• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ປະ​ທະ​ກັນ​ຢູ່​ຕາ​ເວັນ​ອອກ​ກາງ: ອາ​ເມ​ລິ​ກາ ແລະ ອີ​ຣານ ອາດ​ຈະ​ເຈ​ລະ​ຈາ​ແບບ​ເຊິ່ງ​ໜ້າ​ຢູ່ ປາ​ກິດ​ສະ​ຖານ ໃນ​ສອງ​ສາມ​ວັນ​ຈະ​ມາ​ເຖິງ

ຕອນຄ່ຳວັນທີ 23 ມີນາ, ໜັງສືພິມພາກພື້ນໄດ້ຄັດສະເໜີແຫຼ່ງຂ່າວໂດຍໃຫ້ຮູ້ວ່າ ອາເມລິກາ ແລະ ອີຣານ ອາດຈະດຳເນີນບັນດາການເຈລະຈາແບບເຊິ່ງໜ້າກ່ຽວກັບການສິ້ນສຸດການປະທະກັນຢູ່ ປາກິດສະຖານ ໃນອາທິດນີ້.

ກ່ຳປັ່ນຂົນສົ່ງນ້ຳມັນ LPG ຕ້ອງຢຸດກາງທາງຢູ່ຊ່ອງແຄບທະເລ Hormuz, ໃນສະພາບການປະທະກັນລະຫວ່າງ ອາເມລິກາ - ອິດສະຣາແອັນ ແລະ ອີຣານ ໃນວັນທີ 11/3/2026 (ພາບ: REUTERS/Benoit Tessier)

ປັດຈຸບັນ, ປາກິດສະຖານ, ອີຢິບ ແລະ ບັນດາປະເທດເຂດອ່າວ, ພວມສວມບົດບາດ “ເປັນຂົວຕໍ່”, ປະຕິບັດການສົ່ງຕໍ່ຂໍ້ມູນຂ່າວສານລະຫວ່າງ ອາເມລິກາ ແລະ ອີຣານ ທີ່ກ່ຽວຂ້ອງເຖິງການເຈລະຈາ. ບາງແຫຼ່ງຂ່າວຈາກຝ່າຍຕາເວັນຕົກໃຫ້ຮູ້ວ່າ ອຳນາດການປົກຄອງ ອາເມລິກາ ຢາກໃຫ້ທ່ານ Mohammad Baqer Qalibaf ປະທານສະພາແຫ່ງຊາດ, ຜູ້ທີ່ພວມກຳອຳນາດຢູ່ ອີຣານ ເປັນຜູ້ຕາງໜ້າຄະນະເຈລະຈາຂອງຝ່າຍ ອີຣານ  ແທນໃຫ້ທ່ານ Abbas Araghchi ລັດຖະມົນຕີການຕ່າງປະເທດ ຄືໃນການເຈລະຈາກ່ອນໜ້ານີ້. ສື່ມວນຊົນ ອິດສະຣາແອັນ ກໍໄດ້ໃຫ້ຂ່າວວ່າ ອີຣານ ໄດ້ຍົກອອກຫຼາຍເງື່ອນໄຂກ່ຽວກັບການຢຸດຕິການປະທະກັນໃນປັດຈຸບັນ, ລວມທັງຮັບປະກັນບໍ່ໃຫ້ການປະທະກັນເກີດຂຶ້ນອີກ, ປິດບັນດາຖານທີໝັ້ນຂອງ ອາເມລິກາຢູ່ ຕາເວັນອອກກກາງ ແລະ ຊົດເຊີຍຄ່າໃຊ້ຈ່າຍໃນສົງຄາມໃຫ້ແກ່ ເຕເຮຣານ. ແຕ່ວ່າ  ຂໍ້ມູນດັ່ງກ່າວ ຍັງບໍ່ທັນໄດ້ຮັບການຢືນຢັນຈາກຝ່າຍ ອີຣານ ເທື່ອ.

ກໍໃນວັນດຽວກັນ, ທ່ານປະທານາທິບໍດີ ອາເມລິກາ Donald Trump  ໄດ້ຕໍ່ກຳນົດເວລາ ບັງຄັບໃຫ້ ອີຣານ ຕ້ອງເປີດຊ່ອງແຄບທະເລ Hormuz ແລະ ຢຸດຕິຊົ່ວຄາວແຜນການບຸກໂຈມຕີໃສ່ບັນດາໂຮງງານໄຟຟ້າຂອງ ເຕເຮຣານ ໃນເວລາ  05 ວັນ.

(ແຫຼ່ງຄັດຈາກ VOV)

ລັດ​ຖະ​ມົນ​ຕີ ອິດ​ສະ​ຣາ​ແອັນ ຮຽກ​ຮ້ອງ ໂຮມ​ພາກ​ໃຕ້ ລີ​ບັງ​ ເຂົ້າ

ລັດ​ຖະ​ມົນ​ຕີ ອິດ​ສະ​ຣາ​ແອັນ ຮຽກ​ຮ້ອງ ໂຮມ​ພາກ​ໃຕ້ ລີ​ບັງ​ ເຂົ້າ

ທ່ານ Bezalel Smotrich ລັດຖະມົນຕີການເງິນ ອິດສະຣາແອັນ ຖະແຫຼງວ່າ ອິດສະຣາແອັນ ຄວນເປີດກວ້າງຊາຍແດນ ກັບ ລີບັງ ຮອດແມ່ນ້ຳ Litani ຢູ່ເຂດພາກໃຕ້ຂອງປະເທດນີ້.

Top