• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ທ່ອງ​ທ່ຽວ​ແຂວງ ດັກ​ລັກ ມີ​ຄວາມ​ຟົດ​ຟື້ນ​ໃນ​ຊຸມ​ວັນ​ຕົ້ນ​ລະ​ດູ​ບານ​ໃໝ່​ປີ ມະ​ເມຍ

ໃນວັນທີໜຶ່ງປີມະເມຍ, ຢູ່ເຂດທ່ອງທ່ຽວທຳມະຊາດຊຸມຊົນ ກໍຕາມ, ຢູ່ຕາແສງ ເຕິນອານ, ແຂວງດັກລັກ, ບັນດາການເຄື່ອນໄຫວລະຫຼິນບັນເທິງລະດູບານໃໝ່ໄດ້ຈັດຂຶ້ນຢ່າງຟົດຟື້ນມ່ວນຊືນ.
ເຂດທ່ອງທ່ຽວທຳມະຊາດຢູ່ດັກລັກ ດຶງດູດແຂກທ່ອງທ່ຽວເປັນຈຳນວນຫຼາຍໃນໂອກາດບຸນເຕັດປະຈຳຊາດປະມະເມຍ (ພາບ: VOV)
ໃນຊຸມວັນຕົ້ນປີມະເມຍ 2026, ຈຳນວນແຂກທ່ອງທ່ຽວໄປທ່ຽວບັນດາສະຖານທີ່ທ່ອງທ່ຽວທຳມະຊາດ, ວັດທະນະທຳໃນບໍລິເວນແຂວງ ດັກລັກເພີ່ມຂຶ້ນ. ດິນຟ້າອາກາດມີຄວາມສະດວກດີ, ທິວທັດທຳມະຊາດສວຍສົດງົດງາມ ພ້ອມກັບຫຼາຍຜະລິດຕະພັນ, ການເຄື່ອນໄຫວລົງຕົວຈິງ ໄດ້ເຮັດໃໝ່ ເຊິ່ງສ້າງກຳລັງດຶງດູດສຳລັບແຂກທ່ອງທ່ຽວ. ໃນວັນທີໜຶ່ງປີມະເມຍ, ຢູ່ເຂດທ່ອງທ່ຽວທຳມະຊາດຊຸມຊົນ ກໍຕາມ, ຢູ່ຕາແສງ ເຕິນອານ, ແຂວງດັກລັກ, ບັນດາການເຄື່ອນໄຫວລະຫຼິນບັນເທິງລະດູບານໃໝ່ໄດ້ຈັດຂຶ້ນຢ່າງຟົດຟື້ນມ່ວນຊືນຄື: ເດັດເອົາຍາດໄມ້ເປັນໂລກລາບຍານຕົ້ນປີ, ສະແດງການຕີຄ້ອງ, ການລະຫຼິ້ນພື້ນເມືອງ, ພົບປະແລກປ່ຽນສະແດງສິລະປະ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ແລະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສະ​ພາ​ສັນ​ຕິ​ພ​າບ​ກ່ຽວ​ກັບ​ເຂດ​ກາ​ຊາ ຢູ່​ອາ​ເມ​ລິ​ກາ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ແລະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສະ​ພາ​ສັນ​ຕິ​ພ​າບ​ກ່ຽວ​ກັບ​ເຂດ​ກາ​ຊາ ຢູ່​ອາ​ເມ​ລິ​ກາ

ທ່ານປະທານາທິບໍດີ ອາເມລິກາ Donald Trump ຕີລາຄາສູງເລື່ອງທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມກອງປະຊຸມ, ຢັ້ງຢືນມີຄວາມເຄົາລົບຢ່າງເລິກເຊິ່ງຕໍ່ຫວຽດນາມ, ປະເທດທີ່ເປັນໜ້າເຄົາລົບ, ດ້ວຍບົດບາດ ແລະ ຜົນກະທົບນັບມື້ນັບຍິ່ງໃຫຍ່.

Top