ຫວຽດນາມ ປະຕິບັດໜ້າທີ່ຢູ່ບ່ອນເກີດເຫດ (ພາບ: VNA)
ວັນທີ 2 ກໍລະກົດ (ຕາມເວລາທ້ອງຖິ່ນ), ຄະນະກູ້ໄພກູ້ຊີບ ຫວຽດນາມ ສືບຕໍ່ຜັນຂະຫຍາຍເປີດກວ້າງຂອບເຂດຊອກຫາຜູ້ປະສົບເຄາະຮ້າຍທີ່ຍັງຕິດຂ້າງໃນວິນາດຕະກຳແຜ່ນດິນໄຫວເກີດຂຶ້ນ ຢູ່ເຂດ Playa Grande (ລັດ La Guaira) ຂອງ ເວເນຊູເອລາ. ຄະນະກູ້ໄພກູ້ຊີບ ຫວຽດນາມ ໄດ້ສົ່ງຜູ້ປະສົບເຄາະຮ້າຍຕື່ມອີກ 07 ຄົນອອກຈາກຊາກຫັກພັງ, ພ້ອມທັງໃຫ້ການປະສານສົມທົບກຳນົດ ແລະ ມອບ 12 ຈຸດ ທີ່ສົງໄສວ່າມີຜູ້ປະສົບເຄາະຮ້າຍໃຫ້ແກ່ກຳລັງເຈົ້າໜ້າທີ່ຂອງປະເທດປະຈຳຖິ່ນ. ເປັນອັນວ່າ, ໄລ່ຮອດວັນທີ 2 ກໍລະກົດ, ຄະນະກູ້ໄພກູ້ຊີບ ຫວຽດນາມ ໄດ້ພົບເຫັນ ແລະ ສົ່ງຜູ້ປະສົບເຄາະຮ້າຍໄດ້ 30 ຄົນ ອອກຈາກຊາກຫັກພັງ. ພ້ອມດຽວກັນນັ້ນ, ທິມງານເສນາຮັກຂອງຄະນະສືບຕໍ່ດຳເນີນການກວດ, ແຈກຢາຍຢຸກຢາໂດຍບໍ່ເກັບຄ່າໃຫ້ແກ່ປະຊາຊົນທ້ອງຖິ່ນ.
ກໍໃນວັນດຽວກັນ, ທ່ານ ພົນຈັດຕະວາ ຟ້າມວັນຕີ, ຮອງຫົວໜ້າກົມກູ້ໄພກູ້ຊີບ (ກອງເສນາທິການໃຫຍ່, ກອງທັບປະຊາຊົນ ຫວຽດນາມ), ຫົວໜ້າຄະນະໄດ້ພົບປະກັບບັນດາທິມງານກູ້ໄພກູ້ຊີບຂອງ ກູບາ ແລະ ຕວັກກີ ເພື່ອແລກປ່ຽນ, ແບ່ງປັນບົດຮຽນເຂົ້າຮ່ວມການແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດແຜ່ນດິນໄຫວຢູ່ ເວເນຊູເອລາ.
(ແຫຼ່ງຄັດຈາກ VOV)