
ຜ່ານ 30 ປີແຫ່ງການຮ່ວມມື, ມາຮອດປັດຈຸບັນ, ຫວຽດນາມ ແລະ ສ ອາເມລິກາ ໄດ້ຈັດຕັ້ງການປະຕິບັດງານຮ່ວມ 134 ຄັ້ງ, ສົ່ງອັດຖິ ທະຫານ ອາເມລິກາ ກັບປະເທດ ໄດ້ເກືອບ 1000 ຊຸດ ທີ່ອາດກ່ຽວພັນ ເຖິງ MIA, ຈາກນັ້ນ ຝ່າຍ ສ ອາເມລິກາ ໄດ້ຮັບ ຮອງປະມານ 730 ກໍລະນີ. ພາບ: ຢ໊ວານເຕິ໋ນ/ VNA

ແຕ່ວັນທີ 17 ພຶດສະພາ-ວັນທີ 2 ມິຖຸນາ 2018, ກຳປັ່ນໂຮງ ໝໍ USNS Mercy ຂອງ ກອງບັນຊາການ ກອງທັບເຮືອສ ອາເມ ລິກາ ໄດ້ເຂົ້າທຽບທ່າກຳປັ່ນ ຍາຈາງ,
ເລີ່ມປະຕິບັດ ໂຄງການຄູ່ ຮ່ວມມື ປາຊີຟິກ 2018 ທີ່ນະຄອນ ຍາຈາງ, ແຂວງ ແຄ໋ງຮ່ວາ. ພາບ: ຕຽນມິນ/VNA

ວັນທີ 5 ມີນາ 2020, ເນື່ອງໃນໂອກາດສະເຫຼີມສະຫຼອງ 25 ປີ ວັນສ້າງຕັ້ງ ສາຍພົວພັນທາງການທູດ ລະຫວ່າງ ສ ອາເມລິກາ ແລະ ຫວຽດນາມ, ກໍາປັ່ນບັນທຸກເຮືອບິນ USS Theodore Roosevelt
(CVN 71) ແລະ ກຳປັ່ນ Bunker Hill (CG52) ໄດ້ເຂົ້າທຽບທ່າກຳປັ່ນ ນະຄອນ ດ່າໜັງ, ເລີ່ມຕົ້ນ ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ພາບ: ກວັກຢຸ້ງ/VNA

ກຸ່ມບໍລິສັດ ບໍລິສັດໄຟຟ້າ General Electric (GE) ຂອງ ສ ອາເມລິກາ ໄດ້ປະຕິບັດ ພາລະບົດບາດ ຂອງ ຜູ້ຮັບເໝົາ ໃນການ ສະໜອງ ອຸປະກອນ
ແລະ ການຈັດສັນທຶນ ໃຫ້ແກ່ ຜູ້ຜະລິດໄຟຟ້າ ພະລັງງານແຮງລົມ. ພາບ: ເຈິ່ນຫວຽດ/VNA

ກະຊວງ ກະສິກຳ ສ ອາເມລິກາ ໄດ້ຮັບຮອງ ຢ່າງເປັນທາງ ການ ລະບົບກວດກາ ຫຼັກອະນາໄມ ດ້ານໂພສະນາການ ປາໜັງ ຂອງ ຫວຽດນາມ ສົ່ງອອກໄປຍັງ ສ ອາເມລິກາ. ສິ່ງດັ່ງກ່າວໄດ້ ຊ່ວຍໃຫ້ ປາສະຫວາຍ ຫວຽດນາມ ໄດ້ເຂົ້າເຖິງ ແລະ ເປີດກວ້າງ ຕະຫຼາດ ສົ່ງອອກ ບໍ່ພຽງແຕ່ ຢູ່ ສ ອາເມລິກາ ແຕ່ຍັງ ຢູ່ຕະຫຼາດ ແຫ່ງອື່ນໆ ງ່າຍດາຍຍິ່ງຂຶ້ນ. ພາບ: VNA
|