• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເພື່ອນມິດ ກັບ ຫວຽດນາມ

ຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ເຂົ້າຮ່ວມງານວາງສະແດງການບິນສິງກະໂປ

ໂດຍໄດ້ຮັບຄຳເຊີນຂອງກະຊວງປ້ອງກັນປະເທດສິງກະໂປ, ຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ນໍາໂດຍທ່ານພົນໂທ ຮວ່າງຊວນຈ໊ຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ເຂົ້າຮ່ວມງານວາງສະແດງການບິນຢູ່ສິງກະໂປ. ວັນທີ 3 ກຸມພາ, ຄະນະຜູ້ແທນ ໄດ້ເຂົ້າຮ່ວມພິທີເປີດງານວາງສະແດງ ແລະດຳເນີນການພົບປະສອງຝ່າຍຕ່າງໆ.
ທ່ານພົນໂທ ຮວ່າງຊວນຈ໊ຽນ ພ້ອມດ້ວຍຄະນະຜູ້ແທນຫວຽດນາມ ຢ້ຽມຢາມບັນດາຮ້ານວາງສະແດງ. ພາບ: qdnd.vn

ເລື່ອງກະຊວງປ້ອງກັນປະເທດຫວຽດນາມ ເຂົ້າຮ່ວມງານວາງສະແດງ ໄດ້ສະແດງໃຫ້ເຫັນຄວາມເອົາໃຈໃສ່ຕໍ່ກັບການຮ່ວມມືສາກົນໃນຂົງເຂດອຸດສາຫະກໍາປ້ອງກັນຊາດ; ຢືນຢັນວ່າ ລັດຖະບານ ແລະກະຊວງປ້ອງກັນປະເທດຫວຽດນາມ ຍາມໃດກໍ່ສ້າງເງື່ອນໄຂ ເພື່ອແນໃສ່ເພີ່ມທະວີການແລກປ່ຽນ ແລະຮ່ວມມືສາກົນໃນຂົງເຂດອຸດສາຫະກໍາປ້ອງກັນຊາດ ຕາມຫຼັກການສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ເຄົາລົບກົດໝາຍຂອງຫວຽດນາມ ແລະຄຳໝັ້ນສັນຍາສາກົນອື່ນໆ.

* ເນື່ອງໃນໂອກາດເຂົ້າຮ່ວມງານວາງສະແດງ, ທ່ານພົນໂທ ຮ່ວາງຊວນຈ໊ຽນ ໄດ້ມີການພົບປະສອງຝ່າຍກັບທ່ານ Chan Heng Kee, ເລຂາທິການຜູ້ປະຈໍາການກະຊວງປ້ອງກັນປະເທດສິງກະໂປ.

ທ່ານພົນໂທ ຮວ່າງຊວນຈ໊ຽນ ພົບປະສອງຝ່າຍກັບທ່ານ Chan Heng Kee ເລຂາທິການຜູ້ປະຈໍາການກະຊວງປ້ອງກັນປະເທດສິງກະໂປ. ພາບ: qdnd.vn

ທີ່ການພົບປະ, ທ່ານພົນໂທ ຮ່ວາງຊວນຈ໊ຽນ ປາດຖະໜາຢາກໃຫ້ທ່ານ Chan Heng Kee ສືບຕໍ່ເອົາໃຈໃສ່, ຊີ້ນໍາຊຸກຍູ້ການພັດທະນາການພົວພັນດ້ານປ້ອງກັນຊາດລະຫວ່າງ ຫວຽດນາມ-ສິງກະໂປ ໃຫ້ມີບາດກ້າວພັດທະນາຢ່າງແທດຂິງ, ມີປະສິດທິຜົນ, ໂດຍສຸມໃສ່ເຂົ້າໃນບັນດາຂົງເຂດ, ຄື: ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຢູ່ຂັ້ນສູງ, ຮັກສາກົນໄກເຈລະຈາ ແລະປຶກສາຫາລື; ການຮ່ວມມືລະຫວ່າງເຫຼົ່າທັບ, ເຫຼົ່າຮົບ; ການຮ່ວມມືດ້ານການບໍາລຸງສ້າງ ແລະໃນທຸກຂົງເຂດຮ່ວມມືອື່ນໆ, ຄື: ຄວາມໝັ້ນຄົງ, ຄວາມປອດໄພໃນການເດີນທະເລ; ກູ້ໄພກູ້ຊີບ; ການແພດການທະຫານ, ພະລາທິການ, ການແລກປ່ຽນຂໍ້ມູນຂ່າວສານ; ລາຊະການລັບ;  ຄວາມໝັ້ນຄົງທີ່ບໍ່ແມ່ນການທະຫານ; ການປຶກສາຫາລື ແລະສະໜັບສະໜູນເຊິ່ງກັນ ແລະກັນ ຢູ່ບັນດາເວທີປາໄສຫຼາຍຝ່າຍ ແລະການເຄື່ອນໄຫວຫຼາຍຝ່າຍໂດຍແຕ່ລະຝ່າຍຈັດຕັ້ງ.

ສ່ວນທ່ານ Chan Heng Kee ຢືນຢັນວ່າ: ຫວຽດນາມ ແລະສິງກະໂປ ມີການພົວພັນຮ່ວມມືດີງາມທີ່ສຸດ ແລະນັບມື້ນັບໄດ້ຮັບການປັບປຸງ, ພັດທະນາ, ໃນນັ້ນການຮ່ວມມືດ້ານປ້ອງກັນຊາດແມ່ນເສົາຄໍ້າ; ພ້ອມທັງສະແດງຄວາມປາດຖະໜາວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ປະສານສົມທົບກັນ, ຊຸກຍູ້ການຮ່ວມມືຮອບດ້ານໃນບັນດາຂົງເຂດທີ່ໄດ້ເຫັນດີເປັນເອກະພາບ,  ໂດຍຈຸດສຸມແມ່ນການຮ່ວມມືລະຫວ່າງທະຫານເຮືອ, ການບໍາລຸງສ້າງ, ຄວາມປອດໄພທາງໄຊເບີ..., ຜ່ານນັ້ນຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍຂຶ້ນສູ່ລະດັບສູງໃໝ່.

ທ່ານພົນໂທ ຮວ່າງຊວນຈ໊ຽນ ພົບປະ ແລະໂອ້ລົມກັບການນໍາກະຊວງປ້ອງກັນປະເທດບັນດາປະເທດ ທີ່ງານວາງສະແດງ. ພາບ: qdnd.vn

* ທີ່ງານວາງສະແດງ, ທ່ານພົນໂທ ຮວ່າງຊວນຈ໊ຽນ ໄດ້ມີການພົບປະກັບການນຳກະຊວງປ້ອງກັນປະເທດບັນດາປະເທດ ແລະຢ້ຽມຢາມບັນດາຮ້ານວາງສະແດງ, ພົບປະກັບວິສາຫະກິດປ້ອງກັນຊາດ ຈາກສິງກະໂປ, ຝລັ່ງ, ອາເມລິກາ, ຍີ່ປຸ່ນ, ອິດສະຣາແອນ, ສ.ເຊັກໂກ ແລະປະເທດອື່ນໆ. ທ່ານພົນໂທ ຮວ່າງຊວນຈ໊ຽນ ສະເໜີໃຫ້ບັນດາປະເທດ ແລະຫວຽດນາມ ຊອກຮູ້ຄວາມເປັນໄປໄດ້ໃນການຮ່ວມມືທີ່ເໝາະສົມກັບຄວາມສາມາດຂອງແຕ່ລະຝ່າຍ, ເຫັນດີເປັນເອກະພາບຕໍ່ກັບທິດທາງຊຸກຍູ້ການຮ່ວມມືດ້ານອຸດສາຫະກຳປ້ອງກັນຊາດ ໃນໄລຍະຈະມາເຖິງ.

ທ່ານພົນໂທ ຮວ່າງຊວນຈ໊ຽນ ເປັນສັກຂີພິຍານພິທີລົງນາມໃນຂໍ້ຕົກລົງການຮ່ວມມືລະຫວ່າງ Viettel ກັບກຸ່ມບໍລິສັດ ST Engineering ຂອງສິງກະໂປ. ພາບ: qdnd.vn

* ໃນວັນດຽວກັນ, ທ່ານພົນໂທ ຮວ່າງຊວນຈ໊ຽນ ໄດ້ເປັນສັກຂີພິຍານພິທີລົງນາມໃນຂໍ້ຕົກລົງການຮ່ວມມືລະຫວ່າງ Viettel ກັບກຸ່ມບໍລິສັດ ST Engineering -ເຊິ່ງແມ່ນກຸ່ມບໍລິສັດການບິນ, ປ້ອງກັນຊາດ, ເຕັກໂນໂລຢີແຖວໜ້າຂອງສິງກະໂປ ແລະກຸ່ມບໍລິສັດ Honeywell - ກຸ່ມບໍລິສັດນາໆຊາດ ທີ່ມີສໍານັກງານ ຢູ່ອາເມລິກາ.

(ແຫຼ່ງຄັດຈາກ ໜັງສືພິມກອງທັບປະຊາຊົນ)

ການເດີນທາງ ເພື່ອສໍາຜັດ ມໍລະດົກ ຢູ່ ເຮືອນລວມ ຂອງ 54 ຊົນເຜົ່າ ຫວຽດນາມ

ການເດີນທາງ ເພື່ອສໍາຜັດ ມໍລະດົກ ຢູ່ “ເຮືອນລວມ” ຂອງ 54 ຊົນເຜົ່າ ຫວຽດນາມ

ຄະນະຜູ້ແທນ ເຊິ່ງປະກອບດ້ວຍ ເອກອັກຄະລັດຖະທູດ, ອຸປະທູດ, ຫົວໜ້າອົງການຈັດຕັ້ງສາກົນ ປະຈຳ ຫວຽດນາມ ໄດ້ເດີນທາງຢ້ຽມ ຢາມ ແລະ ສຳຜັດກັບວັດທະນະທຳ ທີ່ເປັນເອກະລັກ ຂອງບັນດາ ເຜົ່າ ຫວຽດນາມ ຢູ່ໝູ່ບ້ານວັດທະນະທຳ-ການທ່ອງທ່ຽວບັນດາເຜົ່າ ຫວຽດນາມ.

Top