• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຫານການກິນ

ກຸ້ງຕາມຫື້ວ

ກຸ້ງຕາມຫື້ວ ແມ່ນລາຍການອາຫານພິເສດ ສຳລັບການລ້ຽງແຂກ ຂອງ ໝູ່ບ້ານ ປູກຜັກ ຈ່າເກ໋ວ (ຕາແສງ ເກີ໊ມຮ່າ, ນະຄອນ ໂຮ້ຍ ອານ, ແຂວງ ກວ່າງນາມ).
ໝູ່ບ້ານປູກຜັກ ຈ່າເກ໋ວ ທີ່ມີຊື່ສຽງ ມີປະຫວັດຄວາມເປັນມາ  400 ປີ ກັບວິທີການ ປູກຝັງມູນເຊື້ອ ໄດ້ກາຍເປັນສະຖານທີ່ ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເປັນຈຳນວນຫຼວງຫຼາຍ. ໝູ່ບ້ານ ປູກຜັກ ມີຊື່ສຽງກັບ ລາຍການອາຫານ ກຸ້ງຕາມຫື້ວ  ຊຶ່ງປະກອບດ້ວຍວັດຖຸ 3 ຢ່າງຄື: ກຸ້ງ, ຊີ້ນໝູ ແລະ ຜັກ ພັນເຂົ້າກັນ ໃຫ້ກາຍເປັນໜຶ່ງດຽວ ເໝືອນດັ່ງ ໝູ່ເພື່ອນ ສາມຄົນ ທີ່ມີຄວາມສະໜິດສະໜົມ ແລະ ເຂົ້າອົກເຂົ້າໃຈກັນໃນຊີວິດ. ອາດຈະແມ່ນ ເຫດຜົນນີ້ເອງ, ນັກທ່ອງທ່ຽວເມື່ອມາຍັງໝູ່ບ້ານ ປູກຜັກ ຈ່າເກ໋ວ, ຊາວກະສິກອນ ຢູ່ແຫ່ງນີ້ ມັກປຸງແຕ່ງ ລາຍການອາຫານ ກຸ້ງຕາມຫືື້ວ ເພື່ອລ້ຽງແຂກ ຄືດັ່ງ ເປັນຄວາມເອກອ້າງທະນົງໃຈ ກ່ຽວກັບ ຜະລິດຕະພັນ ຜັກພິເສດ ຂອງ ທ້ອງຖິ່ນ, ທັງຢາກເອີ່ຍເຖິງ ເຂດ ດິນ ກວ່າງນາມ ທີ່ເຕັມໄປດ້ວຍ ໄມຕີຈິດມິດຕະພາບ ແລະ ມີ ຄວາມຜູກພັນ ຮັກໄຄ່. 


ປະເພດຜັກຫອມ ຂອງ ໝູ່ບ້ານ ປູກຜັກ ຈ່າເກ໋ວ, ຕາແສງ ເກີ໊ມ ຮ່າ (ແຂວງ ກວ່າງນາມ) ສ້າງເປັນລົດຊາດທີ່ເປັນເອກະລັກ ໃຫ້ ແກ່ ລາຍການອາຫານ ກຸ້ງຕາມຫື້ວ. 


ລາຍການອາຫານ ກຸ້ງຕາມຫື້ວ ແມ່ນການປະສົມປະສານ ຂອງ ວັດຖຸປະກອບ 3 ຢ່າງຄື: ກຸ້ງ, ຊີ້ນ ແລະ ຜັກສົດ ຂອງ ເຂດປູກຜັກ ຈ່າເກ໋ວ. 

ກຸ້ງຕາມຫື້ວ ມີວິທີການປຸງແຕ່ງທີ່ງ່າຍ ຄື ເລືອກກຸ້ງ ທະເລຂະ ໜາດໃຫຍ່ ແລະ ແຂງແຮງ, ຊີ້ນໝູ ກໍແມ່ນປະເພດສາມຊັ້ນສົດ. ກຸ້ງ ແລະ ຊີ້ນສາມຊັ້ນ ຫຼັງຈາກ ຜ່ານການປຸງແຕ່ງ ຂັ້ນຕົ້ນແລ້ວ ກໍນຳໄປ ລວກໃຫ້ສຸກ ແລ້ວພັນກັບຜັກ. ໃຊ້ໃບຜັກບົ່ວເພື່ອການ ພັນກຸ້ງ, ຊີ້ນ ແລະ ຜັກເຂົ້າກັນ. ລາຍການອາຫານ ກຸ້ງຕາມຫື້ວ ເມື່ອຮັບປະທານ ຈະຈຳ້ກັບ ນຳ້ແຈ່ວ ສົ້ມຫວານ ມີຫົວຜັກທຽມ ແລະ ໝາກເຜັດຊອຍ ສ້າງເປັນລົດຊາດ ທີ່ເປັນເອກະລັກ ຊຶ່ງ ດຶງ ດູດໃຈຜູ້ຊີມ. 

ທີ່ຢູ່ຮ້ານອາຫານ:
Tasty ໂຮ້ຍອານ
ເຮືອນເລກທີ 56 ຖະໜົນ ຫຼີເຖື່ອງກຽດ, ຮ່າໂນ້ຍ
ໂທລະສັບ: 091 684 02 82
ບົດ: ບິກເວິນ-ພາບ: ແທງຢາງ

ເຄົາຍຸກ ກາວບັ່ງ

ເຄົາຍຸກ ກາວບັ່ງ

ເປັນອາຫານພື້ນເມືອງ ທີ່ມີມາແຕ່ດົນນານ ຂອງ ຊາວເຜົ່າ ໄຕ່ ຢູ່ແຂວງ ກາວບັ່ງ, ເຄົາຍຸກ (ອ່ອມຊີ້ນໝູ) ບໍ່ພຽງແຕ່ດຶງດູດໃຈ ນັກຊີມ ດ້ວຍລົດຊາດ ທ່ີແຊບຊ້ອຍເທົ່ານັ້ນ, ແຕ່ຍັງ ມີຄຸນຄ່າ ວັດທະ ນະທຳ ອັນເລິກເຊິ່ງ ທີ່ເຊື່ອງໄວ້ ຢູ່ໃນຊີ້ນໝູ ແຕ່ລະຕ່ອນ.

Top