ຕອນຄ່ຳວັນທີ 23 ມີນາ, ໜັງສືພິມພາກພື້ນໄດ້ຄັດສະເໜີແຫຼ່ງຂ່າວໂດຍໃຫ້ຮູ້ວ່າ ອາເມລິກາ ແລະ ອີຣານ ອາດຈະດຳເນີນບັນດາການເຈລະຈາແບບເຊິ່ງໜ້າກ່ຽວກັບການສິ້ນສຸດການປະທະກັນຢູ່ ປາກິດສະຖານ ໃນອາທິດນີ້.
ກ່ຳປັ່ນຂົນສົ່ງນ້ຳມັນ LPG ຕ້ອງຢຸດກາງທາງຢູ່ຊ່ອງແຄບທະເລ Hormuz, ໃນສະພາບການປະທະກັນລະຫວ່າງ ອາເມລິກາ - ອິດສະຣາແອັນ ແລະ ອີຣານ ໃນວັນທີ 11/3/2026 (ພາບ: REUTERS/Benoit Tessier)
ປັດຈຸບັນ, ປາກິດສະຖານ, ອີຢິບ ແລະ ບັນດາປະເທດເຂດອ່າວ, ພວມສວມບົດບາດ “ເປັນຂົວຕໍ່”, ປະຕິບັດການສົ່ງຕໍ່ຂໍ້ມູນຂ່າວສານລະຫວ່າງ ອາເມລິກາ ແລະ ອີຣານ ທີ່ກ່ຽວຂ້ອງເຖິງການເຈລະຈາ. ບາງແຫຼ່ງຂ່າວຈາກຝ່າຍຕາເວັນຕົກໃຫ້ຮູ້ວ່າ ອຳນາດການປົກຄອງ ອາເມລິກາ ຢາກໃຫ້ທ່ານ Mohammad Baqer Qalibaf ປະທານສະພາແຫ່ງຊາດ, ຜູ້ທີ່ພວມກຳອຳນາດຢູ່ ອີຣານ ເປັນຜູ້ຕາງໜ້າຄະນະເຈລະຈາຂອງຝ່າຍ ອີຣານ ແທນໃຫ້ທ່ານ Abbas Araghchi ລັດຖະມົນຕີການຕ່າງປະເທດ ຄືໃນການເຈລະຈາກ່ອນໜ້ານີ້. ສື່ມວນຊົນ ອິດສະຣາແອັນ ກໍໄດ້ໃຫ້ຂ່າວວ່າ ອີຣານ ໄດ້ຍົກອອກຫຼາຍເງື່ອນໄຂກ່ຽວກັບການຢຸດຕິການປະທະກັນໃນປັດຈຸບັນ, ລວມທັງຮັບປະກັນບໍ່ໃຫ້ການປະທະກັນເກີດຂຶ້ນອີກ, ປິດບັນດາຖານທີໝັ້ນຂອງ ອາເມລິກາຢູ່ ຕາເວັນອອກກກາງ ແລະ ຊົດເຊີຍຄ່າໃຊ້ຈ່າຍໃນສົງຄາມໃຫ້ແກ່ ເຕເຮຣານ. ແຕ່ວ່າ ຂໍ້ມູນດັ່ງກ່າວ ຍັງບໍ່ທັນໄດ້ຮັບການຢືນຢັນຈາກຝ່າຍ ອີຣານ ເທື່ອ.
ກໍໃນວັນດຽວກັນ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຕໍ່ກຳນົດເວລາ ບັງຄັບໃຫ້ ອີຣານ ຕ້ອງເປີດຊ່ອງແຄບທະເລ Hormuz ແລະ ຢຸດຕິຊົ່ວຄາວແຜນການບຸກໂຈມຕີໃສ່ບັນດາໂຮງງານໄຟຟ້າຂອງ ເຕເຮຣານ ໃນເວລາ 05 ວັນ.