• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຊຽນ

ກຳລັງໜູນໃໝ່ໃຫ້ແກ່ການພົວພັນສົນທະນາ ລະຫວ່າງ ອາຊຽນ - ຈີນ

ກອງປະຊຸມພິເສດ ລັດຖະມົນຕີການຕ່າງປະເທດ ອາຊຽນ - ຈີນ (SACFMM), ກອງປະຊຸມລັດຖະມົນຕີການຕ່າງປະເທດ ຂອບການຮ່ວມມືແມ່ນໍ້າຂອງ - ແມ່ນໍ້າລ້ານຊ້າງ ຄັ້ງທີ 6 (MLC - 6) ແລະ ບັນດາການເຄື່ອນໄຫວທີ່ກ່ຽວຂ້ອງ ໄດ້ໄຂຂຶ້ນທີ່ນະຄອນ ຈູງກິ່ງ, ປະເທດ ຈີນ ແຕ່ວັນທີ 7-8 ມີຖຸນາ 2021 ເປັນໜຶ່ງໃນບັນດາເຫດການ ສຳຄັນ ສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມື ອາຊຽນ - ຈີນ. 
ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີການຕ່າງປະເທດ ໄດ້ນໍາໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ. ນີ້ແມ່ນກອງປະຊຸມໂດຍກົງທຳອິດ ຂັ້ນລັດຖະມົນຕີການຕ່າງປະເທດ ໄດ້ ອາຊຽນ ຈັດຂຶ້ນ ຫຼັງຈາກເກີດໂລກລະບາດ ໂຄວິດ - 19.
 
ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ສະເໜີ 4 ກຸ່ມວິທີແກ້ໄຂທີ່ ກອງປະຊຸມລັດຖະມົນຕີການຕ່າງປະເທດ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ.
 
ກອງປະຊຸມລັດຖະມົນຕີການຕ່າງປະເທດ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ (MLC) ຄັ້ງທີ 6 ດ້ວຍການເຂົ້າຮ່ວມຂອງລັດຖະມົນຕີການຕ່າງປະເທດບັນດາປະເທດ ກໍາປູເຈຍ, ລາວ, ມຽນມາ, ໄທ, ຈີນ ແລະຫວຽດນາມ.

ກອງປະຊຸມຄັ້ງນີ້ເປັນຂີດໝາຍ 5 ປີແຫ່ງການສ້າງຕັ້ງ ແລະພັດທະນາຂອງຂອບການຮ່ວມມື MLC. ບັນດາລັດຖະມົນຕີ ໄດ້ຕີລາຄາສູງຕໍ່ໝາກຜົນຮ່ວມມືທີ່ບັນລຸໄດ້ໃນ 5 ປີຜ່ານມາ, ພົ້ນເດັ່ນແມ່ນເລື່ອງ 6 ປະເທດ ໄດ້ສ້າງແຜນການດໍາເນີນງານໃນ 5 ຂົງເຂດບຸລິມະສິດ; ສ້າງຕັ້ງສູນຮ່ວມມືດ້ານວິຊາການ; ຜັນຂະຫຍາຍ 500 ກວ່າໂຄງການຮ່ວມມືດ້ານການຄ້າ, ອຸດສາຫະກໍາ, ກະສິກໍາ, ການທ່ອງທ່ຽວ, ການຄຸ້ມຄອງແຫຼ່ງນໍ້າ, ສິ່ງແວດລ້ອມ, ສາທາລະນະສຸກ ແລະ ວັດທະນະທໍາ.
 
ກອງປະຊຸມ ໄດ້ຮັບຮອງເອົາເອກະສານຈໍານວນ 3 ສະບັບກ່ຽວກັບການເພີ່ມທະວີການຮ່ວມມືໃນການພັດທະນາແບບຍືນຍົງ, ສົ່ງເສີມການຮ່ວມມືລະຫວ່າງບັນດາທ້ອງຖິ່ນ ແລະການຮ່ວມມືດ້ານການແພດພື້ນເມືອງ. ກອງປະຊຸມໄດ້ຢັ້ງຢືນ ຄວາມສຳຄັນ ຂອງການຮ່ວມມື ຄຸ້ມຄອງແຫຼ່ງ ນຳ້ແມ່ນຳ້ຂອງ - ແມ່ນຳ້ ລ້ານຊ້າງ ແລະ ເປັນເອກະສັນກັນ ຍູ້ແຮງການສົມທົບໃນການແກ້ໄຂບັນດາບັນຫາ ແຫຼ່ງ ນຳ້ລວມ ຂອງພາກພື້ນ ຄື: ປົກປັກຮັກສາ ສິ່ງແວດລ້ອມນິເວດ, ຄຸ້ມຄອງໄພທຳມະຊາດ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ; ຫຼຸດຜ່ອນຜົນກະທົບຈາກໄພນຳ້ຖ້ວມ ແລະ ໄພແຫ້ງແລ້ງ, ຮັບປະກັນບໍລິການອະນາໄມ ແລະ ນຳ້ສະອາດ; ຕິດຕາມກວດກາ ແລະ ແບ່ງປັນຂໍ້ມູນຂ່າວສານ ກ່ຽວກັບແຫຼ່ງນຳ້; ຍົກສູງຄວາມສາມາດໃນການຄຸ້ມຄອງ ແລະ ພັດທະນາ ແຫຼ່ງນຳ້ ຢ່າງໝັ້ນຄົງ, ແລະ ພັດທະນາພື້ນຖານໂຄງລ່າງ ກ່ຽວກັບນຳ້... 


ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ເຂົ້າຮ່ວມ ກອງປະຊຸມລັດຖະມົນຕີການຕ່າງປະເທດ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 6 ຢູ່ ນະຄອນ ຈູງກິ່ງ, ປະເທດ ຈີນ ເມື່ອວັນທີ 8 ມີຖຸນາ 2021. ພາບ: ຊິນຮົວ/VNA 


ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ຖ່າຍຮູບຮ່ວມກັບລັດຖະມົນຕີການຕ່າງປະເທດ ບັນດາປະເທດເຂົ້າຮ່ວມ ກອງປະຊຸມລັດຖະມົນຕີການຕ່າງປະເທດ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 6. ພາບ: VNA


ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ກ່າວປາໄສທີ່ກອງປະຊຸມລັດຖະມົນຕີການຕ່າງປະເທດ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 6 ຢູ່ ນະຄອນ ຈູງກິ່ງ, ປະເທດ ຈີນ ເມື່ອວັນທີ 8 ມີຖຸນາ 2021. ພາບ: ຊິນຮົວ/VNA


ພາບທັງໝົດຂອງກອງປະຊຸມພິເສດ ລັດຖະມົນຕີການຕ່າງປະເທດ ອາຊຽນ - ຈີນ ເນື່ອງໃນໂອກາດ ສະເຫຼີມ ສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມື ທີ່ນະຄອນ ຈູງກິ່ງ, ປະເທດ ຈີນ ເມື່ອວັນທີ 7 ມີຖຸນາ 2021. ພາບ: ຊິນຮົວ/VNA

ທ່ານ ລັດຖະມົນຕີການຕ່າງປະເທດຈີນ ຫວາງອີ ແລະ ທ່ານເລຂາທິການໃຫຍ່ ອາຊຽນ Lim Jock Hoi ທີ່ກອງປະຊຸມ ພິເສດ ລັດຖະມົນຕີການຕ່າງປະເທດ ອາຊຽນ - ຈີນ ເນື່ອງໃນໂອກາດ ສະເຫຼີມ ສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມື ທີ່ນະຄອນ ຈູງກິ່ງ, ປະເທດ ຈີນ ເມື່ອວັນທີ 7 ມີຖຸນາ 2021. ພາບ: ຊິນຮົວ/VNA


ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ກ່າວປາໄສ ທີ່ ກອງປະຊຸມ ພິເສດ ລັດຖະມົນຕີການຕ່າງປະເທດ ອາຊຽນ - ຈີນ. ພາບ: VNA

MLC ເພີ່ມທະວີການຮ່ວມມືໃນການຮັບມືກັບໂລກລະບາດ ໂຄວິດ - 19, ພິເສດແມ່ນໃນການຮັບປະກັນ ການສະໜອງອຸປະກອນ ການແພດ ທີ່ຈຳເປັນ; ຜະລິດ ແລະ ມອບຮັບເຕັກໂນໂລຊີ ວັກຊີນ; ຊຸກຍູ້ການຮ່ວມມື ດ້ານການແພດພື້ນເມືອງ.

ຟື້ນຟູເສດຖະກິດ ພາຍຫຼັງໂລກລະບາດ ໂຄວິດ - 19 ຜ່ານການຊຸກຍູ້ການຄ້າ ແລະ ການລົງທຶນ ລະຫວ່າງ 6 ປະເທດ, ພັດທະນາເສດຖະກິດ ດີຈີຕອນ, ຮ່ວມມືດ້ານກະສິກຳ, ການທ່ອງທ່ຽວ, ການສຶກສາ, ເພີ່ມທະວີການເຊື່ອມຕໍ່ໃນພາກພື້ນ; ສົມທົບກັນກໍ່ສ້າງ ເຂດລ້ອມຮອບ ພັດທະນາ ເສດຖະກິດ ແມ່ນຳ້ຂອງ - ແມ່ນຳ້ ລ້ານຊ້າງ ແລະ ສ້າງຄວາມສະໜິດຕິດພັນກັບບັນດາແລວເສດຖະກິດທີ່ມີໃນພາກພື້ນ. 

ໃນກອບຂອງກອງປະຊຸມພິເສດ ລັດຖະມົນຕີການຕ່າງປະເທດ ອາຊຽນ-ຈີນ ໄດ້ໄຂຂຶ້ນກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ-ຈີນ ຄັ້ງທີ 19 ກ່ຽວກັບການປະຕິບັດຖະແຫຼງການວ່າດ້ວຍການປະພຶດຕໍ່ຂອງບັນດາຝ່າຍຢູ່ທະເລຕາເວັນອອກ (SOM DOC). ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຫງວຽນກວກຢຸງ ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມຄັ້ງນີ້. 
ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ຢັ້ງຢືນການຖືເປັນສໍາຄັນ ແລະປະກອບສ່ວນຢ່າງມີປະສິດທິຜົນຂອງຫວຽດນາມ ຕໍ່ກັບຂອບການຮ່ວມມື MLC ນັບແຕ່ຊຸມວັນສ້າງຕັ້ງທໍາອິດ. ໃນສະພາບການປັດຈຸບັນ, ທ່ານ ບຸ່ຍແທັງເຊີນ ຖືວ່າ, ການຮ່ວມມື MLC ຕ້ອງແກ້ໄຂຄວາມຕ້ອງການອັນຮີບດ່ວນ 3 ຢ່າງ, ລວມມີ: ການຮັບມືກັບພະຍາດໂຄວິດ-19 ໃຫ້ສໍາເລັດຜົນ, ຮັກສາການເຕີບໂຕເສດຖະກິດ ແລະສະກັດກັ້ນການຊຸດໂຊມທາງດ້ານສິ່ງແວດລ້ອມ. 
 
ຕາມນັ້ນ, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ໄດ້ສະເໜີອອກ  4 ກຸ່ມວິທີແກ້ໄຂຕົ້ນຕໍ່ ແມ່ນ:
 
ຮ່ວມມືແບ່ງປັນຂໍ້ມູນຂ່າວສານ, ປະສົບການ ກ່ຽວກັບການປ້ອງກັນ ແລະ ຕ້ານ ໂຄວິດ-19; ມອບສົ່ງເຕັກໂນໂລຊີ ກ່ຽວກັບການຜະລິດ ວັກຊີນ ຢ່າງມີປະສິດທິຜົນ.
 
ສ້າງເງື່ອນໄຂອຳນວຍຄວາມສະກວດໃຫ້ແກ່ການຂົນສົ່ງສິນຄ້າຂ້າມຊາຍແດນ, ພິເສດແມ່ນບັນດາປະເພດ ຜະລິດຕະພັນກະເສດ, ສິນໃນນຳ້, ໝາກໄມ້ສົດ.
 
ຍູ້ແຮງການຮ່ວມມື ຄຸ້ມຄອງ ແລະ ນຳໃຊ້ແຫຼ່ງນຳ້ ແມ່ນຳ້ຂອງ ຢ່າງໝັ້ນຄົງ; ປະຕິບັດໂຄງການລວມ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ໄພທຳມະຊາດ ແລະ ເພີ່ມທະວີການຮ່ວມມື ລະຫວ່າງ MLC ແລະ MRC.
 
ຊຸກຍູ້ການສົມທົບ ລະຫວ່າງ MLC ກັບ ອາຊຽນ ແລະ ບັນດາກົນໄກຮ່ວມມືໃນພາກພື້ນ ແລະ ອະນຸພາກພື້ນ ຕ່າງໆ; ສົ່ງເສີມການເຂົ້າຮ່ວມຂອງບັນດາທ້ອງຖິ່ນ ເຂົ້າໃນບັນດາແຜນການ, ການເຄື່ອນໄຫວຂອງ MLC.
 
ຊຸກຍູ້ ບັນດາກົນໄກ ຮ່ວມມື ໃນພາກພື້ນ
 
ຕອນບ່າຍວັນທີ 7 ມີຖຸນາ 2021, ທີ່ນະຄອນ ຈູງກິ່ງ, ປະເທດ ຈີນ ໄດ້ໄຂຂຶ້ນກອງປະຊຸມພິເສດ ລັດຖະມົນຕີ ການຕ່າງປະເທດ ອາຊຽນ-ຈີນ ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມື (1991-2021).
 
ແບ່ງປັນການຕີລາຄາຢ່າງຕັ້ງໜ້າ ກ່ຽວກັບການພັດທະນາ ທີ່ມີຄວາມໝາຍໃນ 3 ທົດສະວັດຜ່ານມາ, ບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ແລະ ລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ ໄດ້ຢັ້ງຢືນຄືນໃໝ່ ຄຳໝັ້ນສັນຍາສູງຂອງທັງສອງຝ່າຍ ແມ່ນຖືສຳຄັນ ແລະ ພ້ອມກັນ ພະຍາຍາມ ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ ແລະ ຈີນ ນັບມື້ນັບພັດທະນາ ບົນພື້ນຖານ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ເຄົາລົບນັບຖື ແລະ ເຂົ້າໃຈເຊິ່ງກັນ ແລະ ກັນ, ປະກອບສ່ວນໃຫ້ແກ່ສັນຕິພາບ, ສະຖຽນລະພາບ ແລະ ພັດມະນາຖາວອນໃນພາກພື້ນ ແລະ ໂລກ.
 
ບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ຮັບຮອງວ່າ ການພົວພັນຄູ່ຮ່ວມມື ອາຊຽນ-ຈີນ ເປັນໜຶ່ງໃນບັນດາສາຍພົວພັນຄູ່ຮ່ວມມື ທີ່ຂະຫຍັນຂັນເຂື່ອນ, ມີເນື້ອແທ້ ແລະ ມີປະສິດທິຜົນ ທີ່ສຸດຂອງ ອາຊຽນ.
  
ອາຊຽນ ກໍ່ຕີລາຄາສູງ ການຮ່ວມມືຢ່າງທັນການ, ມີປະສິດທິຜົນຂອງ ຈີນ ໃນບັນດາໄລຍະທີ່ຫຍຸ້ງຍາກ, ເປັນຕົ້ນແມ່ນໃນການຮັບມື ແລະ ແກ້ໄຂໂລກລະບາດ ໂຄວິດ-19.
  
ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ ເນັ້ນໜັກວ່າ ອາຊຽນ ໄດ້ຮັບຄວາມບູລິມະສິດສູງ ໃນນະໂຍບາຍພົວພັນການຕ່າງປະເທດຂອງ ຈີນ.
 
ຈີນ ຖືການພົວພັນມິດຕະພາບ ແລະ ການຮ່ວມມື ຕ່າງຝ່າຍຕ່າງມີຜົນປະໂຫຍດກັບ ອາຊຽນ ເປັນສຳຄັນ, ຢາກນຳສາຍພົວພັນຄູ່ຮ່ວມມື ຍຸດທະສາດກັບ ອາຊຽນ ຂຶ້ນສູ້ລະດັບສູງໃໝ່, ສະໜັບສະໜູນ ບົດບາດເປັນໃຈກາງຂອງ ອາຊຽນ ໃນໂຄງປະກອບຂອງພາກພື້ນ.
 
ຫັນໄປສູ່ອະນາຄົດ, ບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ແລະ ຈີນ ໄດ້ແບ່ງປັນຫຼາຍການກຳນົດທິດພັດທະນາທີ່ສຳຄັນ ໃຫ້ແກ່ການພົວພັນຂອງສອງຝ່າຍ, ໃນນັ້ນ ເປັນເອກະສັນກັນ ຈະບູລິມະສິດ ຍູ້ແຮງການຮ່ວມມື ຄວບຄຸມ ໂຄວິດ-19 ແລະ ຊຸກຍູ້ການຟື້ນຟູ.


ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຫງວຽນກວກຢຸງ ເຂົ້າຮ່ວມ  ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ - ຈີນ ຄັ້ງທີ 19 ກ່ຽວກັບການປະຕິບັດຖະແຫຼງການວ່າດ້ວຍການປະພຶດຕໍ່ຂອງບັນດາຝ່າຍຢູ່ທະເລຕາເວັນອອກ (SOM DOC) ເມື່ອວັນທີ 7 ມີຖຸນາ 2021. ພາບ: ຊິນຮົວ/VNA

ວັນທີ 8 ມີຖຸນາ 2021, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ໄດ້ມີການພົບປະເຈລະຈາກັບທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ. ໃນພາບ: ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ແລະ ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ. ພາບ: ຊິນຮົວ/VNA


ວັນທີ 6 ມີຖຸນາ 2021, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ມີການພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ລາວ ສະເຫຼີມໄຊ ກົມມະສິດ ທີ່ນະຄອນ ຈູງກິ່ງ, ປະເທດ ຈີນ. ພາບ: VNA


ຕອນເຊົ້າວັນທີ 7 ມີຖຸນາ 2021, ທີ່ນະຄອນ ຈູງກິ່ນ, ປະເທດ ຈີນ, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ມີການພົບປະສອງຝ່າຍກັບຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ແລະ ຮ່ວມມືສາກົນ ກຳປູເຈຍ Prak Sokhonn ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມພິເສດ ລັດຖະມົນຕີການຕ່າງປະເທດ ອາຊຽນ - ຈີນ ແລະ ກອງປະຊຸມລັດຖະມົນຕີການຕ່າງປະເທດ ຂອບການຮ່ວມມືແມ່ນໍ້າຂອງ - ແມ່ນໍ້າລ້ານຊ້າງ ຄັ້ງທີ 6 (MLC - 6). ພາບ: VNA

ຈີນ ຢືນຢັນຈະສືບຕໍ່ຍູ້ແຮງການສະໜອງ ວັກຊີນ ປ້ອງກັນ ແລະ ຕ້ານ ໂຄວິດ-19 ໃຫ້ແກ່ບັນດາປະເທດ ອາຊຽນ, ໜູນຊ່ວຍ ອາຊຽນ ຍົກສູງຄວາມສາມາດໃນການຄົ້ນຄວ້າ, ພັດທະນາ, ຜະລິດ ແລະ ຈຳໜ່າຍ ວັກຊີນ. ຈີນ ກໍ່ຈະ ຮ່ວມມືກັບ ອາຊຽນ ຢ່າງຕັ້ງໜ້າ ເພື່ອຊຸກຍູ້ການຟື້ນຟູ ຜ່ານການຜັນຂະຫຍາຍຂອບຟື້ນຟູທັງໝົດ ອາຊຽນ, ຫັນເປັນສະດວກ ການຄ້າ-ການລົງທຶນ, ໝູນໃຊ້ສັນຍາການຄ້າເສລີ ອາຊຽນ-ຈີນ ຢ່າງມີປະສິດທິຜົນ, ໃຫ້ນຳໃຊ້ສັນຍາ RCEP ໂດຍໄວ.
 
ແລກປ່ຽນກ່ຽວກັບບັນດາບັນຫາທີ່ ພາກພື້ນ ແລະ ສາກົນພວມມີຄວາມສົນໃຈ, ກອງປະຊຸມ ຢັ້ນຢຶນ ຈະຮັກສາ ສະພາບແວດລ້ອມ ສັນຕິພາບ, ສະຖຽນລະພາບ, ຄວາມສະຫງົບປອດໄພໃນພາກພື້ນ, ໃນນັ້ນ ມີບັນຫາຢູ່ທະເລຕະເວນອອກ, ເປັນຄວາມສົນໃຈ ແລະ ຜົນປະໂຫຍດລວມຂອງທັງ ອາຊຽນ ແລະ ຈີນ.

ບັນດາລັດຖະມົນຕີໄດ້ສະແດງຄວາມຊົມເຊີຍຕໍ່ ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ - ຈີນ ຄັ້ງທີ 19 ກ່ຽວກັບການປະຕິບັດຖະແຫຼງການວ່າດ້ວຍການປະພຶດຕໍ່ຂອງບັນດາຝ່າຍຢູ່ທະເລຕາເວັນອອກ (SOM DOC) ເຊິ່ງໄດ້ຈັດຂຶ້ນກ່ອນກອງປະຊຸມລັດຖະມົນຕີ.
ໃນກອບຂອງ 2 ກອງປະຊຸມທີ່ໄດ້ຈັດຂຶ້ນຢູ່ນະຄອນ ຈູງກິ່ງ, ປະເທດ ຈີນ, ວັນທີ 8 ມີຖຸນາ 2021, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ໄດ້ມີການພົບປະເຈລະຈາກັບທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ; ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ລາວ ສະເຫຼີມໄຊ ກົມມະສິດ; ພົບປະສອງຝ່າຍກັບຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ  ແລະ ຮ່ວມມືສາກົນ ກຳປູເຈຍ Prak Sokhonn. 

ບັນດາລັດຖະມົນຕີ ໃຫ້ຄຳໝັ້ນສັນຍາ ຈະສືບຕໍ່ປະຕິບັດ DOC ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ, ສືບຕໍ່ການເຈລະຈາ ກໍ່ສ້າງປະມວນກົດລະບຽບ ການປະພຶດຕໍ່ຂອງຝ່າຍຕ່າງໆ ຢູ່ທະເລຕະເວນອອກ ຢ່າງມີປະສິດທິຜົນ, ມີເນື້ອແທ້, ແທດເໝາະກັບກົດໝາຍສາກົນ ແລະ ສົນທິສັນຍາຂອງສະຫະປະຊາຊາດ ວ່າດ້ວຍກົດໝາຍສາກົນ (UNCLOS) 1982.

ກ່າວປາໄສທີ່ກອງປະຊຸມ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ ໄດ້ຢັ້ງຢືນວ່າ ບັນດາຜົນງານທີ່ບັນລຸໄດ້ໃນຕະຫຼອດເວລາ 30 ປີຜ່ານມາ ໄດ້ສະແດງໃຫ້ເຫັນການພົວພັນຄູ່ຮວມມືທີ່ໝັ້ນຄົງ, ມີຄວາມໄວ້ເນື້ອເຊື່ອໃຈ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ ລະຫວ່າງ ອາຊຽນ ແລະ ຈີນ. 

ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ ເນັ້ນໜັກວ່າ ກ້າວສູ່ອະນາຄົດ, ຫວຽດນາມ ຈະພ້ອມກັບບັນດາປະເທດ ອາຊຽນ ແລະ ຈີນ ເພີ່ມທະວີການສົນທະນາດ້ານການເມືອງ, ຍົກສູງຄວາມຮູ້ຄວາມເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈ ແລະ ເຄົາລົບນັບຖື ເຊິ່ງກັນ ແລະ ກັນ, ຍູ້ແຮງການຮ່ວມມືຮອບດ້ານ, ນຳການພົວພັນສອງຝ່າຍ ກາຍເປັນແບບຢ່າງຂອງການພົວພັນຄູ່ຮ່ວມມືທີ່ໝັ້ນຄົງ ລະຫວ່າງບັນດາປະເທດ ບ້ານໃກ້ເຮືອນຄຽງ.
 
ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ ຢັ້ງຢືນ ວ່າ ຫວຽດນາມ ຈະສືບຕໍ່ພ້ອມກັບບັນດາປະເທດ ອາຊຽນ ແລະ ຈີນ ຜັນຂະຫຍາຍ DOC ຢ່າງຄົບຖ້ວນ, ມີປະສິດທິຜົນ ແລະ ກໍ່ສ້າງ COC ມີຜົນສັກສິດ, ມີປະສິດທິຜົນ ແລະ ແທດເໝາະກັບກົດໝາຍສາກົນ ແລະ UNCLOS ປີ 1982.

ປະຕິບັດ: VNA/VNP

ຫັນເປັນ ດີຈີຕອນ ເພື່ອສ້າງປະຊາຄົມ ASEAN ແບບຍືນຍົງ

ຫັນເປັນ ດີຈີຕອນ ເພື່ອສ້າງປະຊາຄົມ ASEAN ແບບຍືນຍົງ

ໂດຍການຄວ້າໂອກາດ​ ໃນ​ຍຸກ ​ດີຈິີຕອນ​ ຈະ​ຊ່ວຍ​ໃຫ້​ສະມາຄົມ​ປະຊາ​ຊາດ​ອາຊີ​ຕາ​ເວັນ​ອອກສ່ຽງ​ໃຕ້ (ASEAN) ກາຍເປັນ​ຕົວ​ແບບ​ ໃນການ​ຫັນປ່ຽນ​ດ້ານ​ ດີຈີ​ຕອນ ​ລະດັບໂລກ. ການຫັນ ເປັນ ດີຈີຕອນ ຍັງເປັນ ຍຸດທະສາດ ມຸ່ງສູ່ການສ້າງປະຊາຄົມ ASEAN ແບບຍືນຍົງ, ມີຄວາມສະໜິດຕິດພັນ ທາງດ້ານການ ເມືອງ, ການເຊື່ອມໂຍງ ທາງດ້ານເສດຖະກິດ ແລະ ແບ່ງປັນ ຄວາມຮັບຜິດຊອບທາງສັງຄົມ ຮ່ວມກັນ, ຮັບ ປະກັນ ເປັນທີ່ຕັ້ງ ໃຈກາງ ຂອງ ອາຊີ ທີ່ຂະຫຍັນຂັນເຄື່ອນ.

Top