ການມີໜ້າ ແລະ ເຂົ້າຮ່ວມຂອງບັນດາຄະນະກອງທັບ ຈີນ, ລາວ ແລະ ກຳປູເຈຍ ແມ່ນພະຍານຫຼັກຖານທີ່ມີຊີວິດຊີວາແກ່ນ້ຳໃຈສາມັກຄີສາກົນ, ຜູກພັນຄວາມສາມັກຄີອັນໜຽວແຫນ້ນລະຫວ່າງກອງທັບ ແລະ ປະຊາຊົນບັນດາປະເທດ.
ງານພົບປະກັບບັນດາຄະນະກອງທັບສາກົນເຂົ້າຮ່ວມການເດີນສວນສະໜາມໃນວັນທີ 30 ເມສາ (ພາບ: qdnd.vn)
ຕອນເຊົ້າວັນທີ 26 ເມສາ, ຢູ່ບິ່ງເຢືອງ, ກອງເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ ໄດ້ຈັດການພົບປະ, ຢຶ້ຢາມຖາມຂ່າວບັນດາຄະນະກອງທັບ ຈີນ, ລາວ ແລະ ກຳປູເຈຍ ທີ່ພວມຝຶກແອບ, ກະກຽມໃຫ້ແກ່ການເຄື່ອນໄຫວເດີນຂະບວນ, ສວນສະໜາມ ສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (ວັນທີ 30 ເມສາ 1975 – 30 ເມສາ 2025).
ທີ່ການພົບປະ, ຜູ້ແທນບັນດາຄະນະກອງທັບຕ່າງປະເທດ ຢັ້ງຢືນວ່າ ເຫດການຄັ້ງນີ້ ບໍ່ພຽງແຕ່ມີຄວາມໝາຍດ້ານການເມືອງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບເທົ່ານັ້ນ ຫາກຍັງແມ່ນໂອກາດສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີສາກົນ ແລະ ການຮ່ວມມືຢ່າງເລິກເຊິ່ງ, ກວ້າງຂວາງລະຫວ່າງກອງທັບບັນດາປະເທດ ກັບ ຫວຽດນາມ.
ສ່ວນທ່ານ ພົນໂທ ຫງວຽນວັນເຫງຍ, ຮອງເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ, ຫົວໜ້າອະນຸຄະນະກຳມະການເດີນຂະບວນ, ສວນສະໜາມ ຢັ້ງຢືນວ່າ, ການມີໜ້າ ແລະ ເຂົ້າຮ່ວມຂອງບັນດາຄະນະກອງທັບ ຈີນ, ລາວ ແລະ ກຳປູເຈຍ ແມ່ນພະຍານຫຼັກຖານທີ່ມີຊີວິດຊີວາແກ່ນ້ຳໃຈສາມັກຄີສາກົນ, ຜູກພັນຄວາມສາມັກຄີອັນໜຽວແຫນ້ນລະຫວ່າງກອງທັບ ແລະ ປະຊາຊົນບັນດາປະເທດ. ຕາງໜ້າໃຫ້ກອງເສນາທິການໃຫຍ່ກອງທັບປະຊາຊົນຊົນ ຫວຽດນາມ, ທ່ານ ພົນໂທ ຫງວຽນວັນເຫງຍ ໄດ້ມອບຫຼາຍຂອງຂວັນທີ່ມີຄວາມໝາຍເພື່ອສະແດງນ້ຳໃຈອັນຈິງໃຈ, ຄວາມເອົາໃຈໃສ່ຢ່າງເລິກເຊິ່ງຂອງກອງທັບປະຊາຊົນ ຫວຽດນາມ ທີ່ມີຕໍ່ກຳລັງປະກອບອາວຸດບັນດາປະເທດ.