ຫວຽດນາມ - ຫັນຈາກການປ້ອງກັນ ໄປສູ່ເປັນເຈົ້າການ ໃນຄວາມ ພະຍາຍາມ ຕໍ່ສູ້, ປ້ອງກັນ, ສະກັດກັ້ນ ການແຜ່ລະບາດ ເຊື້ອໂຄວິດ - 19
ເປັນເວລາ 34 ມື້ ຫວຽດນາມ ບໍ່ມີຜູ້ຕິດເຊື້ອໂຄວິດ - 19 ໃນຊຸມຊົນ, ໃນວັນທີ 29 ເມສາ, ແຂວງ ຮ່ານາມ ມີຜູ້ຕິດເຊື້ອໂຄວິດ - 19 ລາຍທຳອິດ ແລະ ຫຼັງຈາກນັ້ນ ໄດ້ພົບເຫັນຫຼາຍກໍລະນີໃໝ່.
ຕໍ່ໜ້າການຜັນແປ ແລະ ສັບສົນຍິ່ງຂຶ້ນ ຂອງ ການແຜ່ລະບາດເຊື້ອ ໂຄວິດ - 19, ວັນທີ 2 ພຶດສະພາ, ທີ່ສຳນັກງານລັດຖະບານ, ທ່ານ ນາຍົກລັດຖະ ມົນຕີ ຟ້າມມິງຈິ໋ງ ໄດ້ເປັນປະທານ ກອງປະຊຸມດ່ວນ ກ່ຽວກັບ ການປ້ອງ ກັນ, ສະ ກັດກັ້ນການແຜ່ລະບາດ ເຊື້ອໂຄວິດ - 19.
ກອງປະຊຸມ ດັ່ງກ່າວ ມີຈຸດປະສົງຕີລາຄາຄືນໃໝ່ ສະພາບການຈັດຕັ້ງ ປະຕິບັດ ການປ້ອງກັນ, ສະກັດກັ້ນ ການແຜ່ລະບາດ ໃນໄລຍະຜ່ານມາ, ໃນນັ້ນຍົກໃຫ້ເຫັນຢ່າງຈະແຈ້ງ ເຫດຜົນອັດຕະວິໄສ ແລະ ພິຈາລະນາ ຄວາມຮັດຜິດຊອບ ຂອງ ບັນດາອົງການຈັດຕັ້ງ, ທ້ອງຖ່ິນ, ບຸກຄົນ ທີ່ໄດ້ ປ່ອຍປະລະເລີຍ, ປະໝາດ ຫຼື ປະຕິບັດ ບໍ່ເຂັ້ມງວດ ບັນດາຂໍ້ກຳນົດ ກ່ຽວກັບ ການ ປ້ອງກັນ, ສະກັດກັ້ນ ການແຜ່ລະບາດ. ນອກຈາກນັ້ນ, ກອງປະ ຊຸມໄດ້ ພິຈາລະນາ ບັນດາວິທີການ ຢ່າງມີປະສິດທິຜົນ ຕໍ່ໄປ ທີ່ຕ້ອງການ ປະຕິບັດ ເພື່ອກຳຈັດ, ສະກັດກັ້ນການແຜ່ລະບາດເຊື້ອ ໂຄວິດ - 19 ໃຫ້ດີຍິ່ງຂຶ້ນ.
ຈາກນັ້ນ, ໃນກອງປະຊຸມ ປະຈໍາເດືອນ ເມສາ ປີ 2021 ໃນວັນທີ 5 ພຶດສາພາ, ຕໍ່ໜ້າສະຖານະການ ໂລກລະບາດມີການ ຜັນແປໃໝ່, ທ່ານ ນາຍົກລັດຖະມົນຕີ ໄດ້ຊີ້ແຈງວ່າ ພວກເຮົາຕ້ອງມີແນວທາງ, ອຸດົມການ ແລະ ທັດສະນະຊີ້ນຳໃໝ່, ສ້າງພື້ນຖານ ໃຫ້ແກ່ການນໍາພາ ຈັດຕັ້ງປະຕິບັດ. ທ່ານ ນາຍົກລັດຖະມົນຕີ ໄດ້ເນັ້ນໜັກເຖິງຈິດໃຈ: “ຫັນຈາກ ການປ້ອງກັນ, ສະກັດກັ້ນການແຜ່ລະບາດ ໄປສູ່ ການເປັນເຈົ້າ ການສະກັດກັ້ນ, ແຕ່ຕ້ອງມີຄວາມປະສານ ກົມກຽວກັນ ລະຫວ່າງ ການປ້ອງກັນ ແລະ ບຸກໂຈມຕີ, ຮັບປະກັນ ໃຫ້ບັນລຸປະສິດ ທິຜົນສູງສຸດ”.
ທ່ານ ນາຍົກລັດຖະມົນຕີ ໄດ້ຮຽກຮ້ອງວ່າ ໃນເວລາຈະມາເຖິງ, ສືບຕໍ່ ເຊື່ອມຊຶມຢ່າງເລິກເຊິ່ງ, ຜັນຂະຫຍາຍ ຈັດຕັ້ງປະຕິບັດ ຢ່າງເຂັ້ມງວດ ຕໍ່ ການຊີ້ນຳ, ຄໍາເຕືອນ ຂອງປະທານປະເທດ, ການຊີ້ນຳຂອງຄະນະປະຈຳ ເລຂາ, ມະຕິຕົກລົງຂອງລັດຖະບານ, ການຊີ້ນຳຂອງນາຍົກລັດຖະມົນຕີ ແລະ ຄະນະຊີ້ນຳຂອງ ນາຍົກລັດຖະມົນຕີ ແລະ ຄະນະຊີ້ນຳແຫ່ງຊາດ ກ່ຽວກັບ ການປ້ອງກັນ, ສະກັດກັ້ນເຊື້ອໂຄວິດ - 19. ນາຍົກລັດຖະມົນຕີ ກ່າວວ່າ ສອງທ່າອຽງຕ້ອງຕ້ານຄື: ໜຶ່ງແມ່ນລະເລີຍ, ປະໝາດ, ຂາດ ສະຕິລະວັງຕົວ. ສອງແມ່ນຫວາດຫວັ່ນຢ້ານກົວ, ສັ່ນສະເທືອນ ຫຼື ມີທ່າທີ ຂວາຈັດ. ດ້ວຍເຫດນັ້ນ ຕ້ອງມີສະຕິສ່ອງໃສທຸ່ນທ່ຽງ, ໄຫວພິບ, ປະດິດສ້າງ ໃນການບັນຊາ, ຈັດແກ້ສະພາວະການ ໂດຍອີງໃສ່ຕົວຈິງ.
ທ່ານ ນາຍົກລັດຖະມົນຕີ ຮຽກຮ້ອງ ໃຫ້ເພີ່ມທະວີ ການນຳໃຊ້ ເຕັກໂນໂລຊີ ທີ່ ກ້າວໜ້າ, ບັນດາມາດຕະການທ່ີເດັດຂາດ; ນຳເຂົ້າວັກຊີນ ແລະ ສັກວັກຊີນ ໃນບໍລິເວນກວ້າງ, ໃນນັ້ນບູລິມະສິດ ໃຫ້ແກ່ ບັນດາເປົ້າໝາຍຢູ່ ແຖວໜ້າ ຕ້ານການແຜ່ລະບາດ ຊຶ່ງເປັນ ຜູ້ມີຄວາມສ່ຽງສູງ.
ສປປ ລາວ, ກຳປູເຈຍ ກໍາລັງຄວບຄຸມ ສະຖານະການ ການລະບາດ ໂຄວິດ-19.
ການທ່ີບັນດານະຄອນໃຫຍ່ຂອງ ລາວ ບໍ່ມີຜູ້ຕິດເຊື້ອໂຄວິດ - 19 ໃໝ່ ຫຼື ຈໍານວນຜູ້ຕິດເຊື້ອໂຄວິດ-19 ທ່ີນັບມື້ຫຼຸດລົງ ສະແດງໃຫ້ເຫັນ ສະຖານະການແຜ່ລະບາດ ກຳລັງມີ ທ່າອຽງ ຄວບຄຸມໄດ້ດີ. ສະຖານະການ ຢູ່ ກຳປູ ເຈຍ ກໍມີທ່າອຽງດີຂຶ້ນ.
ກວ່າ 3 ສັບປະດາ ຫຼັງຈາກການລະບາດ ຄັ້ງທີສອງ, ສະຖານະການຢູ່ ລາວ ກຳລັງຄ່ອຍໆ ຄວບຄຸມໄດ້ ເມື່ອຈຳນວນຜູ້ຕິດໂຄວິດ - 19 ໃໝ່, ພິ ເສດແມ່ນຢູ່ ບັນດານະຄອນໃຫຍ່ ນັບມື້ນັບຫຼຸດລົງ.
ຕອນບ່າຍວັນທີ 11 ພຶດສະພາ, ກະຊວງສາທາລະນະສຸກ ລາວ ໄດ້ຖະ ແຫຼງຂ່າວວ່າ ມີຜູ້ຕິດເຊື້ອໃໝ່ 35 ຄົນ ໃນ 24 ຊົ່ວໂມງຜ່ານມາ, ໃນນັ້ນ ໃຈກາງການລະບາດຢູ່ນະຄອນຫຼວງ ວຽງຈັນ ມີ 9 ກໍລະນີ, ສືບຕໍ່ຢູ່ລະດັບ 1 ຕົວເລກ.
ໄລ່ຮອດຈຸດເວລາປະກາດຂ່າວນີ້, ຈຳນວນຜູ້ຕິດເຊື້ອໂຄວິດ - 19 ຢູ່ ລາວມີ 1.362 ຄົນ, ໃນນັ້ນ ປິ່ນປົວຫາຍດີແລ້ວ 297 ຄົນ ແລະ ມີພຽງ 1 ກໍລະນີເສຍຊີວິດ.
ຢູ່ກຳປູເຈຍ, ຈາກສະຖິຕິ ຂອງ ກະຊວງສາທາລະນະສຸກ ກຳປູເຈຍ ໃຫ້ຮູ້ ວ່າ ຈຳນວນຜູ້ຕິດເຊື້ອ ໄວຣັດ SARS-CoV-2 ໃໝ່ ໄດ້ຫຼຸດລົງເປັນມື້ທີ່3 ຕິດຕໍ່ກັນ, ກ່ອນຈະມີຜູ້ຕິດ 480 ກໍລະນີ ໃນວັນທີ 11 ພຶດສະພາ. ຈຳນວນ ຜູ້ຕິດເຊື້ອໂຄວິດ - 19 ທັງໝົດ ຢູ່ ກຳປູເຈຍ ຮອດຈຸດເວລານີ້ແມ່ນ 20.223 ຄົນ, ໃນນັ້ນມີ 8.170 ກໍລະນີ ໄດ້ປິ່ນປົວຫາຍດີ.
ກຳປູເຈຍ ເລີ່ມປະຕິບັດການສັກວັກຊີນ ປ້ອງກັນເຊື້ອໂຄວິດ - 19 ແຕ່ ເດືອນ ກຸມພາ ຜ່ານມາ ແລະ ມາຮອດປັດຈຸບັນ ກວ່າ 1,8 ລ້ານ ຄົນ ໄດ້ ຮັບການ ສັກວັກຊີນ ປ້ອງກັນເຊື້ອໂຄວິດ - 19. ທ່ານນາຍົກລັດຖະມົນຕີ ສົມເດັດເຕໂຊ ຮຸນແຊນ ກ່າວວ່າ ຈະຊື້ວັກຊີນ ກວ່າ 20 ລ້ານ ໂດສ ເພື່ອ ສັກປ້ອງກັນເຊື້ອໂຄວິດ - 19 ໃຫ້ປະຊາຊົນ ກໍາປູເຈຍ ກວ່າ10 ລ້ານ ຄົນ, ຜ່ານນັ້ນສ້າງພູມຄຸ້ມກັນ ຕ້ານ ການລະບາດໃນຊຸມຊົນ.
ໄທ ຈະຊື້ວັກຊີນ 200 ລ້ານ ໂດສ ເພື່ອປ້ອງກັນເຊື້ອໂຄວິດ - 19
ລັດຖະບານໄທ ວາງເປົ້າໝາຍ ຊື້ວັກຊີນ 100 ລ້ານໂດສ ເພື່ອສັກ ປ້ອງກັນ ການແຜ່ລະບາດເຊື້ອໂຄວິດ - 19 ໃຫ້ 50 ລ້ານຄົນ ໃນຈຳນວນ ປະ ຊາກອນ ທັງໝົດ ປະມານ 70 ລ້ານຄົນ ເພື່ອແນໃສ່ສ້າງພູມຄຸ້ມກັນ ຕ້ານ ການແຜ່ລະບາດໃນຊຸມຊົນ.
ນາຍົກລັດຖະມົນຕີໄທ ທ່ານ ປຣະຍຸດ ຈັນໂອຊາ ໄດ້ອອກຖະແຫຼງການ ຈະຊື້ ວັກຊີນ ທັງໝົດ 200 ລ້ານໂດສ ເພື່ອກະກຽມໃຫ້ກໍ ລະນີສຸກເສີນ ທີ່ຍາກຈະ ຄາດຄະເນລ່ວງໜ້າ ເມື່ອການລະບາດຍັງສືບຕໍ່ ແຜ່ລະບາດ ຢູ່ ຫຼາຍປະເທດ.
ນາຍົກລັດຖະມົນຕີໄທ ທ່ານ ປຣະຍຸດ ຈັນໂອຊາ ກ່າວວ່າ ໄທ ມີຈຳນວນ ປະຊາກອນ ໃນໄວຈະເລີນ ປະມານ 60 ລ້ານຄົນ, ດ້ວຍເຫດນັ້ນຕ້ອງການ ວັກຊີນ ຢ່າງໜ້ອຍ 120 ລ້ານໂດສ ເພື່ອສັກໃຫ້ຄົບ ສອງເຂັມ.
ບຣູໄນ ໜຶ່ງປິ ບໍ່ມີຜູ້ຕິດເຊື້ອ SARS-CoV-2 ໃນຊຸມຊົນ
ຫຼັງຈາກຮັບຮອງກໍລະນີຕິດເຊື້ອໂຄວິດ - 19 ລາຍທຳອິດໃນວັນທີ 9 ມີນາ 2020, ບຣູໄນ ໄດ້ປະຕິບັດການຄວບຄຸມ ຊາຍແດນ ກໍຄືບັນດາຂໍ້ກຳນົດ ກ່ຽວກັບ ການໄປມາ ຢ່າງເຂັ້ມງວດ ເພື່ອ ສະກັດກັ້ນ ໄວຣັດ SARS-CoV-2 ກໍ່ໃຫ້ເກີດເຊື້ອໂຄວິດ - 19 ເຂົ້າສູ່ປະເທດ ເຖິງວ່າຈຳນວນນັກ ທ່ອງທ່ຽວ ຕ່າງປະະເທດ ມາຍັງບຣູໄນ ຈະຫຼຸດລົງຢ່າງຫຼວງຫຼາຍ.
ວັນທີ 6 ພຶດສະພາ, ລັດຖະບານ ບຣູໄນ ໄດ້ປະກາດວ່າ ບໍ່ມີກໍລະນີຕິດ ເຊື້ອໂຄວິດ - 19 ໃໝ່ ໃນຊຸມຊົນ, ເປັນເວລາໜຶ່ງປີ ບໍ່ຜູ້ຕິດເຊື້ອໂຄວິດ -19 ໃນຊຸມຊົນ.
ແຕ່ວັນທີ 3 ເມສາ ຜ່ານມາ, ລັດຖະບານ ໄດ້ເລີ່ມໂຄງການສັກວັກຊີນ ປ້ອງກັນພະຍາດແຫ່ງຊາດ. ມາຮອດວັນທີ 5 ພຶດສະພາ, ມີ 17.776 ຄົນ ຂອງ ປະຊາກອນ ທັງໝົດ 450.000 ຄົນ ໄດ້ຮັບສັກວັກຊີນ ປ້ອງກັນເຊື້ອ ໂຄວິດ - 19.
ອິນໂດເນເຊຍ ມີແຜນການແກ່ຍາວຄຳສັ່ງ ຈຳກັດ ກິດຈະການຂະໜາດໜ້ອຍ
ກ່າວປາໄສ ໃນກອງປະຊຸມທາງໄກ ຈາກທຳນຽບ ປະທານາທິບໍດີ ຢູ່ນະຄອນຫຼວງ Jakarta, ປະທານ KPC-PEN ທັງເປັນລັດຖະມົນຕີ ປະສານງານ ດ້ານເສດຖະກິດໃຫ້ຮູ້ວ່າ ລັດຖະບານ ຈະສືບຕໍ່ ຈຳກັດ ກິດຈະການ ຂະໜາດນ້ອຍ (PPKM) ນັບແຕ່ວັນທີ 18-31 ພຶດສະພາ ໃນ 30/34 ແຂວງ, ນະຄອນທົ່ວປະເທດ ທັນທີ ຫຼັງຈາກວັນຢຸດ Eid Al-Fitr ຂອງ ຊາວ ມຸສລິມ.
ອິນໂດເນເຊຍ ວາງເປົ້າໝາຍສັກວັກຊີນປ້ອງກັນເຊື້ອໂຄວິດ - 19 ໃຫ້ປະ ຊາຊົນ ຢ່າງໜ້ອຍ 181,5 ລ້ານຄົນ ແນໃສ່ ສ້າງພູມຄຸ້ມກັນ ໃນຊຸມຊົນ ເປັນເວລາໜ່ຶງປີ. ອິນໂດເນເຊຍ ໄດ້ສັ່ງຊື້ວັກຊີນ ຈຳນວນ 426 ລ້ານ ໂດສ ກັບ ຫຼາຍບໍລິສັດ ການຢາສາກົນ, ໃນນັ້ນມີ Sinovac, AstraZaneca, Pfizer ແລະ Novavax.
ມາເລເຊຍ ປະກາດປິດປະເທດ ຍ້ອນການແຜ່ລະບາດ ເຊື້ອໂຄວິດ - 19
ວັນທີ 10 ພຶດສະພາ, ນາຍົກລັດຖະມົນຕີ ມາເລເຊຍ ທ່ານ Muhyiddin Yassin ໄດ້ປະກາດຄໍາສັ່ງປິດປະເທດ ໃນສະພາບ ປະເທດຕ້ອງ ຮັບມື ກັບການລະບາດເຊື້ອໂຄວິດ - 19 ໃໝ່, ເພີ່ມຈຳນວນຜູ້ຕິດເຊື້ອ ໂຄວິດ - 19 ຢູ່ປະເທດກວ່າ 440.000 ກໍລະນີ.
ນັບແຕ່ວັນທີ 10 ພຶດສະພາ ເຖິງ ວັນທີ 6 ມິຖຸນາ, ທຸກໆ ກິດຈະກໍາ ທາງ ສັງຄົມ, ກິລາ ຈະຖືກຫ້າມ ແລະ ພື້ນຖານການສຶກສາ ທຸກແຫ່ງ ຈະຖືກປິດ. ບັນດາມາດຕະການຈຳກັດອື່ນໆ ໃນເວລາປິດປະເທດ ຈະ ມີຜົນສັກສິດ ນັບແຕ່ ວັນທີ 12 ພຶດສະພາ ເຖິງ ວັນທີ 7 ມິຖຸນາ. ໃນຊ່ວງເວລາປິດປະເທດ, ທຸກຂົງເຂດເສດຖະກິດ ຍັງຄົງ ມີການ ເຄື່ອນໄຫວຕາມປົກກະຕິ.
ຕາມນັ້ນ, ການເຄື່ອນຍ້າຍລະຫວ່າງບັນດາເມືອງ ແລະ ລັດ ຢູ່ ມາເລເຊຍ ຈະຖືກຫ້າມ, ຍົກເວັ້ນແຕ່ກໍລະນີສຸກເສີນ.
ສິງກະໂປ ປັບເວລາແຍກດ່ຽວ ບັງຄັບ ກັບນັກທ່ອງທ່ຽວ ໃນຂະນະຈຳ ນວນຜູ້ຕິດເຊື້ອໂຄວິດ - 19 ຢູ່ ຟີລິບປິນ ຍັງຢູ່ລະດັບສູງ
ຕໍ່ໜ້າສະພາບການລະບາດ ປອດອັກເສບ ຍ້ອນເຊື້ອໄວຣັດ ໂຄໂຣນາ ສາຍພັນໃໝ່ (ໂຄວິດ-19) ຍັງສືບຕໍ່ມີຜັນແປຢ່າງສັບສົນ ກັບການ ປະກົດຕົວ ຂອງ ຫຼາຍສາຍພັນໃໝ່ຕື່ມອີກ, ສິງກະໂປ ໄດ້ຕັດສິນໃຈ ແກ່ຍາວເວລາ ກັກຕົວບັງຄັບ ຕໍ່ຄົນເຂົ້າເມືອງ ຈາກບັນດາປະເທດມີ ຄວາມສ່ຽງສູງ ຂຶ້ນເປັນ 21 ມື້ ຢູ່ບັນດາພື້ນຖານສາທາລະນະສຸກ ຈະໄດ້ໝູນໃຊ້ ເລີ່ມແຕ່ ວັນທີ 8 ພຶດສະພາ, ພ້ອມດຽວກັນນັ້ນ ຈະເຂັ້ມງວດ ຍິ່ງຂຶ້ນ ມາດຕະການ ແຍກຫ່າງທາງສັງຄົມ ຈຳນວນໜຶ່ງ ຢູ່ພາຍໃນປະເທດ.
ສຳລັບ ຟີຈິ ແລະ ຫວຽດນາມ, ນັກທ່ອງທ່ຽວຜູ້ເຄີຍຢູ່ສອງປະເທດນີ້ ໃນ 21 ມື້ຜ່ານມາ (ປັບເວລາເມື່ອທຽບກັບ 14 ມື້ໃນກ່ອນນີິ້) ເມື່ອເຂົ້າ ປະເທດ ສິງກະໂປ ຈະຕ້ອງແຍກດ່ຽວ 21 ມື້ ຢູ່ບັນດາພື້ນຖານ ສາທາລະນະສຸກ, ແຕ່ 7 ມື້ສຸດທ້າຍ ຈະໄດ້ກັກຕົວຢູ່ເຮືອນ. ກ່ອນນັ້ນ ນັກທ່ອງທ່ຽວ ທີ່ມາຈາກ ຟີຈິ ແລະ ຫວຽດນາມ ຈະຕ້ອງແຍກດ່ຽວ 14 ມື້ ແລະ ກັກຕົວຢູ່ເຮືອນ.
ສຳລັບ ຟີລິບປິນ, ປະເທດທີ່ມີປະຊາກອນ 110 ລ້ານຄົນ ຍັງຄົງ ປະເຊີນໜ້າ ກັບຈຳນວນຜູ້ຕິດເຊື້ອໂຄວິດ - 19 ທີ່ເພີ່ມຂຶ້ນຢ່າງໄວ ຍ້ອນ ການປະກົດຕົວຂອງ ໄວຣັດ SARS-CoV-2 ສາຍພັນໃໝ່ ຊຶ່ງສາມາດ ແຜ່ລະບາດ ໄດ້ໄວຍິ່ງຂຶ້ນ ຍ້ອນປະຊາຊົນ ຖືເບົາໃນ ການປ້ອງກັນ, ສະກັັດກັ້ນ ການລະບາດ.
ທ່ານ Maria Rosario Vergeire ຮອງລັດຖະມົນຕີ ສາທາລະນະສຸກ ໃຫ້ຮູ້ວ່າ ຟີລິບປິນ ໄດ້ສັກວັກຊີນ ປ້ອງກັນໂຄວິດ 1,9 ໂດສ ໃຫ້ແກ່ ເຈົ້າໜ້າທ່ີ ສາທາລະນະສຸກ ທີ່ຢູ່ແຖວໜ້າ, ຜູ້ສູງອາຍຸ ແລະ ຜູ້ມີ ພະຍາດປະຈຳຕົວ. ລັດຖະບານ ຟີລິບປິນ ມີແຜນສັກວັກຊີນ ປ້ອງກັນເຊື້ອໂຄວິດ - 19 ໃຫ້ແກ່ປະຊາຊົນ 70 ລ້ານຄົນ ໃນປີນີ້ ເພື່ອສ້າງພູມຕ້ານທານ ຕໍ່ພະຍາດ ໃນຊຸມຊົນ.

![]() ທ່ານ ນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ໃຫ້ກຳລັງໃຈ ພະນັກງານ, ນັກຮົບ ຄ້າຍທະຫານປ້ອງກັນຊາຍແດນ ຫວີງເງືອນ, ທະຫານປ້ອງກັນຊາຍແດນ ແຂວງ ອານຢາງ ເມື່ອລົງກວດກາວຽກງານປ້ອງກັນ, ສະກັດກັ້ນ ການແຜ່ລະບາດ ເຊື້ອໂຄວິດ - 19 ຕາມຊາຍແດນພາກຕາເວັນຕົກສ່ຽງໃຕ້ ໃນວັນທີ 9 ພຶດສະພາ 2021. ພາບ: ວັນດຽບ/VNA ![]() ຕອນເຊົ້າວັນທີ 6 ພຶດສະພາ 2021, ທີ່ໂຮງໝໍ ແບ໋ກມາຍ (ຮ່າໂນ້ຍ), ກະຊວງສາທາລະນະສຸກ ໄດ້ຜັນຂະຫຍາຍສັກວັກຊີນ ປ້ອງກັນເຊື້ອໂຄວິດ - 19 ໃຫ້ແກ່ພະນັກງານ, ຜູ້ນຳ ແລະ ລັດຖະກອນສາທາລະນະສຸກ. ລັດຖະມົນຕີ ກະຊວງສາທາລະນະສຸກ ທ່ານ ຫງວຽນແທງລອງ ແລະ ຮອງລັດຖະມົນຕີ 3 ທ່ານ ກໍໄດ້ສັກວັກຊີນໃນຄັ້ງນີ້. ພາບ: ຮວ່າງ ຮ໋ຽວ/VNA ![]() ຫຼັງຈາກພົບເຫັນຜູ້ຕິດເຊື້ອໂຄວິດ - 19 ເລກທີ 3229 (ອາຍຸ 16 ປີ, ນັກຮຽນ ຍິງ ຢູ່ໂຮງຮຽນມັດທະຍົມຕອນປາຍ ເລກີວໂດນ, ເມືອງ ຈຶກນິງ, ແຂວງ ນາມດິ້ງ), ຂະແໜງການສາທາລະນະສຸກ ນາມດິ້ງ ໄດ້ແຕ່ງຕັ້ງ ພະນັກງານ ມາຍັງໂຮງຮຽນແຫ່ງນີ້ ເພື່ອເອົາຕົວຢ່າງວິເຄາະຫາ ເຊື້ອໄວຣັດ SARS-CoV-2 ໃຫ້ແກ່ນັກຮຽນ, ພະນັກງານ, ລັດຖະກອນ ແລະ ຄູ ຂອງ ໂຮງຮຽນ. ພາບ: ວັນດາດ/VNA ![]() ທະຫານສັງກັດເຫຼົ່າຮົບເຄມີ ສີດຢາ ຂ້າເຊື້ອໄວຣັດ SARS - CoV2 ທົ່ວ ບໍລິເວນພື້ນທີ່ ຂອງ ໂຮງໝໍ ພະຍາດ ເຂດຮ້ອນສູນກາງ ເລກ 2 (ເມືອງ ດົງແອງ, ຮ່າໂນ້ຍ). ພາບ: ແທ່ງດາດ/VNA |
ຈາກນັ້ນ, ໃນກອງປະຊຸມ ປະຈໍາເດືອນ ເມສາ ປີ 2021 ໃນວັນທີ 5 ພຶດສາພາ, ຕໍ່ໜ້າສະຖານະການ ໂລກລະບາດມີການ ຜັນແປໃໝ່, ທ່ານ ນາຍົກລັດຖະມົນຕີ ໄດ້ຊີ້ແຈງວ່າ ພວກເຮົາຕ້ອງມີແນວທາງ, ອຸດົມການ ແລະ ທັດສະນະຊີ້ນຳໃໝ່, ສ້າງພື້ນຖານ ໃຫ້ແກ່ການນໍາພາ ຈັດຕັ້ງປະຕິບັດ. ທ່ານ ນາຍົກລັດຖະມົນຕີ ໄດ້ເນັ້ນໜັກເຖິງຈິດໃຈ: “ຫັນຈາກ ການປ້ອງກັນ, ສະກັດກັ້ນການແຜ່ລະບາດ ໄປສູ່ ການເປັນເຈົ້າ ການສະກັດກັ້ນ, ແຕ່ຕ້ອງມີຄວາມປະສານ ກົມກຽວກັນ ລະຫວ່າງ ການປ້ອງກັນ ແລະ ບຸກໂຈມຕີ, ຮັບປະກັນ ໃຫ້ບັນລຸປະສິດ ທິຜົນສູງສຸດ”.
ທ່ານ ນາຍົກລັດຖະມົນຕີ ໄດ້ຮຽກຮ້ອງວ່າ ໃນເວລາຈະມາເຖິງ, ສືບຕໍ່ ເຊື່ອມຊຶມຢ່າງເລິກເຊິ່ງ, ຜັນຂະຫຍາຍ ຈັດຕັ້ງປະຕິບັດ ຢ່າງເຂັ້ມງວດ ຕໍ່ ການຊີ້ນຳ, ຄໍາເຕືອນ ຂອງປະທານປະເທດ, ການຊີ້ນຳຂອງຄະນະປະຈຳ ເລຂາ, ມະຕິຕົກລົງຂອງລັດຖະບານ, ການຊີ້ນຳຂອງນາຍົກລັດຖະມົນຕີ ແລະ ຄະນະຊີ້ນຳຂອງ ນາຍົກລັດຖະມົນຕີ ແລະ ຄະນະຊີ້ນຳແຫ່ງຊາດ ກ່ຽວກັບ ການປ້ອງກັນ, ສະກັດກັ້ນເຊື້ອໂຄວິດ - 19. ນາຍົກລັດຖະມົນຕີ ກ່າວວ່າ ສອງທ່າອຽງຕ້ອງຕ້ານຄື: ໜຶ່ງແມ່ນລະເລີຍ, ປະໝາດ, ຂາດ ສະຕິລະວັງຕົວ. ສອງແມ່ນຫວາດຫວັ່ນຢ້ານກົວ, ສັ່ນສະເທືອນ ຫຼື ມີທ່າທີ ຂວາຈັດ. ດ້ວຍເຫດນັ້ນ ຕ້ອງມີສະຕິສ່ອງໃສທຸ່ນທ່ຽງ, ໄຫວພິບ, ປະດິດສ້າງ ໃນການບັນຊາ, ຈັດແກ້ສະພາວະການ ໂດຍອີງໃສ່ຕົວຈິງ.
ທ່ານ ນາຍົກລັດຖະມົນຕີ ຮຽກຮ້ອງ ໃຫ້ເພີ່ມທະວີ ການນຳໃຊ້ ເຕັກໂນໂລຊີ ທີ່ ກ້າວໜ້າ, ບັນດາມາດຕະການທ່ີເດັດຂາດ; ນຳເຂົ້າວັກຊີນ ແລະ ສັກວັກຊີນ ໃນບໍລິເວນກວ້າງ, ໃນນັ້ນບູລິມະສິດ ໃຫ້ແກ່ ບັນດາເປົ້າໝາຍຢູ່ ແຖວໜ້າ ຕ້ານການແຜ່ລະບາດ ຊຶ່ງເປັນ ຜູ້ມີຄວາມສ່ຽງສູງ.
ກ່ຽວກັບຈຳນວນຜູ້ຕິດເຊື້ອໂຄວິດ-19, ປັດຈຸບັນ ຫວຽດນາມ ຢູ່ ອັນ ດັບທີ 176. ຈຳນວນຜູ້ຕິດເຊື້ອ/ລ້ານຄົນ, ຫວຽດນາມຢືນຢູ່ອັນດັບທີ 214/220 ປະເທດ ແລະ ເຂດແຄວ້ນ. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ ບັນຫາ ມີລັກສະນະຫຼັກການ, ຍຸດທະສາດ ຂອງ ຫວຽດນາມ ມາຮອດ ຈຸດເວລານີ້ ແມ່ນຖືກຕ້ອງທີສຸດ.
(ຮອງນາຍົກລັດຖະມົນຕີ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳ ແຫ່ງຊາດ ກ່ຽວກັບການປ້ອງກັນ, ສະກັດກັ້ນການແຜ່ລະບາດເຊື້ອ ໂຄວິດ - 19 ໄດ້ ແຈ້ງຂ່າວ ສະເພາະ ກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນການແຜ່ລະບາດ ໃນສະຖານະການໃໝ່ ກັບການນຳ ບັນດາອົງການໜັງສືພິມ, ສຳນັກຂ່າວ ໃນຕອນເຊົ້າວັນທີ 11 ພຶດສະພາ).
|
ສປປ ລາວ, ກຳປູເຈຍ ກໍາລັງຄວບຄຸມ ສະຖານະການ ການລະບາດ ໂຄວິດ-19.
ການທ່ີບັນດານະຄອນໃຫຍ່ຂອງ ລາວ ບໍ່ມີຜູ້ຕິດເຊື້ອໂຄວິດ - 19 ໃໝ່ ຫຼື ຈໍານວນຜູ້ຕິດເຊື້ອໂຄວິດ-19 ທ່ີນັບມື້ຫຼຸດລົງ ສະແດງໃຫ້ເຫັນ ສະຖານະການແຜ່ລະບາດ ກຳລັງມີ ທ່າອຽງ ຄວບຄຸມໄດ້ດີ. ສະຖານະການ ຢູ່ ກຳປູ ເຈຍ ກໍມີທ່າອຽງດີຂຶ້ນ.
ກວ່າ 3 ສັບປະດາ ຫຼັງຈາກການລະບາດ ຄັ້ງທີສອງ, ສະຖານະການຢູ່ ລາວ ກຳລັງຄ່ອຍໆ ຄວບຄຸມໄດ້ ເມື່ອຈຳນວນຜູ້ຕິດໂຄວິດ - 19 ໃໝ່, ພິ ເສດແມ່ນຢູ່ ບັນດານະຄອນໃຫຍ່ ນັບມື້ນັບຫຼຸດລົງ.
ຕອນບ່າຍວັນທີ 11 ພຶດສະພາ, ກະຊວງສາທາລະນະສຸກ ລາວ ໄດ້ຖະ ແຫຼງຂ່າວວ່າ ມີຜູ້ຕິດເຊື້ອໃໝ່ 35 ຄົນ ໃນ 24 ຊົ່ວໂມງຜ່ານມາ, ໃນນັ້ນ ໃຈກາງການລະບາດຢູ່ນະຄອນຫຼວງ ວຽງຈັນ ມີ 9 ກໍລະນີ, ສືບຕໍ່ຢູ່ລະດັບ 1 ຕົວເລກ.
![]() ໜັງສືພິມ “Vientiane Times” ສະບັບອອກວັນທີ 6 ພຶດສະພາ 2021 ໄດ້ຍົກຄຳເວົ້າ ເຈົ້າໜ້າທີ່ ຂອງ ສປປ ລາວ ກ່ຽວກັບ ຄວາມຊ່ວຍເຫຼືອ ອັນລໍ້າຄ່າ ຈາກລັດຖະບານ ຫວຽດນາມ ໃນຄວາມ ພະຍາຍາມ ຂອງ ລັດຖະບານລາວ ໃນການຕໍ່ສູ້ຕ້ານການແຜ່ ລະບາດເຊື້ອໂຄວິດ -19. ພາບ: ຟ້າມກຽນ/VNA ![]() ການແຜ່ລະບາດ ເຊື້ອໂຄວິດ-19 ໄດ້ສົ່ງຜົນກະທົບຢ່າງໃຫຍ່ຫຼວງ ຕໍ່ຊີ ວິດການເປັນຢູ່, ເສດຖະກິດຂອງ ປະເທດ ລາວເວົ້າລວມ ແລະ ເວົ້າສະເພາະແມ່ນວົງຄະນາຍາດຊາວ ຫວຽດນາມ ອາໄສຢູ່ລາວ, ແຕ່ວ່າ ດ້ວຍມູນເຊື້ອສາມັກຄີ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຊາວ ຫວຽດນາມ ຢູ່ ລາວ ໄດ້ ແລະ ກຳລັງມີຫຼາຍຮູບການຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ ເພື່ອຜ່ານຜ່າຄວາມຫຍຸ້ງຍາກ ຍ້ອນການ ແຜ່ລະບາດ. ໃນພາບ: ນັກສຶກສາ ຫວຽດນາມ ຍື່ນໃບແຈ້ງຊື່ ແລະ ນາມສະກຸນ, ເບີມືຖື ແລະ ແຈ້ງປະຫວັດ ການໄປມາ ໃຫ້ແກ່ ພະນັກງານສາທາລະນະສຸກ ລາວ ກ່ອນເກັບຕົວຢ່າງ ເພື່ອ ນໍາໄປວິເຄາະຫາເຊື້ອ. ພາບ: ຟ້າມກຽນ/VNA |
ໄລ່ຮອດຈຸດເວລາປະກາດຂ່າວນີ້, ຈຳນວນຜູ້ຕິດເຊື້ອໂຄວິດ - 19 ຢູ່ ລາວມີ 1.362 ຄົນ, ໃນນັ້ນ ປິ່ນປົວຫາຍດີແລ້ວ 297 ຄົນ ແລະ ມີພຽງ 1 ກໍລະນີເສຍຊີວິດ.
ຢູ່ກຳປູເຈຍ, ຈາກສະຖິຕິ ຂອງ ກະຊວງສາທາລະນະສຸກ ກຳປູເຈຍ ໃຫ້ຮູ້ ວ່າ ຈຳນວນຜູ້ຕິດເຊື້ອ ໄວຣັດ SARS-CoV-2 ໃໝ່ ໄດ້ຫຼຸດລົງເປັນມື້ທີ່3 ຕິດຕໍ່ກັນ, ກ່ອນຈະມີຜູ້ຕິດ 480 ກໍລະນີ ໃນວັນທີ 11 ພຶດສະພາ. ຈຳນວນ ຜູ້ຕິດເຊື້ອໂຄວິດ - 19 ທັງໝົດ ຢູ່ ກຳປູເຈຍ ຮອດຈຸດເວລານີ້ແມ່ນ 20.223 ຄົນ, ໃນນັ້ນມີ 8.170 ກໍລະນີ ໄດ້ປິ່ນປົວຫາຍດີ.
![]() ສັກວັກຊີນ ປ້ອງກັນເຊື້ອໂຄວິດ - 19 ຢູ່ ນະຄອນຫຼວງ ພະນົມເປັນ, ກຳປູ ເຈຍ, ວັນທີ 1 ພຶດສະພາ 2021. ພາບ: ຊິນຮົວ/VNA |
ກຳປູເຈຍ ເລີ່ມປະຕິບັດການສັກວັກຊີນ ປ້ອງກັນເຊື້ອໂຄວິດ - 19 ແຕ່ ເດືອນ ກຸມພາ ຜ່ານມາ ແລະ ມາຮອດປັດຈຸບັນ ກວ່າ 1,8 ລ້ານ ຄົນ ໄດ້ ຮັບການ ສັກວັກຊີນ ປ້ອງກັນເຊື້ອໂຄວິດ - 19. ທ່ານນາຍົກລັດຖະມົນຕີ ສົມເດັດເຕໂຊ ຮຸນແຊນ ກ່າວວ່າ ຈະຊື້ວັກຊີນ ກວ່າ 20 ລ້ານ ໂດສ ເພື່ອ ສັກປ້ອງກັນເຊື້ອໂຄວິດ - 19 ໃຫ້ປະຊາຊົນ ກໍາປູເຈຍ ກວ່າ10 ລ້ານ ຄົນ, ຜ່ານນັ້ນສ້າງພູມຄຸ້ມກັນ ຕ້ານ ການລະບາດໃນຊຸມຊົນ.
ໄທ ຈະຊື້ວັກຊີນ 200 ລ້ານ ໂດສ ເພື່ອປ້ອງກັນເຊື້ອໂຄວິດ - 19
ລັດຖະບານໄທ ວາງເປົ້າໝາຍ ຊື້ວັກຊີນ 100 ລ້ານໂດສ ເພື່ອສັກ ປ້ອງກັນ ການແຜ່ລະບາດເຊື້ອໂຄວິດ - 19 ໃຫ້ 50 ລ້ານຄົນ ໃນຈຳນວນ ປະ ຊາກອນ ທັງໝົດ ປະມານ 70 ລ້ານຄົນ ເພື່ອແນໃສ່ສ້າງພູມຄຸ້ມກັນ ຕ້ານ ການແຜ່ລະບາດໃນຊຸມຊົນ.
ນາຍົກລັດຖະມົນຕີໄທ ທ່ານ ປຣະຍຸດ ຈັນໂອຊາ ໄດ້ອອກຖະແຫຼງການ ຈະຊື້ ວັກຊີນ ທັງໝົດ 200 ລ້ານໂດສ ເພື່ອກະກຽມໃຫ້ກໍ ລະນີສຸກເສີນ ທີ່ຍາກຈະ ຄາດຄະເນລ່ວງໜ້າ ເມື່ອການລະບາດຍັງສືບຕໍ່ ແຜ່ລະບາດ ຢູ່ ຫຼາຍປະເທດ.
![]() |
ນາຍົກລັດຖະມົນຕີໄທ ທ່ານ ປຣະຍຸດ ຈັນໂອຊາ ກ່າວວ່າ ໄທ ມີຈຳນວນ ປະຊາກອນ ໃນໄວຈະເລີນ ປະມານ 60 ລ້ານຄົນ, ດ້ວຍເຫດນັ້ນຕ້ອງການ ວັກຊີນ ຢ່າງໜ້ອຍ 120 ລ້ານໂດສ ເພື່ອສັກໃຫ້ຄົບ ສອງເຂັມ.
ບຣູໄນ ໜຶ່ງປິ ບໍ່ມີຜູ້ຕິດເຊື້ອ SARS-CoV-2 ໃນຊຸມຊົນ
ຫຼັງຈາກຮັບຮອງກໍລະນີຕິດເຊື້ອໂຄວິດ - 19 ລາຍທຳອິດໃນວັນທີ 9 ມີນາ 2020, ບຣູໄນ ໄດ້ປະຕິບັດການຄວບຄຸມ ຊາຍແດນ ກໍຄືບັນດາຂໍ້ກຳນົດ ກ່ຽວກັບ ການໄປມາ ຢ່າງເຂັ້ມງວດ ເພື່ອ ສະກັດກັ້ນ ໄວຣັດ SARS-CoV-2 ກໍ່ໃຫ້ເກີດເຊື້ອໂຄວິດ - 19 ເຂົ້າສູ່ປະເທດ ເຖິງວ່າຈຳນວນນັກ ທ່ອງທ່ຽວ ຕ່າງປະະເທດ ມາຍັງບຣູໄນ ຈະຫຼຸດລົງຢ່າງຫຼວງຫຼາຍ.
ວັນທີ 6 ພຶດສະພາ, ລັດຖະບານ ບຣູໄນ ໄດ້ປະກາດວ່າ ບໍ່ມີກໍລະນີຕິດ ເຊື້ອໂຄວິດ - 19 ໃໝ່ ໃນຊຸມຊົນ, ເປັນເວລາໜຶ່ງປີ ບໍ່ຜູ້ຕິດເຊື້ອໂຄວິດ -19 ໃນຊຸມຊົນ.
ແຕ່ວັນທີ 3 ເມສາ ຜ່ານມາ, ລັດຖະບານ ໄດ້ເລີ່ມໂຄງການສັກວັກຊີນ ປ້ອງກັນພະຍາດແຫ່ງຊາດ. ມາຮອດວັນທີ 5 ພຶດສະພາ, ມີ 17.776 ຄົນ ຂອງ ປະຊາກອນ ທັງໝົດ 450.000 ຄົນ ໄດ້ຮັບສັກວັກຊີນ ປ້ອງກັນເຊື້ອ ໂຄວິດ - 19.
ອິນໂດເນເຊຍ ມີແຜນການແກ່ຍາວຄຳສັ່ງ ຈຳກັດ ກິດຈະການຂະໜາດໜ້ອຍ
ກ່າວປາໄສ ໃນກອງປະຊຸມທາງໄກ ຈາກທຳນຽບ ປະທານາທິບໍດີ ຢູ່ນະຄອນຫຼວງ Jakarta, ປະທານ KPC-PEN ທັງເປັນລັດຖະມົນຕີ ປະສານງານ ດ້ານເສດຖະກິດໃຫ້ຮູ້ວ່າ ລັດຖະບານ ຈະສືບຕໍ່ ຈຳກັດ ກິດຈະການ ຂະໜາດນ້ອຍ (PPKM) ນັບແຕ່ວັນທີ 18-31 ພຶດສະພາ ໃນ 30/34 ແຂວງ, ນະຄອນທົ່ວປະເທດ ທັນທີ ຫຼັງຈາກວັນຢຸດ Eid Al-Fitr ຂອງ ຊາວ ມຸສລິມ.
ອິນໂດເນເຊຍ ວາງເປົ້າໝາຍສັກວັກຊີນປ້ອງກັນເຊື້ອໂຄວິດ - 19 ໃຫ້ປະ ຊາຊົນ ຢ່າງໜ້ອຍ 181,5 ລ້ານຄົນ ແນໃສ່ ສ້າງພູມຄຸ້ມກັນ ໃນຊຸມຊົນ ເປັນເວລາໜ່ຶງປີ. ອິນໂດເນເຊຍ ໄດ້ສັ່ງຊື້ວັກຊີນ ຈຳນວນ 426 ລ້ານ ໂດສ ກັບ ຫຼາຍບໍລິສັດ ການຢາສາກົນ, ໃນນັ້ນມີ Sinovac, AstraZaneca, Pfizer ແລະ Novavax.
ມາເລເຊຍ ປະກາດປິດປະເທດ ຍ້ອນການແຜ່ລະບາດ ເຊື້ອໂຄວິດ - 19
ວັນທີ 10 ພຶດສະພາ, ນາຍົກລັດຖະມົນຕີ ມາເລເຊຍ ທ່ານ Muhyiddin Yassin ໄດ້ປະກາດຄໍາສັ່ງປິດປະເທດ ໃນສະພາບ ປະເທດຕ້ອງ ຮັບມື ກັບການລະບາດເຊື້ອໂຄວິດ - 19 ໃໝ່, ເພີ່ມຈຳນວນຜູ້ຕິດເຊື້ອ ໂຄວິດ - 19 ຢູ່ປະເທດກວ່າ 440.000 ກໍລະນີ.
![]() |
ນັບແຕ່ວັນທີ 10 ພຶດສະພາ ເຖິງ ວັນທີ 6 ມິຖຸນາ, ທຸກໆ ກິດຈະກໍາ ທາງ ສັງຄົມ, ກິລາ ຈະຖືກຫ້າມ ແລະ ພື້ນຖານການສຶກສາ ທຸກແຫ່ງ ຈະຖືກປິດ. ບັນດາມາດຕະການຈຳກັດອື່ນໆ ໃນເວລາປິດປະເທດ ຈະ ມີຜົນສັກສິດ ນັບແຕ່ ວັນທີ 12 ພຶດສະພາ ເຖິງ ວັນທີ 7 ມິຖຸນາ. ໃນຊ່ວງເວລາປິດປະເທດ, ທຸກຂົງເຂດເສດຖະກິດ ຍັງຄົງ ມີການ ເຄື່ອນໄຫວຕາມປົກກະຕິ.
ຕາມນັ້ນ, ການເຄື່ອນຍ້າຍລະຫວ່າງບັນດາເມືອງ ແລະ ລັດ ຢູ່ ມາເລເຊຍ ຈະຖືກຫ້າມ, ຍົກເວັ້ນແຕ່ກໍລະນີສຸກເສີນ.
ສິງກະໂປ ປັບເວລາແຍກດ່ຽວ ບັງຄັບ ກັບນັກທ່ອງທ່ຽວ ໃນຂະນະຈຳ ນວນຜູ້ຕິດເຊື້ອໂຄວິດ - 19 ຢູ່ ຟີລິບປິນ ຍັງຢູ່ລະດັບສູງ
ຕໍ່ໜ້າສະພາບການລະບາດ ປອດອັກເສບ ຍ້ອນເຊື້ອໄວຣັດ ໂຄໂຣນາ ສາຍພັນໃໝ່ (ໂຄວິດ-19) ຍັງສືບຕໍ່ມີຜັນແປຢ່າງສັບສົນ ກັບການ ປະກົດຕົວ ຂອງ ຫຼາຍສາຍພັນໃໝ່ຕື່ມອີກ, ສິງກະໂປ ໄດ້ຕັດສິນໃຈ ແກ່ຍາວເວລາ ກັກຕົວບັງຄັບ ຕໍ່ຄົນເຂົ້າເມືອງ ຈາກບັນດາປະເທດມີ ຄວາມສ່ຽງສູງ ຂຶ້ນເປັນ 21 ມື້ ຢູ່ບັນດາພື້ນຖານສາທາລະນະສຸກ ຈະໄດ້ໝູນໃຊ້ ເລີ່ມແຕ່ ວັນທີ 8 ພຶດສະພາ, ພ້ອມດຽວກັນນັ້ນ ຈະເຂັ້ມງວດ ຍິ່ງຂຶ້ນ ມາດຕະການ ແຍກຫ່າງທາງສັງຄົມ ຈຳນວນໜຶ່ງ ຢູ່ພາຍໃນປະເທດ.
ສຳລັບ ຟີຈິ ແລະ ຫວຽດນາມ, ນັກທ່ອງທ່ຽວຜູ້ເຄີຍຢູ່ສອງປະເທດນີ້ ໃນ 21 ມື້ຜ່ານມາ (ປັບເວລາເມື່ອທຽບກັບ 14 ມື້ໃນກ່ອນນີິ້) ເມື່ອເຂົ້າ ປະເທດ ສິງກະໂປ ຈະຕ້ອງແຍກດ່ຽວ 21 ມື້ ຢູ່ບັນດາພື້ນຖານ ສາທາລະນະສຸກ, ແຕ່ 7 ມື້ສຸດທ້າຍ ຈະໄດ້ກັກຕົວຢູ່ເຮືອນ. ກ່ອນນັ້ນ ນັກທ່ອງທ່ຽວ ທີ່ມາຈາກ ຟີຈິ ແລະ ຫວຽດນາມ ຈະຕ້ອງແຍກດ່ຽວ 14 ມື້ ແລະ ກັກຕົວຢູ່ເຮືອນ.
ສຳລັບ ຟີລິບປິນ, ປະເທດທີ່ມີປະຊາກອນ 110 ລ້ານຄົນ ຍັງຄົງ ປະເຊີນໜ້າ ກັບຈຳນວນຜູ້ຕິດເຊື້ອໂຄວິດ - 19 ທີ່ເພີ່ມຂຶ້ນຢ່າງໄວ ຍ້ອນ ການປະກົດຕົວຂອງ ໄວຣັດ SARS-CoV-2 ສາຍພັນໃໝ່ ຊຶ່ງສາມາດ ແຜ່ລະບາດ ໄດ້ໄວຍິ່ງຂຶ້ນ ຍ້ອນປະຊາຊົນ ຖືເບົາໃນ ການປ້ອງກັນ, ສະກັັດກັ້ນ ການລະບາດ.
![]() ປ້າຍໂຄສະນາ ຮຽກຮ້ອງປະຊາຊົນໃສ່ຜ້າອັດປາກປ້ອງກັນເຊື້ອໂຄວິດ - 19 ຢູ່ນະຄອນຫຼວງ Manila, ຟີລິບປິນ, ວັນທີ 14 ເມສາ 2021. ພາບ: ຊິນຮົວ/VNA |
ທ່ານ Maria Rosario Vergeire ຮອງລັດຖະມົນຕີ ສາທາລະນະສຸກ ໃຫ້ຮູ້ວ່າ ຟີລິບປິນ ໄດ້ສັກວັກຊີນ ປ້ອງກັນໂຄວິດ 1,9 ໂດສ ໃຫ້ແກ່ ເຈົ້າໜ້າທ່ີ ສາທາລະນະສຸກ ທີ່ຢູ່ແຖວໜ້າ, ຜູ້ສູງອາຍຸ ແລະ ຜູ້ມີ ພະຍາດປະຈຳຕົວ. ລັດຖະບານ ຟີລິບປິນ ມີແຜນສັກວັກຊີນ ປ້ອງກັນເຊື້ອໂຄວິດ - 19 ໃຫ້ແກ່ປະຊາຊົນ 70 ລ້ານຄົນ ໃນປີນີ້ ເພື່ອສ້າງພູມຕ້ານທານ ຕໍ່ພະຍາດ ໃນຊຸມຊົນ.
ປະຕິບັດໂດຍ: VNA/ຂ່າວພາບ ຫວຽດນາມ - ແປໂດຍ: ບິກລຽນ