ຫວຽດນາມ ມີແຜນນະໂຍບາຍກາຍເປັນປະເທດເຂັ້ມແຂງກ່ຽວກັບທະເລ, ຮັ່ງມີຈາກທະເລ, ພັດທະນາແບບຍືນຍົງ, ວັດທະນາຖາວອນ, ສະຫງົບ ແລະ ປອດໄພ; ພັດທະນາເສດຖະກິດທະເລແບບຍືນຍົງຕິດພັນກັບການຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ຮັກສາເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນໄວ້ຢ່າງໝັ້ນຄົງ, ເພີ່ມທະວີການພົວພັນຕ່າງປະເທດ, ການຮ່ວມມືສາກົນກ່ຽວກັບທະເລ, ປະກອບສ່ວນຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບໃຫ້ແກ່ການພັດທະນາ.
ນີ້ແມ່ນຄຳຢັ້ງຢືນຂອງ ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໃນການພົບປະເຈລະຈາກັບ ທ່ານ Nikolai Patrushev, ຜູ້ຊ່ວຍວຽກປະທານາທິບໍດີ, ປະທານສະພາທະເລ ສະຫະພັນ ລັດເຊຍ ໃນຕອນບ່າຍວັນທີ 15 ກັນຍາ, ຢູ່ສຳນັກງານກະຊວງປ້ອງກັນປະເທດ (ຮ່າໂນ້ຍ).
ທ່ານພົນເອກ ຟານວັນຢາງ ປາດຖະໜາວ່າ ການພົວພັນຮ່ວມມືລະຫວ່າງກະຊວງປ້ອງກັນປະເທດ ຫວຽດນາມ ແລະ ສະພາທະເລສະຫະພັນ ລັດເຊຍ ຈະໄດ້ຮັບການຊຸກຍູ້ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ, ສອດຄ່ອງກັບກົດໝາຍສາກົນ, ກົດໝາຍຂອງແຕ່ລະປະເທດ, ຕອບສະໜອງຄວາມຕ້ອງການ ແລະ ຄວາມສາມາດຂອງແຕ່ລະຝ່າຍ, ປະກອບສ່ວນເຂົ້າໃນການສ້າງສັນຕິພາບ, ສະຖຽນລະພາບ, ພັດທະນາ, ວັດທະນາຖາວອນລວມຢູ່ພາກພື້ນ ແລະ ໃນໂລກ.
ສ່ວນທ່ານ Nikolai Patrushev, ຜູ້ຊ່ວຍວຽກປະທານາທິບໍດີ, ປະທານສະພາທະເລ ສະຫະພັນ ລັດເຊຍ, ຖືວ່າ ການຮ່ວມມືກ່ຽວກັບທະເລປະກອບສ່ວນຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດລະຫວ່າງ 2 ປະເທດ, ສອດຄ່ອງກັບບັນດາທິດທາງໃຫຍ່ຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສະຫະພັນ ລັດເຊຍ ໂດຍການນຳຂັ້ນສູງສອງປະເທດໄດ້ຕົກລົງເປັນເອກະພາບເມື່ອເດືອນພຶດສະພາ 2025.
ສິ້ນສຸດການພົບປະ, 2 ຝ່າຍໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈກ່ຽວກັບການປຶກສາຫາລືໃນຂົງເຂດທະເລ ລະຫວ່າງກະຊວງປ້ອງກັນປະເທດ ຫວຽດນາມ ແລະ ສະພາທະເລສະຫະພັນ ລັດເຊຍ.
(ແຫຼ່ງຄັດຈາກ VOV)