ຂ່າວສານ

ການ​ນຳ​ພັກ, ລັດ ເຂົ້າ​ສຸ​ສານໄຫວ້​ອາ​ໄລ​ປະ​ທານ ໂຮ່​ຈີ​ມິນ ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ​ຄົບ​ຮອບ 51 ປີ

ຕໍ່​ໜ້າ​ດວງວິນ​ຍານ​ຂອງປະ​ທານ ໂຮ່​ຈີ​ມິນ, ຄະ​ນະ​ຜູ້​ແທນ ໄດ້​ສະ​ແດງ​ຄວາມ​ເຄົາ​ລົບ​ນັບ​ຖື​ຢ່າງ​ສູງ​ຕໍ່​ຄຸນ​ງາມ​ຄວາມ​ດີ​ຂອງ​ເພິ່ນທີ່​ມີ​ຕໍ່​ພາ​ລະ​ກິດ​ປະ​ຕິ​ວັດຂອງ​ພັກ ແລະ ຊາດ ຫວຽດ​ນາມ.
  ຄະ​ນະ​ການ​ນຳ, ອະ​ດີດ​ການ​ນຳພັກ, ລັດ, ສະ​ພາ​ແຫ່ງ​ຊ​າດ ຫວຽດ​ນາມ ເຂົ້າ​ສຸ​ສານ​ວາງ​ພວງ​ມາ​ລາ ອາ​ໄລ​ຫາ​ປະ​ທານ ໂຮ່​ຈີ​ມິນ (ພາບ: VGP)  

ເນື່ອງ​ໃນ​ໂອ​ກາດສະ​ເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ​ຄົບ​ຮອບ 51 ປີ (ວັນ​ທີ 30 ເມ​ສາ 1975 – 30 ເມ​ສາ 2026), ຕອນ​ເຊົ້າ​ວັນ​ທີ 28 ເມ​ສາ, ຄະ​ນະ​ຜູ້​ແທນ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກກອມ​ມູ​ນິດ​ ຫວຽດ​ນາມ, ປະ​ທານ​ປະ​ເທດ, ສະ​ພາ​ແຫ່ງ​ຊາດ, ລັດ​ຖະ​ບານ, ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນ​ວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ໄດ້​ເຂົ້າ​ສຸ​ສານ​ວາງ​ພວງ​ມາ​ລາ​ໄຫວ້​ອາ​ໄລ​ປ​ະ​ທານ ໂຮ່​ຈີ​ມິນ. ຄະ​ນະ​ກໍ​ໄດ້​ຖະ​ຫວາຍ​ທູ​ບ​ທຽນ​ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ຢູ່​ອະ​ນຸ​ສອນ​ສະ​ຖານ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ໃນ​ຖະ​ໜົນ ບັກ​ເຊີນ.

 
 
 ຄະ​ນະ​ການ​ນຳ, ອະ​ດີດ​ການ​ນຳພັກ, ລັດ, ສະ​ພາ​ແຫ່ງ​ຊ​າດ ຫວຽດ​ນາມ ເຂົ້າ​ສຸ​ສານ​ວາງ​ພວງ​ມາ​ລາ ອາ​ໄລ​ຫາ​ປະ​ທານ ໂຮ່​ຈີ​ມິນ (ພາບ: VGP)      

ເຂົ້າ​ຮ່ວມ​ພິ​ທີ​ໄຫວ້​ອາ​ໄລ ມີ​ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ; ທ່ານ ເລ​ມິງ​ຮຶງ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ; ທ່ານ ເຈິ່ນ​ແທັງ​ເໝິນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ… ພ້ອມ​ດ້ວຍ​ການ​ນຳ​ບັນ​ດາ​ຄະ​ນະ, ກະ​ຊວງ, ຂະ​ແໜງ​ການ, ຄະ​ນະ​ຈັດ​ຕັ້ງ​ມະ​ຫາ​ຊົນ​ຂັ້ນ​ສູນ​ກາງ. ​ຕໍ່​ໜ້າ​ດວງວິນ​ຍານ​ຂອງປະ​ທານ ໂຮ່​ຈີ​ມິນ, ຄະ​ນະ​ຜູ້​ແທນ ໄດ້​ສະ​ແດງ​ຄວາມ​ເຄົາ​ລົບ​ນັບ​ຖື​ຢ່າງ​ສູງ​ຕໍ່​ຄຸນ​ງາມ​ຄວາມ​ດີ​ຂອງ​ເພິ່ນທີ່​ມີ​ຕໍ່​ພາ​ລະ​ກິດ​ປະ​ຕິ​ວັດຂອງ​ພັກ ແລະ ຊາດ ຫວຽດ​ນາມ.


top