• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ນຳ​ກອງ​ທັບ ຫວຽດ​ນາມ ພົບ​ປະ​ກັບ​ບັນ​ດາ​ຄະ​ນະ​ກອງ​ທັບ​ສາ​ກົນ​ເຂົ້າ​ຮ່ວມ​ການ​ເດີນ​ສວນ​ສະ​ໜາມ​ໃນ​ວັນ​ທີ 30 ເມ​ສາ

ການມີໜ້າ ແລະ ເຂົ້າຮ່ວມຂອງບັນດາຄະນະກອງທັບ ຈີນ, ລາວ ແລະ ກຳປູເຈຍ ແມ່ນພະຍານຫຼັກຖານທີ່ມີຊີວິດຊີວາແກ່ນ້ຳໃຈສາມັກຄີສາກົນ, ຜູກພັນຄວາມສາມັກຄີອັນໜຽວແຫນ້ນລະຫວ່າງກອງທັບ ແລະ ປະຊາຊົນບັນດາປະເທດ.
ງານພົບປະກັບບັນດາຄະນະກອງທັບສາກົນເຂົ້າຮ່ວມການເດີນສວນສະໜາມໃນວັນທີ 30 ເມສາ (ພາບ: qdnd.vn)

ຕອນເຊົ້າວັນທີ 26 ເມສາ, ຢູ່ບິ່ງເຢືອງ, ກອງເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ ໄດ້ຈັດການພົບປະ, ຢຶ້ຢາມຖາມຂ່າວບັນດາຄະນະກອງທັບ ຈີນ, ລາວ ແລະ ກຳປູເຈຍ ທີ່ພວມຝຶກແອບ, ກະກຽມໃຫ້ແກ່ການເຄື່ອນໄຫວເດີນຂະບວນ, ສວນສະໜາມ ສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (ວັນທີ 30 ເມສາ 1975 – 30 ເມສາ 2025).

ທີ່ການພົບປະ, ຜູ້ແທນບັນດາຄະນະກອງທັບຕ່າງປະເທດ ຢັ້ງຢືນວ່າ ເຫດການຄັ້ງນີ້ ບໍ່ພຽງແຕ່ມີຄວາມໝາຍດ້ານການເມືອງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບເທົ່ານັ້ນ ຫາກຍັງແມ່ນໂອກາດສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີສາກົນ ແລະ ການຮ່ວມມືຢ່າງເລິກເຊິ່ງ, ກວ້າງຂວາງລະຫວ່າງກອງທັບບັນດາປະເທດ ກັບ ຫວຽດນາມ.

ສ່ວນທ່ານ ພົນໂທ ຫງວຽນວັນເຫງຍ, ຮອງເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ, ຫົວໜ້າອະນຸຄະນະກຳມະການເດີນຂະບວນ, ສວນສະໜາມ ຢັ້ງຢືນວ່າ, ການມີໜ້າ ແລະ ເຂົ້າຮ່ວມຂອງບັນດາຄະນະກອງທັບ ຈີນ, ລາວ ແລະ ກຳປູເຈຍ ແມ່ນພະຍານຫຼັກຖານທີ່ມີຊີວິດຊີວາແກ່ນ້ຳໃຈສາມັກຄີສາກົນ, ຜູກພັນຄວາມສາມັກຄີອັນໜຽວແຫນ້ນລະຫວ່າງກອງທັບ ແລະ ປະຊາຊົນບັນດາປະເທດ. ຕາງໜ້າໃຫ້ກອງເສນາທິການໃຫຍ່ກອງທັບປະຊາຊົນຊົນ ຫວຽດນາມ, ທ່ານ ພົນໂທ ຫງວຽນວັນເຫງຍ ໄດ້ມອບຫຼາຍຂອງຂວັນທີ່ມີຄວາມໝາຍເພື່ອສະແດງນ້ຳໃຈອັນຈິງໃຈ, ຄວາມເອົາໃຈໃສ່ຢ່າງເລິກເຊິ່ງຂອງກອງທັບປະຊາຊົນ ຫວຽດນາມ ທີ່ມີຕໍ່ກຳລັງປະກອບອາວຸດບັນດາປະເທດ.

(ແຫຼ່ງຄັດຈາກ VOV)

ທ້ອນໂຮມປະເທດຊາດເປັນເອກະພາບ: ບັນດາຈຸດເວລາປະຫວັດສາດຂອງລະດູບານໃໝ່ 1975

“ທ້ອນໂຮມປະເທດຊາດເປັນເອກະພາບ”: ບັນດາຈຸດເວລາປະຫວັດສາດຂອງລະດູບານໃໝ່ 1975

ງານວາງສະແດງກໍ່ເຮັດແຈ້ງເຖິງການສະໜັບສະໜູນ, ການລຳລຽງຂອງແນວຫຼັງໃຫຍ່ທາງພາກເໜືອຕໍ່ກັບແນວໜ້າທາງພາກໃຕ້

Top