ການເຄື່ອນໄຫວນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວພົ້ນເດັ່ນ ແລະ ໃໝ່ອ່ຽມຂອງເທດສະການອາຫານ - Food tour ດ່ານັ້ງ 2026.
(ມີຜູ້ຫາບອາຫານຂາຍກວ່າ 70 ຄົນໄດ້ເດີນຂະບວນຢູ່ເຂດຫາດຊາຍທະເລ)
ເປັນຄັ້ງທຳອິດທີ່ນະຄອນ ດ່ານັ້ງ ຈັດການເດີນຂະບວນອາຫານ “ຫາບລົດຊາດ ດ່ານັ້ງ”. ການເດີນຂະບວນໂດຍພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວນະຄອນ ດ່ານັ້ງ ຈັດຂຶ້ນໃນຕອນຄ່ຳວັນທີ 20 ພຶດສະພາ ຢູ່ຫາດຊາຍທະເລ ມີ້ເຄ ແລະ ບັນດາເສັ້ນທາງແຄມທະເລ ດ່ານັ້ງ.
ການເຄື່ອນໄຫວນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວພົ້ນເດັ່ນ ແລະ ໃໝ່ອ່ຽມຂອງເທດສະການອາຫານ - Food tour ດ່ານັ້ງ 2026. ມີຜູ້ຫາບອາຫານຂາຍກວ່າ 70 ຄົນໄດ້ເດີນຂະບວນຢູ່ເຂດຫາດຊາຍທະເລ ພ້ອມກັບສຽງເຊີນຊື້ເຄື່ອງທີ່ລື້ງເຄີຍ, ວາດພາບຄືນຮູບພາບທີ່ລຽບງ່າຍຕິດພັນກັບຄວາມຊົງຈຳຂອງປະຊາຊົນພາກກາງຫຼາຍລຸ້ນຄົນ. ທ່ານນາງ ຫງວຽນທິຮວ່າຍອານ, ຮອງຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ດ່ານັ້ງ, ໃຫ້ຮູ້ວ່າ:
“ອາຫານບໍ່ພຽງແຕ່ເພື່ອກິນເທົ່ານັ້ນ ຫາກຍັງແມ່ນອາລົມຈິດ, ແມ່ນຄວາມຊົງຈຳ, ແມ່ນພາສາເພື່ອໃຫ້ພວກເຮົາເຊື່ອມຕໍ່ກັນອີກດ້ວຍ. ຈຸດພົ້ນເດັ່ນທຳອິດໃນງານບຸນປີນີ້ແມ່ນການເຄື່ອນໄຫວເດີນຂະບວນຫາບຂາຍອາຫານລົດຊາດ ດ່ານັ້ງ. ໂດຍບໍ່ພຽງແຕ່ມີເຍື່ອງອາຫານເທົ່ານັ້ນ, ຫາກຍັງມີສຽງຈ່າວຂາຍ, ຈັງຫວະການດຳລົງຊີວິດ ແລະ ຊ່ວງເວລາສ່ວນໜຶ່ງຄາວເຍົາໄວຂອງຫຼາຍຄົນ”.
(ແຫຼ່ງຄັດຈາກ VOV)