ນີ້ແມ່ນເທື່ອທີ 3, ເຫດການ Victory 8 ໄດ້ຈັດຕັ້ງຢູ່ ຫວຽດນາມ, ແຕ່ໄດ້ຈັດຢູ່ນະຄອນຫຼວງ ຮ່າໂນ້ຍ ແມ່ນເທ່ື່ອທຳອິດ. ເຫດການດັ່ງກ່າວມີຊື່ວ່າ “Victory 8-ມະຫັດສະຈັນຂອງ ຮວ່ານກຽມ”, ດຶງດູດການເຂົ້າຮ່ວມ ຂອງຜູ້ຊົມມາ ໜອງເກືອມ ເກືອບ 30.000 ຄົນ ແລະ 200 ລ້ານຄົນໃນໂລກ ຕິດຕາມການຖ່າຍທອດສົດຜ່ານ ທາງໂທລະພາບ.
ຈຸດເດັ່ນໃນເຫດການດັ່ງກ່າວ ແມ່ນການແຂ່ງຂັນລະຫວ່າງ ນັກມວຍສາກົນ ອັນດັບ 1 ຫວຽດນາມ ນາງ ຫງວຽນທິເຕິມ ກັບນັກມວຍສາກົນ ອົດສຕຣາລີ Jasmen Hudson(ລຸ້ນ 51 ກິໂລຍິງ) ແລະ ການແຂ່ງຂັນລະຫວ່າງນັກມວຍສາກົນ ເຈືອງດິ່ງຮວ່າງ ແລະ ນັກມວຍສາກົນ ສ ເກົາຫຼີ Gyu Hyun Lee (ລຸ້ນ 76 ກິໂລຊາຍ) ເພື່ອຊີງແຊ້ມ WBA ອາຊີຕາເວັນອອກ.
ເຖິງວ່າ ຕ້ອງແຂ່ງກັບນັກມວຍສາກົນ ທີ່ເຄີຍຍາດໄດ້ ແຊ້ມມວຍສາກົນ ອົດສຕຣາລີ 3 ເທື່ອ, ແຕ່ສຸດທ້າຍ ນັກມວຍສາກົນ ຫວຽດນາມ ຫງວຽນທິເຕີມ ເອົາຊະນະ ນັກມວຍສາກົນ ອົດສຕຣາລີ Jasmen Hudson ພາຍຫຼັງການແຂ່ງຂັນໃນ 4 ຍົກ.

ການແຂ່ງຂັນລະຫວ່າງ ນັກມວຍສາກົນ ຫວຽດນາມ ເຈືອງດິ່ງຮວ່າງ ກັບນັກມວຍ ສາກົນ ສ ເກົາຫຼີ Gyu Hyun Lee. ພາບ: ກົງດາດ

ນັກມວຍສາກົນ ຫວຽດນາມ ເຈືອງດິ່ງຮວ່າງ ເອົາຊະນະ ນັກມວຍສາກົນ ສ ເກົາຫຼີ Gyu Hyun Lee ພາຍຫຼັງການແຂ່ງຂັນໃນ 10 ຍົກ. ພາບ: ກົງດາດ

ນັກມວຍສາກົນ ຫວຽດນາມ ເຈືອງດິ່ງຮວ່າງ ກາຍເປັນນັກມວຍ
ສາກົນ ຫວຽດນາມ ຜູ້ທຳອິດຍາດໄດ້ແຊ້ມ WBA ອາຊີຕາເວັນອອກ. ພາບ: ກົງດາດ

ນັກມວຍສາກົນ ຫວຽດນາມ ຫວໍທິກິມແອງ ເອົາຊະນະ ນັກມວຍສາກົນ ຟິລິບປີນ Gretel De Paz. ພາບ: ກົງດາດ

ຈຸດເດັ່ນໃນເຫດການດັ່ງກ່າວ ແມ່ນການແຂ່ງຂັນລະຫວ່າງ ນັກມວຍສາກົນ ອັນດັບ 1 ຫວຽດນາມ ນາງ ຫງວຽນທິເຕິມ ກັບນັກມວຍສາກົນ ອົດສຕຣາລີ Jasmen Hudson. ພາບ: ກົງດາດ

ນັກມວຍສາກົນ ອັນດັບ 1 ຫວຽດນາມ ນາງ ຫງວຽນທິເຕິມ ເອົາຊະນະນັກມວຍສາກົນ ອົດສຕຣາລີ Jasmen Hudson. ພາບ: ກົງດາດ

ການແຂ່ງຂັນລະຫວ່າງນັກມວຍສາກົນ ຫວຽດນາມ ຫງວຽນວັນຫາຍ ກັບນັກມວຍສາກົນ ຟິລິບປິນ Charly Suarez. ພາບ: ກົງດາດ

ນັກມວຍສາກົນ Thomas Wu ເອົາຊະນະນັກມວຍສາກົນ ອົດສຕຣາລີ Michael Pengue. ພາບ: ກົງດາດ

ນັກມວຍສາກົນ ຫວຽດນາມ ຫງວຽນວັນເດືອງ ເອົາຊະນະນັກມວຍສາກົນ ຟິລິບປິນ JenelLausa. ພາບ: ກົງດາດ

ບັນດານັກມວຍສາກົນ ໄດ້ຮັບການດູແລ ພາຍຫຼັງການແຂ່ງຂັນໃນແຕ່ລະຍົກ. ພາບ:ກົງດາດ |
ນັກມວຍສາກົນ ຫວຽດນາມ ເຈືອງດິ່ງຮວ່າງ ແຂ່ງຂັນ ກັບນັກມວຍສາກົນ ສ ເກົາຫຼີ Gyu Hyun Lee.ສຸດທ້າຍ ນັກມວຍສາກົນ ຫວຽດນາມ ເຈືອງດິ່ງຮວ່າງ ເອົາຊະນະ ພາຍຫຼັງການແຂ່ງຂັນໃນ 10 ຍົກ. ນີ້ແມ່ນເທື່ອທຳອິດ ນັກມວຍສາກົນ ຫວຽດນາມ ຍາດໄດ້ແຊ້ມ WBA ອາຊີຕາເວັນອອກ.
Victory 8-ມະຫັດສະຈັນຂອງ ຮວ່ານກຽມ ແມ່ນເຫດການ ແຂ່ງຂັນມວຍສາກົນ ອາຊີບ, ດຶງດູດການເຂົ້າຮ່ວມແຂ່ງຂັນຂອງນັກມວຍສາກົນ ຫວຽດນາມ ແລະ ສາກົນ 24 ຄົນ, ແບ່ງເປັນ 12 ຄູ່, ລາງວັນທັງໝົດມີຄຸນຄ່າເຖິງ 100.000 ໂດລາສະຫະລັດ. ພາຍຫຼັງການແຂ່ງຂັນຢ່າງດຸເດືອດ, ຄະນະມວນສາກົນ ຫວຽດນາມ ເອົາຊະນະ 8 ນັດ. ນອກຈາກ ເຫດການນັກມວຍສາກົນ ເຈືອງດິ່ງຮວ່າງ ຍາດໄດ້ແຊ້ມWBA ອາຊີຕາເວັນອອກ, ຍັງຕ້ອງເວົ້າເຖິງການເອົາຊະນະຂອງບັນດານັກມວຍສາກົນ ຫວຽດນາມ ຄື: ຫງວຽນວັນເດືອງ, ຫງວຽນທິເຕີມ, ຫງວຽນວັນເຢີຍ, ຫງວຽນວັນຫາຍ, ເຈີ່ນວັນອານ, ຫວໍທິກິມແອງ, ຫວໍແທ່ງດາດ.
ບົດ ແລະ ພາບ: ກົງດາດ