• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ນຳ​ເຂົ້າ - ສົ່ງ​ອອກ​ຂອງ ຫວຽດ​ນາມ ເກືອບ​ບັນ​ລຸ​ລະ​ດັບ 400 ຕື້ USD

ຕາ​ມ​ຕົວ​ເລກຫຼ້າ​ສຸດ​ຂອງ​ກົມ​ພາ​ສີ ໄດ້​ຊີ້​ໃຫ້​ເຫັນ​ວ່າ ຍອດ​ວົງ​ເງິນ​ນຳ​ເຂົ້າ - ສົ່ງ​ອອກ​ສິນ​ຄ້າ​ຂ​ອງ​ ຫວຽດ​ນາມ ໃນ​ 2 ອາ​ທິດ​ຕົ້ນ​ເດືອນ​ພຶດ​ສະ​ພາ​ ບັນ​ລຸ 47,7 ຕື້ USD. ສິ່ງ​ທີ່​ໜ້າ​ສົນ​ໃຈ​ແມ່ນ, ໃນ​​ມູນ​ຄ່າ​ສົ່ງ​ອອກ​ທັງ​ໝົດ​ກວ່າ 21 ຕື້ USD ນັ້ນ, ບັນ​ດາ​ວິ​ສາ​ຫະ​ກິດ​ທີ່​ມີ​ເງິນ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ (FDI) ປະ​ກອບ​ເຖິງ 16,8 ຕື້ USD, ຢັ້ງ​ຢືນ​ທີ່​ຕັ້ງ​ແມ່ນ​ກຳ​ລັງ​ໜູນ​ຕົ້ນ​ຕໍ ຊຸກ​ຍູ້​ການ​ເຕີບ​ໂຕ​ຂະ​ແໜງ​ສົ່ງ​ອອກ​ຂອງ ຫວຽດ​ນາມ.

ໝວດ​ສິນ​ຄ້າ​ຄອມ​ພິວ​ເຕີ, ຜະ​ລິດ​ຕະ​ພັນ​ເອ​ເລັກ​ໂຕ​ນິກ ແລະ ຊີ້ນ​ສ່ວນເຄ​ື່ອງ​ອາ​ໄຫຼ່ ສືບ​ຕໍ່​ນຳ​ໜ້າ ດ້ວຍ​ມູ​ນ​ຄ່າກວ່າ 6 ຕື້ USD. ນອກ​ຈາກ​ນັ້ນ​ແລ້ວ, ບັນ​ດາ​ປະ​ເພດ​ສິ​ນ​ຄ້າ​ທີ່​ເປັນ​ມູນ​ເຊື້ອ​ຄື: ເຄື່ອງ​ຕ່ຳ​ແຜ່ນ​ຕັດ​ຫຍິບ, ​ເກີບ​ບັນ​ດາປະ​ເພດ ກໍ​ຮັກ​ສາ​ທ່ວງ​ທ່າ​ຟື້ນ​ຟູ​ໄດ້​ເປັນ​ຢ່າງ​ດີ ດ້ວຍ​ມູນ​ຄ່າ 1,4 ຕື້ ແລະ 1 ຕື້ USD ຕາມ​ລຳ​ດັບ.

ກົງ​ກັນ​ຂ້າມ, ວົງ​ເງິນ​ນຳ​ເຂົ້າ​ສິນ​ຄ້າ​ໃນ 2 ອາ​ທິດ​ຕົ້ນ​ເດືອນ​ພຶດ​ສະ​ພາ​ບັນ​ລຸ 26,7 ຕື້ USD. ໃນ​ນັ້ນ, ກຸ່​ມ​ວິ​ສາ​ຫະ​ກິດ FDI ກວມ​ເອົາ​ມູນ​ຄ່າ​ເກືອບ 20 ຕື້ USD. ການນຳ​ເຂົ້າ ໄດ້​ສຸມ​ໃສ່​ບັນ​ດາ​ໝວດ​ສິນ​ຄ້າ​ທີ່​ເປັນ​ວັດ​ຖຸ​ດິບ​ສົ້ນ​ເຂົ້າ ແລະ ເຄື່ອງ​ຈັກ​ອຸ​ປະ​ກອນ.

ໄລ່​ແຕ່​ຕົ້ນ​ປີ​ມາ​ຮອດ​ວັນ​ທີ 15 ພຶດ​ສະ​ພາ, ຍອດ​ມູນ​ຄ່າ​ນຳ​ເຂົ້າ - ສົ່ງ​ອອກ​ໃນ​ທົ່ວ​ປະ​ເທດ​ບັນ​ລຸ 394 ຕື້ USD, ດ້ວຍ​ລະ​ດັບ​ການ​ນຳ​ເຂົ້າ​ເກີນ​ດຸນ​ປະ​ມານ 14 ຕື້ USD. ສະ​ພາບ​ການ​ນຳ​ເຂົ້າ - ສົ່ງ​ອອກ​ໃນ​ຊຸມ​ເດືອນ​ຕົ້ນ​ປີ 2026 ນີ້​ ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ການ​ເຄື່ອນ​ໄຫວ​ຜະ​ລິດ, ປຸງ​ແຕ່ງ ແລະ ການ​ຄ້າ​ສາ​ກົນ ພວມ​ໄດ້​ຮັບ​ການ​ຟື້ນ​ຕົວ​ຢ່າງ​ແຮງ.

(ແຫຼ່ງຄັດຈາກ VOV)

ຄົ້ນ​ຫາ​ງານ​ບຸນ​ອາ​ຫານ​ການ​ກິນ ດ່າ​ໜັງ Food Tour ປີ 2026 ທີ່​ເຕັມ​ໄປ​ດ້ວຍ​ສີ​ສັນ

ຄົ້ນ​ຫາ​ງານ​ບຸນ​ອາ​ຫານ​ການ​ກິນ ດ່າ​ໜັງ Food Tour ປີ 2026 ທີ່​ເຕັມ​ໄປ​ດ້ວຍ​ສີ​ສັນ

ງານ​ບຸນ ດ່າ​ໜັງ Food Tour 2026 ຖືກ​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ໃນ​ຕອນ​ຄ່ຳ​ວັນ​ທີ 21 ພຶດ​ສະ​ພາ, ຢູ່​ສວນ​ສາ​ທາ​ລະ​ນະ ບຽນ​ດົ່ງ (ທະ​ເລ​ຕາ​ເວັນ​ອອກ). ໂດຍ​ໄດ້​ດຳ​ເນີນ​ແຕ່​ວັນ​ທີ 20 – 24 ພຶ​ດ​ສະ​ພາ, ງານ​ບຸນ​ດັ່ງ​ກ່າວ​ແມ່ນ​ຈຸດ​ເນັ້ນ​ໜັກ​ໃນ​ລະ​ດູ​ທ່ອງ​ທ່ຽວ​ຍາມ​ລະ​ດູ​ຮ້ອນ ດ່າ​ໜັງ 2026.

Top