• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຂຸມກົດລັບ - ສຳນັກບັນຊາການຂອງກອງທັບປະຊາຊົນ ຫວຽດນາມ ໄລຍະຕໍ່ຕ້ານ

ຂຸມກົດລັບຂອງກອງເສນາທິການໃຫຍ່ກອງທັບໄດ້ຮັບການກໍ່ສ້າງເມື່ອປີ 1966 ມີເນື້ອທີ່ 37 ຕາແມັດ ເລິກແຕ່ 4 ຫາ 5 ແມັດ ລວມມີ 3 ຫ້ອງໃນນັ້ນມີສອງຫ້ອງເຮັດວຽກ ແລະ ໜຶ່ງຫ້ອງບັນຈຸພາຫະນະເຕັກນິກ.
(ຂຸມກົດລັບຂອງກອງເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ ທີ່ຖືກຕັ້ງຢູ່ໃຕ້ດິນໃນບໍລິເວນມໍລະດົກວັດທະນະທຳໂລກພະລາດຊະວັງ ທັງລອງ)

ເປັນຄັ້ງທຳອິດທີ່ສະຖານທີ່ປິດລັບແຫ່ງໜຶ່ງໃນຈຳນວນບັນດາສະຖານທີ່ໃນໄລຍະສົງຄາມ ນັ້ນແມ່ນຂຸມກົດລັບຂອງກອງເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ ທີ່ຖືກຕັ້ງຢູ່ໃຕ້ດິນໃນບໍລິເວນມໍລະດົກວັດທະນະທຳໂລກພະລາດຊະວັງ ທັງລອງ ໄດ້ເປີດຕ້ອນຮັບແຂກທ່ອງທ່ຽວມາຢ້ຽມຊົມຢ່າງເປັນທາງການ. ຂຸມແຫ່ງນີ້ມີບົດບາດສຳຄັນທີ່ສຸດໃນການຮັບປະກັນຂໍ້ມູນຂ່າວລັບຊ່ວຍຮັກສາການຊີ້ນຳສຳລັບພົນທະຫານເຫຼົ່າຮົບ ແລະ ສະໜານຮົບທົ່ວປະເທດໃນໄລຍະຕໍ່ຕ້ານ

“ຂຸມກົດລັບຂອງກອງເສນາທິການໃຫຍ່ກອງທັບໄດ້ຮັບການກໍ່ສ້າງເມື່ອປີ 1966 ມີເນື້ອທີ່ 37 ຕາແມັດ ເລິກແຕ່ 4 ຫາ 5 ແມັດ ລວມມີ 3 ຫ້ອງໃນນັ້ນມີສອງຫ້ອງເຮັດວຽກ ແລະ ໜຶ່ງຫ້ອງບັນຈຸພາຫະນະເຕັກນິກ. ໃນຂຸມກໍ່ມີລະບົບເຄື່ອງປັບອາກາດສາມາດສັບຊ້ອນໃຫ້ພະນັກງານເຮັດວຽກແຕ່ 10 ຫາ 15 ຄົນໃນພາບດຽວ”.

ນັ້ນແມ່ນຄຳແນະນຳຂອງນາງ ຫງວຽນແຄັ໊ງເວິນ ຜູ້ນຳທ່ຽວຊົມຂຸມກົດລັບ - ກອງເສນາທິການໃຫຍ່ກອງທັບ ໃນບໍລິເວນປູຊະນີຍະສະຖານພະລາດຊະວັງທັງລອງ ຮ່າໂນ້ຍ. ຂຸມກົດລັບຂອງກອງເສນາທິການໃຫຍ່ກອງທັບ ແມ່ນສ່ວນໜຶ່ງໃນລະບົບຂຸມຢູ່ເຂດໃຈກາງພະລາດຊະວັງ ທັງລອງ - ຮ່າໂນ້ຍ, ຢູ່ຄຽງຂ້າງເຮືອນ ແລະ ຂຸມໃຕ້ດິນຂອງຄະນະພັກກອງທັບສູນກາງ ແລະ ຂຸມບັນຊາການຮົບ. ນີ້ແມ່ນແຫ່ງທີ່ບັນດາສຳນັກງານໃນກອງເສນາທິການໃຫຍ່ກອງທັບເຮັດວຽກ ແລະ ວາງບັນດານະໂຍບາຍຊີ້ຂາດທີ່ສຳຄັນປະກອບສ່ວນເຂົ້າໃນໄຊຊະນະຂອງຊາດ ຫວຽດນາມ ເມື່ອປີ 1975. ທ່ານ ຮອງສາດສະດາຈານ ປອ ຫງວຽນແມັ້ງຮ່າ ອະດີດຫົວໜ້າສະຖານບັນປະຫວັດສາດພັກ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ໃຫ້ຮູ້ວ່າ:

“ໜຶ່ງໃນບັນດາອົງການສຳນັກງານທີ່ສຳຄັນທີ່ສຸດ ແມ່ນຂະແໜງກົດລັບ. ຢູ່ນັ້ນໄດ້ຮັບ ແລະ ສົ່ງໂທລະເລກນັບໝື່ນສະບັບໃນການຕໍ່ຕ້ານ ຕ້ານສັດຕູກູ້ຊາດ. ຊີ້ນຳສະໜາມຮົບຢ່າງທັນການ ແລະ ປອດໄພ. ເມື່ອຖືກສັດຕູຖິ້ມລະເບີດ ເຂົາເຈົ້າກໍ່ໄດ້ລົງຂຸມເຮັດວຽກຕະຫຼອດວັນ ແລະ ຄືນເພື່ອຮັບປະກັນການຊີ້ນຳ,ຕິດຕໍ່ສື່ສານຈາກ ຮ່າໂນ້ຍ ໄປຮອດບັນດາສະໜາມຮົບ ແລະ ກົງກັນຂ້າມ”.

(ວາງສະແດງວັດຖຸພັນ)

ມາຢ້ຽມຢາມສະຖານທີ່ທີ່ຕົນເອງເຄີຍເຮັດວຽກ. ນາງ ດັ້ງທິມວນ ນັກຮົບພະແນກແກ້ລະຫັດ, ກົມກົດລັບກອງເສນາທິການໃຫຍ່ກອງທັບຫວນຄືນວ່າ:

 “ໃນບັ້ນຮົບກໍ່ມີໂທລະເລກຫຼາຍສະບັບຂອງລຸງ ເລຢ໋ວນ, ລຸງ ຟ້າມຮຸ່ງ, ລຸງ ເລດຶກເຖາະ ແລະ ຂອງກົມພາກໃຕ້ສູນກາງສົ່ງອອກກໍ່ຄືໂທລະເລກຈາກພາກເໜືອສົ່ງມາ. ພະແນກແກ້ລະຫັດເຮັດວຽກຕະຫຼອດວັນ ແລະ ຄືນ, ບັນດາໂທລະເລກທີ່ສຳຄັນທີ່ສຸດ ໄດ້ຊີ້ນຳແຕ່ລະຊົ່ວໂມງແຕ່ລະນາທີຢ່າງລຽນຕິດ”.

ຮ່ອງຮອຍສະຖານຂຸມກົດລັບຖືກວາດພາບເໝືອນເດີມປະສົມກັບການວາງສະແດງວັດຖຸພັນ ທີ່ເຄີຍຕິດພັນກັບວຽກງານອັນມິດງຽບຂອງພະນັກງານນັກຮົບຂະແໜງກົດລັບ. ປອ ເລທິມິງ ຮອງປະທານສະມາຄົມມໍລະດົກວັດທະນະທຳ ຫວຽດນາມ ໃຫ້ຮູ້ວ່າ:

 “ໃນສົງຄາມກໍ່ມີຫຼາຍບັນຫາຖືກເກັບຮັກສາ ເພື່ອຮັບປະກັນຄວາມລັບນັບທັງວຽກງານເຮັດແນວໃດໃຫ້ກໍ່ສ້າງຂຸມແຫ່ງນີ້ ກໍ່ແມ່ນຄວາມລັບຂອງຊາດ”.

 ນັບແຕ່ເວລາເປີດປະຕູຕ້ອນຮັບແຂກໃນວັນທີ 19 ສິງຫາ ມາຮອດປັດຈຸບັນ, ຂຸມລັບແຫ່ງນີ້ໄດ້ກາຍເປັນໜຶ່ງໃນບັນດາສະຖານທີ່ດູດດື່ມຢູ່ນະຄອນຫຼວງ ຮ່າໂນ້ຍ ເຊິ່ງໄດ້ດຶງດູດແຂກທ່ອງທ່ຽວມາຢ້ຽມຊົມຢ່າງຫຼວງຫຼາຍເປັນຕົ້ນແມ່ນໄວໝຸ່ມ. ເອື້ອຍຄູ ແລະ ນັກຮຽນສັງກັດໂຮງຮຽນ ໂງຍຊາວ ຮ່າໂນ້ຍ ໄດ້ແບ່ງປັນເມື່ອມາຢ້ຽມຊົມວ່າ:

 “ຄວາມຮູ້ສຶກຂອງພວກເພື່ອນແລະ ບັນດາອ້າຍເອື້ອຍຄູ ເມື່ອລົງຢ້ຽມຊົມ ຂຸມກົດລັບແຫ່ງນີ້ ແມ່ນໄດ້ເຫັນຈິດໃຈຮັກຊາດບັນຍາກາດທີ່ເຄັ່ງຂຶມ,ສະຫງ່າອງົອາດຂອງຊາດ ຫວຽດນາມ”

“ເມື່ອລົງຢ້ຽມຊົມຂຸມ, ລູກກໍ່ຕົກສະເງິ ຍ້ອນວ່າ ຂຸມໃຫຍ່ທີ່ສຸດ ແລະ ລູກກໍ່ມີຄວາມຕື້ນຕັນໃຈທີ່ສຸດ”.

 ຮ່ອງຮອຍສະຖານການປະຕິວັດຂຸມກົດລັບຂອງກອງເສນາທິການໃຫຍ່ກອງທັບໄດ້ປະກອບສ່ວນເພີ່ມຄຸນຄ່າທີ່ພົ້ນເດັ່ນຂອງພະລາດຊະວັງ ທັງລອງ. ວຽກງານອະນຸລັກເສີມຂະຫຍາຍຄຸນຄ່າຂອງປູຊະນີຍະສະຖານແຫ່ງນີ້ ບໍ່ພຽງແຕ່ສຶກສາອົບມູນເຊື້ອຮັກຊາດເທົ່ານັ້ນ ຫາກຍັງເປັນການຫຼໍ່ລ້ຽງຄວາມຄາດຫວັງມີສັນຕິພາບຂອງຊາດ ຫວຽດນາມ ອີກດ້ວຍ.

(ແຫຼ່ງຄັດຈາກ VOV)

ບັນດາສິ່ງທ້າທາຍໃຫຍ່ສຳລັບ COP 30

ບັນດາສິ່ງທ້າທາຍໃຫຍ່ສຳລັບ COP 30

ບັນດາຕົວເລກໂດຍ WMO ຍົກອອກມາຊີ້ໃຫ້ເຫັນວ່າ ການຕ້ານການປ່ຽນແປງຂອງດິນຟ້າອາກາດໃນທົ່ວໂລກຍັງຄົງປະສົບກັບສິ່ງທ້າທາຍໃຫຍ່ຫຼາຍຢ່າງ.

Top