• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກຳປູເຈຍ ຢັ້ງຢືນຫຼັກໝັ້ນສັນຕິພາບກ່ຽວກັບເຂດຊາຍແດນໃນການຕ້ອນຮັບລັດຖະມົນຕີການຕ່າງປະເທດ ແລະ ລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ

ທ່ານນາຍົກລັດຖະມົນຕີ Hun Manet ເນັ້ນໜັກວ່າ, ຈີນ ແລະ ກຳປູເຈຍ ຕ້ອງຊຸກຍູ້ການຮ່ວມມືໃນບັນດາຂົງເຂດຫຼັກແຫຼ່ງ
  ທີ່ການພົບປະສົນທະນາ (ພາບ: ຫ້ອງວ່າ​ການ​ນາ​ຍົກ​ລັດ​ຖະ​ມົນ​ຕີ Hun Manet )  

ຕ​ອນ​ບ່າຍ​ວັນ​ທີ 22 ເມ​ສາ, ຢູ່ ກຳ​ປູ​ເຈຍ, ທ່ານ ວາງ​ອີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຈີນ ແລະ ທ່ານ​ ຕຸງ​​ຈີນ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຈີນ ໄດ້​ເຂົ້າ​ຢ້ຽມ​ຂ່ຳ​ນັບ​ຕາມ​ພິ​ທີ​ການ​ທູດ ແລະ ດຳ​ເນີນ​ການ​ພົບ​ປະ​ສົນ​ທະ​ນາ​ກັບ​ທ່ານ Hun Manet, ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ, ຢູ່​ຫໍ​ສັນ​ຕິ​ພາບ, ປະ​ເທດ ກຳ​ປູ​ເຈຍ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Hun Manet ເນັ້ນ​ໜັກ​ວ່າ, ຈີນ ແລະ ກຳ​ປູ​ເຈຍ ຕ້ອງ​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ຫຼັກ​ແຫຼ່ງ, ຄື: ການ​ເມືອງ, ເສດ​ຖະ​ກິດ - ການ​ລົງ​ທຶນ, ການ​ປ້ອງ​ກັນ​ຊາດ - ປ້ອງ​ກັ​ນ​ຄວາມ​ສະ​ຫງົບ, ພະ​ລັງ​ງານ​ສະ​ອາດ, ພື້ນ​ຖານ​ໂຄງ​ລ່າງ​ດ້ານ​ຄົມ​ມະ​ນາ​ຄົມ, ກະ​ສິ​ກຳ…

ກ່ຽວ​ກັບ​ສ​ະພາບ​ການ​ຢູ່​ເຂດ​ຊາຍ​ແດນ​ກັບ ໄທ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Hun Manet ໄດ້​ອັບ​ເດດ​ບັນ​ດາ​ການ​ຜັນ​ແປ​ຫຼ້າ​ສຸດ ແລະ ຢັ້ງ​ຢືນ​ອີກ​ເທື່ອ​ໜຶ່ງ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື ຈີນ ກ່ຽວ​ກັບ​ແຜນ​ນະ​ໂຍ​ບາຍ​ແກ້​ໄຂ​ການ​ຂັດ​ແຍ້ງ​ກັນ​ຜ່ານ​ການ​ເຈ​ລະ​ຈາ​ໂດຍ​ສັນ​ຕິ​ວິ​ທີ, ເຄົາ​ລົບ​ກົດ​ໝາຍ ແລະ ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ 2 ຝ່າຍ​ໃນ​ປະ​ຈຸ​ບັນ.

(ແຫຼ່ງຄັດຈາກ VOV)

ທ່ານລັດຖະມົນຕີການຕ່າງປະເທດ ເລຮວ່າຍຈຸງ ດຳເນີນການພົບປະສົນທະນາກັບລັດຖະມົນຕີການຕ່າງປະເທດ Estonia

ທ່ານລັດຖະມົນຕີການຕ່າງປະເທດ ເລຮວ່າຍຈຸງ ດຳເນີນການພົບປະສົນທະນາກັບລັດຖະມົນຕີການຕ່າງປະເທດ Estonia

ວັນທີ 23 ເມສາ, ຢູ່ ຮ່າໂນ້ຍ, ທ່ານ ເລຮວ່າຍຈຸງ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ດຳເນີນການພົບປະສົນທະນາກັບທ່ານ Margus Tsahkna, ລັດຖະມົນຕີການຕ່າງປະເທດ Estonia.

Top