ການຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ ຂອງ ສະຫາຍ Kim Jong-un ປະທານພັກແຮງງານ ສປປ ເກົາຫຼີ ໄດ້ກາຍເປັນຂີດໝາຍປະຫວັດສາດ ໃນການພົວພັນ ລະຫວ່າງສອງພັກ, ສອງປະເທດ ໃນບັນດາຂົງເຂດ ທີ່ສອດຄ່ອງ ກັບ ຜົນປະໂຫຍດ, ການກຳນົດດ້ານກົດໝາຍ ແລະ ຄຳໝັ້ນໝາຍສາກົນ ຂອງ ແຕ່ລະປະເທດ, ປະກອບສ່ວນຮັກສາສັນຕິພາບ, ການຮ່ວມມື ແລະ ພັດທະນາຂອງພາກພື້ນ.
ພິທີຕ້ອນຮັບ ປະທານພັກ ແຮງງານ ສປປ ເກົາຫຼີ Kim Jong-un ໄດ້ຮັບການຈັດຂຶ້ນຢ່າງສົມກຽດ ດ້ວຍບັນດາພິທີສູງສຸດ ທີ່ ສະຫງວນໃຫ້ແກ່ປະມຸກລັດ ໂດຍສະຫາຍ ເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ເປັນເຈົ້າພາບ. ໃນການພົບປະເຈລະຈາ, ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ໄດ້ສະແດງຄວາມຊົມເຊີຍຢ່າງສຸດໃຈ ຕໍ່ການຢ້ຽມຢາມສັນຖະວະໄມຕີຢ່າງເປັນທາງການ ຂອງປະທານ Kim Jong-un; ຢືນຢັນ ການຢ້ຽມຢາມ ສສ ຫວຽດນາມຂອງ ປະທານ Kim Jong-un ໃນຄັ້ງນີ້ ເປັນຂີດໝາຍໃໝ່ອັນສຳຄັນໃນການພົວພັນລະຫວ່າງສອງພັກ, ສອງລັດ.
ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ໄດ້ສະແດງຄວາມຍິນດີຕໍ່ບັນດາຜົນສຳເລັດອັນໃຫຍ່ຫຼວງ ທີ່ປະຊາຊົນ ສປປ ເກົາຫຼີ ໄດ້ບັນລຸໄດ້ໃນພາລະກິດກໍ່ສ້າງ ແລະ ພັດທະນາປະເທດຊາດ; ເຊື່ອໝັ້ນວ່າ ພາຍໃຕ້ການນຳພາ ຂອງພັກແຮງງານ ສປປ ເກົາຫຼີ ຊຶ່ງນຳໂດຍສະຫາຍ Kim Jong-un, ປະຊາຊົນ ສປປ ເກົາຫຼີ ຈະສືບຕໍ່ບັນລຸໄດ້ຜົນງານໃໝ່ ແລະ ຍິ່ງໃຫຍ່ກວ່າເກົ່າ ໃນພາລະກິດກໍ່ສ້າງສັງຄົມນິຍົມ.

ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ແລະ ສະຫາຍ Kim Jong-un ປະທານພັກແຮງງານ ສປປ ເກົາຫຼີ
ກວດແຖວກອງກຽດຕິຍົດກອງທັບປະຊາຊົນ ຫວຽດນາມ. ພາບ: ວັນດຽບ/VNA

ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ແນະນຳ ປະທານ Kim Jong-un ບັນດາສະມາຊິກທາງການ
ຂອງ ຄະນະຫວຽດນາມ ທີ່ເຂົ້າຮ່ວມພິທີຕ້ອນຮັບ. ພາບ: ຈີ້ຢຸງ/VNA

ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ສຳຜັດມືສະແດງຄວາມຍິນດີຕໍ່ບັນດາສະມາຊິກທາງການຂອງ ຄະນະ ສປປ ເກົາຫຼີ. ພາບ: ຈີ້ຢຸງ/VNA

ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ແລະ ປະທານ Kim Jong-un ໂບກມືກັບບັນດາ ນ້ອງເຍົາວະຊົນ
ທີ່ເຂົ້າຮ່ວມພິທີຕ້ອນຮັບຄະນະ. ພາບ: ຈີ້ຢຸງ/VNA

ຊາວນະຄອນຫຼວງຮ່າໂນ້ຍ ຍິນດີຕ້ອນຮັບ ປະທານ Kim Jong-un ທີ່ມາຢ້ຽມຢາມມິດຕະພາບ ສສ ຫວຽດນາມ ຢ່າງເປັນທາງການ. ພາບ: ເຟືອງຮວາ/VNA

ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ສຳພັດມືສະແດງຄວາມຍິນດີ ແລະ ຖ່າຍຮູບຮ່ວມກັບ ປະທານ Kim Jong-un. ພາບ: ຈີ້ຢຸງ/VNA

ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ພົບປະເຈລະຈາກັບ ປະທານ Kim Jong-un. ພາບ: ຈີ້ຢຸງ/VNA

ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ແລະ ປະທານ Kim Jong-un ແນະນຳ ແລະ ແລກປ່ຽນຂອງ ຂວັນໃຫ້ກັນ. ພາບ: ຈີ້ຢຸງ/VNA

ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ຈັດງານລ້ຽງຮັບຮອງ ປະທານ Kim Jong-un
ເນື່ອງໃນໂອກາດມາຢ້ຽມຢາມ ສສ ຫວຽດນາມຢ່າງເປັນທາງການ. ພາບ: ຈີ້ຢຸງ/VNA

ປະທານ Kim Jong-un ລອງໃຊ້ເຄື່ອງດົນຕີ ພິນສາຍດຽວ ຂອງ ຫວຽດນາມ ໃນງານລ້ຽງຮັບຮອງ. ພາບ: ເລີມແຄ໋ງ/VNA |
ໃນການພົບປະເຈລະຈາກັບປະທານ Kim Jong-un, ສະຫາຍ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສະແດງຄວາມຍິນດີຕໍ່ບັນດາຜົນສຳເລັດອັນສຳຄັນທີ່ ປະຊາຊົນ ສປປ ເກົາຫຼີ ບັນລຸໄດ້ໃນຂະບວນວິວັດແຫ່ງການສ້າງສາປະເທດຊາດ, ກ່ຽວກັບບັນຫາແຫຼມ ເກົາຫຼີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ, ຫວຽດນາມ ຈະໃຫ້ການສະໜັບສະໜູນ ຢ່າງສະເໝີຕົ້ນສະ ເໝີປາຍ ໃຫ້ແຫຼມເກົາຫຼີ ທີ່ມີສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາ ແລະ ຊົມເຊີຍບັນດາຄວາມມານະພະ ຍາຍາມ ຂອງ ສປປ ເກົາຫຼີ ແລະ ສ ອາເມລິກາ ທີ່ກອງປະຊຸມສຸດຍອດ ສ ອາເມລິກາ - ສປປ ເກົາຫຼີ ຄັ້ງທີ 2. ຫວຽດນາມ ໄດ້ ແລະ ຈະສືບຕໍ່ຊ່ວຍໜູນ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວິວັດ ທະນາການດັ່ງກ່າວ.
ໃນການພົບປະເຈລະຈາກັບ ປະທານສະພາແຫ່ງຊາດ ສະຫາຍນາງ ຫງວຽນທິກີມເງິນ, ປະທານ Kim Jong-un ໄດ້ຢືນຢັນຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງພັກ ແລະ ລັດຖະບານ ສປປ ເກົາຫຼີ ແລະ ສືບຕໍ່ປັບປຸງ ແລະ ພັດທະນາສາຍພົວພັນມິດຕະພາບອັນເປັນມູນເຊື້ອ ລະຫວ່າງສອງປະເທດ ໂດຍປະທານ Kim Il-sung ແລະ ປະທານໂຮ່ຈີມິນ ໃຫ້ການກໍ່ຕັ້ງ ແລະ ເພີ່ມພູນຄູນສ້າງ, ເນັ້ນໜັກການຢ້ຽມຢາມແນໃສ່ນຳການພົວພັນຂຶ້ນສູ່ລະດັບສູງໃໝ່, ຮູ້ສຶກໄດ້ການຕ້ອນຮັບຢ່າງ ຈິງໃຈ, ອົບອຸ່ນ ຂອງ ປະຊາຊົນ ຫວຽດນາມ ທີ່ມີຕໍ່ຄະນະຢູ່ສະຖານທີ່ຕ່າງໆ, ນັບຕັ້ງແຕ່ມື້ມາຮອດຫວຽດນາມ.

ຂະບວນລົດນຳປະທານ Kim Jong-un ເຂົ້າພົບປະແລກປ່ຽນຄຳຄິດຄຳເຫັນກັບນາຍົກລັດຖະມົນຕີ ຫງວຽນຊວນຟຸກ ທີ່ສຳນັກ ງານລັດຖະບານ. ພາບ: ເລີມແຄ໋ງ/VNA

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃນການພົບປະແລກປ່ຽນຄຳຄິດຄຳເຫັນກັບປະທານ Kim Jong-un. ພາບ: VNA

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ປະທານ Kim Jong-un ໂບກມືກັບບັນດາ ນ້ອງເຍົາວະຊົນ ທີ່ເຂົ້າຮ່ວມການຕ້ອນຮັບຄະນະ. ພາບ: ຖົ໋ງເຍິດ/VNA

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະແລກປ່ຽນຄຳຄິດຄຳເຫັນກັບ ປະທານ Kim Jong-un. ພາບ: VNA

ປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ໃນການພົບປະແລກ ປ່ຽນຄຳຄິດຄຳເຫັນກັບປະທານ Kim Jong-un. ພາບ: ຈ້ອງດຶກ/VNA

ປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ພົບປະແລກປ່ຽນຄຳຄິດຄຳເຫັນກັບປະທານ Kim Jong-un. ພາບ: ຈ້ອງດຶກ/VNA

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແນະນຳ ກັບປະທານ Kim Jong-un ບັນດາແຜ່ນຮູບຖ່າຍກ່ຽວກັບສາຍພົວພັນລະຫວ່າງ ສອງປະເທດ ໃນ 69 ປີ ຜ່ານມາ,
ນັບຕັ້ງແຕ່ມື້ສ້າງຕັ້ງສາຍພົວ ພັນ ດ້ານການທູດນຳກັນ ເມື່ອວັນທີ 31 ມັງກອນ 1950, ໂດຍບັນດານັກຂ່າວ
ຂອງ ສຳນັກຂ່າວສານຫວຽດນາມ ເປັນຜູ້ຖ່າຍ. ພາບ: ຖົ໋ງເຍິດ/VNA

ປະທານ Kim Jong-un ພ້ອມກັບຄະນະຜູ້ແທນຂັ້ນສູງ ສປປ ເກົາຫຼີ ມາວາງພວງມາລາ ທີ່ອະນຸສາວະລີບັນດານັກຮົບ
ຜູ້ເສຍ ສະຫຼະຊີວິດເພື່ອຊາດ ຢູ່ຖະໜົກ ບັກເຊີນ, ເມືອງ ບາດິ່ງ, ຮ່າໂນ້ຍ. ພາບ: ແທ່ງດາດ/VNA

ກ່ອນຈະອອກຈາກນະຄອນຫຼວງ ຮ່າໂນ້ຍ ໄປຍັງ ແຂວງ ລ້າງເຊີນ, ປະທານ Kim Jong-un ໄດ້ມາວາງພວງມາລາ
ແລະ ເຂົ້າຢ້ຽມສຸສານ ປະທານ ໂຮ່ຈີມິນ. ພາບ: ວັນດຽບ/VNA

ຂະບວນລົດໄຟພິເສດ ນຳປະທານ Kim Jong-un ແລະ ຄະນະ ສປປ ເກົາຫຼີ ເລີ່ມເຄື່ອນຍ້າຍອອກຈາກ ສະຖານີລົດໄຟ ດົ່ງດັງ ເມື່ອເວລາ 12 ໂມງ 50 ນາທີ ສິ້ນສຸດການຢ້ຽມຢາມ ສສ ຫວຽດ ນາມ ຢ່າງເປັນທາງການ. ພາບ: ຍານຊ໋າງ /VNA
|
ເນື່ອງໃນໂອກາດນີ້, ປະທານ Kim Jong-un ໄດ້ໄປຢ້ຽມຢາມ ການວາງສະແດງຮູບຖ່າຍ: ສາຍພົວພັນສສ ຫວຽດນາມ-ສປປ ເກົາຫຼີ ໂດຍສຳນັກຂ່າວສານຫວຽດນາມ ເປັນຜູ້ປະຕິບັດ. ຮອງອຳນວຍການສຳນັກຂ່າວສານຫວຽດນາມ ຫວູຫວຽດຈາງ ໄດ້ແນະນຳກັບປະທານ Kim Jong-un ກ່ຽວກັບຮູບຖ່າຍແຕ່ລະແຜ່ນທີ່ໄດ້ວາງສະແດງຢູ່ທີ່ນີ້. ປະທານ Kim Jong-un ໄດ້ຢຸດຢູ່ດົນເຕີບ ກັບຮູບຖ່າຍ: ປະທານໂຮ່ຈີມິນ ແລະ ນາຍົກລັດຖະ ມົນ ຕີ Kim Il-sung ຢູ່ນະຄອນຫຼວງ ພຽງຢາງ, ໃນການຢ້ຽມຢາມມິດຕະພາບຢ່າງເປັນທາງການຄັ້ງທຳອິດ ຂອງປະທານໂຮ່ຈີມິນເຖິງ ສປປ ເກົາຫຼີ ແຕ່ວັນທີ 8-12 ກໍລະກົດ 1957. ປະທານKim Jong-un ໄດ້ກ່າວດ້ວຍຄວາມປາບປື້ມສະເທືອນໃຈວ່າ: “ຮູບຖ່າຍແຜ່ນນີ້ແມ່ນມີຄ່າຫຼາຍ!”.
ວົງເງິນການຄ້າສອງສົ້ນ ສສ ຫວຽດນາມ-ສປປ ເກົາຫຼີ ປີ 2014 ບັນລຸ 8 ລ້ານ ໂດລາສະຫະລັດ; ປີ 2015 ບັນລຸ 11,6 ໂດລາສະ ຫະລັດ. ປີ 2016 ຫວຽດນາມ ສົ່ງອອກໄປຍັງ ສປປ ເກົາຫຼີ 2,99 ລ້ານ ໂດລາສະຫະລັດ; ປີ 2017 ສົງອອກໄປຍັງ ສປປ ເກົາຫຼີ 7,322 ລ້ານໂດລາສະຫະລັດ (ຕົ້ນຕໍແມ່ນສະບຽງອາຫານ, ເຂົ້າ ໜົມ); 9 ເດືອນຕົ້ນປີ 2018 ສົ່ງອອກໄປຍັງ ສປປ ເກົາຫຼີ 497.000 ໂດລາສະຫະລັດ. |
ບົດ: VNP ສັງລວມ - ພາບ: VNA