ຂ່າວສານ

ຄະ​ນະ​ກູ້​ໄພ​ກູ້​ຊີບ ຫວຽດ​ນາມ ຢູ່ ເວ​ເນ​ຊູ​ເອ​ລາ ສົ່ງ​ຜູ້​ປະ​ສົ​ບ​ເຄາະ​ຮ້າຍຕື່ມ​ອີກ 07 ຄົນ ອອກ​ຈາກ​ຊາກ​ຫັກ​ພັງ

ໄລ່​ຮອດ​ວັນ​ທີ 2 ກໍ​ລະ​ກົດ, ຄະ​ນະ​ກູ້​ໄພ​ກູ້​ຊີບ ຫວຽດ​ນາມ ໄດ້​ພົບ​ເຫັນ ແລະ ສົ່ງ​ຜູ້​ປະ​ສົບ​ເຄາະ​ຮ້າຍໄດ້ 30 ຄົນ ອອກ​ຈາກ​ຊາກ​ຫັກ​ພັງ. ພ້ອມ​ດຽວ​ກັນ​ນັ້ນ, ທິມ​ງານ​ເສ​ນາ​ຮັກ​ຂອງ​ຄະ​ນະ​ສືບ​ຕໍ່​ດຳ​ເນີນ​ການກວດ, ແຈກ​ຢາຍຢ​ຸກ​ຢາ​ໂດຍ​ບໍ່​ເກັບ​ຄ່າ​ໃຫ້​ແກ່​ປະ​ຊາ​ຊົນ​ທ້ອງ​ຖິ່ນ.
  ທິມ​ງານ​ກູ້​ໄພ​ກູ້​ຊີບ​ຂອງ ຫວຽດ​ນາມ ປະ​ຕິ​ບັດ​ໜ້າ​ທີ່​ຢູ່​ບ່ອນ​ເກີດ​ເຫດ (ພາບ: VNA)  

ວັນ​ທີ 2 ກໍ​ລະ​ກົດ (ຕ​າມ​ເວ​ລາ​ທ້ອງ​ຖິ່ນ), ຄະ​ນະ​ກູ້​ໄພ​ກູ້​ຊີບ ຫວຽດ​ນາມ ສືບ​ຕໍ່​ຜັນ​ຂະ​ຫຍາຍ​ເປີດກວ້າງ​ຂອບ​ເຂດ​ຊອກ​ຫາ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ທີ່​ຍັງ​ຕິດ​ຂ້າງ​ໃນ​ວິ​ນາດ​ຕະ​ກຳ​ແຜ່ນ​ດິນ​ໄຫວ​ເກີດ​ຂຶ້ນ ​ຢູ່ເຂດ Playa Grande (ລັດ La Guaira) ຂອງ​ ເວ​ເນ​ຊູ​ເອ​ລາ. ຄະ​ນະ​ກູ້​ໄພ​ກູ້​ຊີບ ຫວຽດ​ນາມ ໄດ້​ສົ່ງ​ຜູ້​ປະ​ສົບ​ເຄາະ​ຮ້າຍຕື່​ມ​ອີກ 07 ຄົນອອກ​ຈາກ​ຊາກ​ຫັກ​ພັງ, ພ້ອມ​ທັງ​ໃຫ້​ການ​ປະ​ສານ​ສົມ​ທົບ​ກຳ​ນົດ ແລະ ມອບ 12 ຈຸດ ທີ່​ສົງ​ໄສວ່າ​ມີ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ໃຫ້​ແກ່​ກຳ​ລັງ​ເຈົ້​າ​ໜ້າ​ທີ່​ຂອງ​ປະ​ເທດ​ປະ​ຈຳ​ຖິ່ນ. ເປັນ​ອັນ​ວ່າ, ໄລ່​ຮອດ​ວັນ​ທີ 2 ກໍ​ລະ​ກົດ, ຄະ​ນະ​ກູ້​ໄພ​ກູ້​ຊີບ ຫວຽດ​ນາມ ໄດ້​ພົບ​ເຫັນ ແລະ ສົ່ງ​ຜູ້​ປະ​ສົບ​ເຄາະ​ຮ້າຍໄດ້ 30 ຄົນ ອອກ​ຈາກ​ຊາກ​ຫັກ​ພັງ. ພ້ອມ​ດຽວ​ກັນ​ນັ້ນ, ທິມ​ງານ​ເສ​ນາ​ຮັກ​ຂອງ​ຄະ​ນະ​ສືບ​ຕໍ່​ດຳ​ເນີນ​ການກວດ, ແຈກ​ຢາຍຢ​ຸກ​ຢາ​ໂດຍ​ບໍ່​ເກັບ​ຄ່າ​ໃຫ້​ແກ່​ປະ​ຊາ​ຊົນ​ທ້ອງ​ຖິ່ນ.

ກໍ​ໃນ​ວັນ​ດຽວ​ກັນ, ທ່ານ ພົນ​ຈັດ​ຕະ​ວາ ຟ້າມ​ວັນ​ຕີ, ຮອງ​ຫົວ​ໜ້າ​ກົມ​ກູ້​ໄພ​ກູ້​ຊີບ (ກອງ​ເສ​ນາ​ທິ​ການ​ໃຫຍ່, ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ), ຫົວ​ໜ້າ​ຄະ​ນະ​ໄດ້​ພົບ​ປະ​ກັບ​ບັນ​ດາ​ທິມ​ງານ​ກູ້​ໄພ​ກູ້​ຊີບ​ຂອງ ກູ​ບາ ແລະ ຕວັກ​ກີ ເພື່ອ​ແລກ​ປ່ຽນ, ແບ່ງ​ປັນ​ບົດ​ຮຽນ​ເຂົ້າ​ຮ່ວມ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ເຫດ​ແຜ່ນ​ດິ​ນ​ໄຫວ​ຢູ່ ເວ​ເນ​ຊູ​ເອ​ລາ.


top