ຕາມຄະນະຈັດຕັ້ງແລ້ວ, ມາຮອດປັດຈຸບັນ, ທັງ 34 ແຂວງ, ນະຄອນໄດ້ປະກາດໃຊ້ແຜນການຈັດບັນດາການເຄື່ອນໄຫວຕອບສະໜອງ ດ້ວຍກວ່າ 400 ລາຍການ, ເຫດການວັດທະນະທຳ, ສິລະປະ, ກິລາ, ງານວາງສະແດງ.
ກອງປະຊຸມຖະແຫຼງຂ່າວ ກ່ຽວກັບບັນດາ ວັນວັດທະນະທຳ ຫວຽດນາມ ຄັ້ງທີ 1 (ພາບ: VNA)
ຕອນເຊົ້າວັນທີ 5 ພະຈິກ, ຢູ່ຮ່າໂນ້ຍ, ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫວຽດນາມ ໄດ້ປະສານສົມທົບກັບຄະນະໂຄສະນາສຶກສາສູນກາງ ແລະ ຄະນະກຳມະການປະຊາຊົນ ນະຄອນ ຮ່າໂນ້ຍ ຈັດກອງປະຊຸມຖະແຫຼງຂ່າວຕາມຮູບແບບເຊິ່ງໜ້າສົມທົບກັບທາງໄກ, ໂດຍຖະແຫຼງຂ່າວກ່ຽວກັບບັນດາການເຄື່ອນໄຫວຕອບສະໜອງວັນວັດທະນະທຳ ຫວຽດນາມ ຄັ້ງທີ 1 ທີ່ຈະດຳເນີນໃນວັນທີ 24 ພະຈິກຈະມາເຖິງ.
ຕາມຄະນະຈັດຕັ້ງແລ້ວ, ມາຮອດປັດຈຸບັນ, ທັງ 34 ແຂວງ, ນະຄອນໄດ້ປະກາດໃຊ້ແຜນການຈັດບັນດາການເຄື່ອນໄຫວຕອບສະໜອງ ດ້ວຍກວ່າ 400 ລາຍການ, ເຫດການວັດທະນະທຳ, ສິລະປະ, ກິລາ, ງານວາງສະແດງ. ບັນດາກິດຈະກຳມຸ່ງໄປເຖິງການເຊີດຊູສີສັນວັດທະນະທຳຂອງຊາດ, ເສີມຂະຫຍາຍຈິດໃຈມະຫາສາມັກຄີ ແລະ ສ້າງເງື່ອນໄຂເພື່ອໃຫ້ປະຊາຊົນເຂົ້າຮ່ວມ, ປະດິດຄິດສ້າງ, ຮັບຊົມວັດທະນະທຳໂດຍກົງ. ໂດຍມີຄຳຮຽກຮ້ອງກ່ຽວກັບການໂຄສະນາໃນໂອກາດກ່ອນ ແລະ ໃນວັນບຸນວັດທະນະທຳ ຫວຽດນາມ ຄັ້ງທີ 1, ທ່ານບຸຍຮວ່າຍເຊີນ, ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດ ຫວຽດນາມ, ເນັ້ນໜັກວ່າ:
ບໍ່ພຽງແຕ່ລົງຂ່າວກ່ຽວກັບບັນດາການເຄື່ອນໄຫວ, ແຕ່ຕ້ອງເຮັດໃຫ້ມະຫາຊົນມີຄວາມເຂົ້າໃຈຖືກຕ້ອງ, ເລິກເຊິ່ງ, ຮູ້ສຶກໄດ້ເຖິງຄຸນຄ່າຂອງວັດທະນະທຳ, ກຳລັງແຮງຂອງຄວາມມະຫາສາມັກຄີ, ຄວາມຮັບຜິດຊອບຂອງແຕ່ລະຄົນໃນການສ້າງ, ພັດທະນາວັດທະນະທຳຊາວຫວຽດນາມ.
(ແຫຼ່ງຄັດຈາກ VOV)