ສະພາແຫ່ງຊາດໄດ້ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບການກຳນົດທິດນະໂຍບາຍປັບປຸງກົດໝາຍວ່າດ້ວຍການດຳເນີນທຸລະກິດອະສັງຫາລິມະຊັບ
ຄະນະເຈົ້າພາບບໍລິຫານກອງປະຊຸມ (ພາບ: VNA)
ໂດຍສືບຕໍ່ກອງປະຊຸມວິສາມັນຄັ້ງປະຖົມມະລຶກ, ສະພາແຫ່ງຊາດຊຸດທີ XVI, ຕອນເຊົ້າວັນທີ 22 ສິງຫາ, ສະພາແຫ່ງຊາດໄດ້ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບການກຳນົດທິດນະໂຍບາຍປັບປຸງກົດໝາຍວ່າດ້ວຍການດຳເນີນທຸລະກິດອະສັງຫາລິມະຊັບ; ເນື້ອໃນກົນໄກ, ນະໂຍບາຍສຳລັບໂຄງການກໍ່ສ້າງເຂດຕົວເມືອງລ້ຳທະເລເພື່ອນຳເຂົ້າຮ່າງກົດໝາຍວ່າດ້ວຍການພັດທະນາຕົວເມືອງ ແລະ ການແຍກໂຄງການໄຟຟ້ານິວເຄຼຍນິງທ້ວນເປັນໂຄງການສະເພາະ.
ປະກອບຄຳເຫັນໃສ່ການກຳນົດທິດນະໂຍບາຍປັບປຸງກົດໝາຍວ່າດ້ວຍການດຳເນີນທຸລະກິດອະສັງຫາລິມະຊັບ, ບັນດາຜູ້ແທນໄດ້ໃຫ້ຂໍ້ສັງເກດວ່າ ນີ້ແມ່ນກົດໝາຍມີຜົນກະທົບໂດຍກົງຕໍ່ສິດຊັບສິນ, ສິດເສລີໃນການດຳເນີນທຸລະກິດ, ຄວາມສາມາດໃນການລະດົມແຫຼ່ງກຳລັງ. ເພື່ອຮັບປະກັນລັກສະນະໂປ່ງໃສຂອງຕະຫຼາດ, ບັນດາຜູ້ແທນຖືວ່າຕ້ອງກຳນົດແຈ້ງກວ່າກົນໄກຄຸ້ມຄອງຕະຫຼາດອະສັງຫາລິມະຊັບຜ່ານແອັບດີຈີຕອນ, ເຊື່ອມຕໍ່ຂໍ້ມູນ, ພ້ອມທັງແກ້ໄຂຢ່າງ້ຂັ້ມງວດກໍລະນີລະເມີດກົດໝາຍ.
ທີ່ການເຮັດວຽກໃນຕອນບ່າຍ, ສະພາແຫ່ງຊາດໄດ້ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບການກຳນົດທິດຮ່າງກົດໝາຍວ່າດ້ວຍທະນາຄານແຫ່ງລັດ, ຮ່າງມະຕິຂອງສະພາແຫ່ງຊາດກ່ຽວກັບການຫຼຸດຜ່ອນ ອາກອນລາຍຮັບສ່ວນບຸກຄົນ, ອາກອນລາຍຮັບວິສາຫະກິດຕໍ່ສ່ວນບຸກຄົນ ແລະ ວິສາຫະກິດ.
(ແຫຼ່ງຄັດຈາກ VOV)