ຕໍ່ໜ້າດວງວິນຍານຂອງປະທານ ໂຮ່ຈີມິນ, ຄະນະຜູ້ແທນ ໄດ້ສະແດງຄວາມເຄົາລົບນັບຖືຢ່າງສູງຕໍ່ຄຸນງາມຄວາມດີຂອງເພິ່ນທີ່ມີຕໍ່ພາລະກິດປະຕິວັດຂອງພັກ ແລະ ຊາດ ຫວຽດນາມ.
ຄະນະການນຳ, ອະດີດການນຳພັກ, ລັດ, ສະພາແຫ່ງຊາດ ຫວຽດນາມ ເຂົ້າສຸສານວາງພວງມາລາ ອາໄລຫາປະທານ ໂຮ່ຈີມິນ (ພາບ: VGP)
ເນື່ອງໃນໂອກາດສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບຄົບຮອບ 51 ປີ (ວັນທີ 30 ເມສາ 1975 – 30 ເມສາ 2026), ຕອນເຊົ້າວັນທີ 28 ເມສາ, ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ເຂົ້າສຸສານວາງພວງມາລາໄຫວ້ອາໄລປະທານ ໂຮ່ຈີມິນ. ຄະນະກໍໄດ້ຖະຫວາຍທູບທຽນອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ອະນຸສອນສະຖານບັນດານັກຮົບເສຍສະຫຼະຊີວິດເພື່ອຊາດໃນຖະໜົນ ບັກເຊີນ.
ຄະນະການນຳ, ອະດີດການນຳພັກ, ລັດ, ສະພາແຫ່ງຊາດ ຫວຽດນາມ ເຂົ້າສຸສານວາງພວງມາລາ ອາໄລຫາປະທານ ໂຮ່ຈີມິນ (ພາບ: VGP)
ເຂົ້າຮ່ວມພິທີໄຫວ້ອາໄລ ມີທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ; ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ຫວຽດນາມ; ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຫວຽດນາມ… ພ້ອມດ້ວຍການນຳບັນດາຄະນະ, ກະຊວງ, ຂະແໜງການ, ຄະນະຈັດຕັ້ງມະຫາຊົນຂັ້ນສູນກາງ. ຕໍ່ໜ້າດວງວິນຍານຂອງປະທານ ໂຮ່ຈີມິນ, ຄະນະຜູ້ແທນ ໄດ້ສະແດງຄວາມເຄົາລົບນັບຖືຢ່າງສູງຕໍ່ຄຸນງາມຄວາມດີຂອງເພິ່ນທີ່ມີຕໍ່ພາລະກິດປະຕິວັດຂອງພັກ ແລະ ຊາດ ຫວຽດນາມ.
(ແຫຼ່ງຄັດຈາກ VOV)