ຂ່າວສານ

ການເດີນຂະບວນຫາບອາຫານຂາຍຢູ່ຫາດຊາຍທະເລ ດ່ານັ້ງ

ການເຄື່ອນໄຫວນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວພົ້ນເດັ່ນ ແລະ ໃໝ່ອ່ຽມຂອງເທດສະການອາຫານ - Food tour ດ່ານັ້ງ 2026.
  (ມີຜູ້ຫາບອາຫານຂາຍກວ່າ 70 ຄົນໄດ້ເດີນຂະບວນຢູ່ເຂດຫາດຊາຍທະເລ)  

ເປັນ​ຄັ້ງ​ທຳ​ອິດ​ທີ່​ນະ​ຄອນ ດ່ານັ້ງ ຈັດການ​ເດີນ​ຂະ​ບວນ​ອາ​ຫານ “​​ຫາບລົດ​ຊາດ ດ່ານັ້ງ”. ການ​ເດີນ​ຂະ​ບວນ​ໂດຍ​ພະ​ແນກວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ​ນະ​ຄອນ ດ່ານັ້ງ ຈັດ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 20 ພຶດ​ສະ​ພາ ຢູ່​ຫາດ​ຊາຍ​ທະ​ເລ ມີ້​ເຄ ແລະ ບັນ​ດາ​ເສັ້ນ​ທາງ​ແຄມ​ທະ​ເລ ດ່ານັ້ງ.

ການ​ເຄື່ອນ​ໄຫວນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ພົ້ນ​ເດັ່ນ ແລະ ໃໝ່​ອ່ຽມ​ຂອງ​​ເທດ​ສະ​ການ​ອາ​ຫານ​ - Food tour ດ່ານັ້ງ 2026. ມີ​ຜູ້​ຫາບ​ອາ​ຫານຂາຍກວ່າ 70 ຄົນ​ໄດ້​ເດີນ​ຂະ​ບວນ​ຢູ່​ເຂດ​ຫາດ​ຊາຍ​ທະ​ເລ ພ້​ອມ​ກັບ​ສຽງ​ເຊີນ​ຊື້​ເຄື່ອງ​ທີ່​ລື້ງ​ເຄີຍ, ວາດ​ພາບ​ຄືນ​ຮູບ​ພາບ​ທີ່​ລຽບ​ງ່າຍ​ຕິດ​ພັນ​ກັບ​ຄວາມ​ຊ​ົງ​ຈຳ​ຂອງ​ປະ​ຊາ​ຊົນ​ພາກ​ກາງຫຼາຍ​ລຸ້ນ​ຄົນ. ທ່ານ​ນາງ ຫງວຽນ​ທິ​ຮ​ວ່າຍ​ອານ, ຮອງ​ຫົວ​ໜ້າ​ພະ​ແນກວັດ​ທະ​ນະ​ທຳ​, ກິ​ລາ ແລະ ທ່ອງ​ທ່ຽວ ດ່ານັ້ງ, ໃຫ້​ຮູ້​ວ່າ:

“ອາ​ຫານ​ບໍ່​ພຽງ​ແຕ່​ເພື່ອ​ກິນ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ອາ​ລົມ​ຈິດ, ແມ່ນ​ຄວາມ​ຊົງ​ຈຳ, ແມ່ນ​ພາ​ສາ​ເພື່ອ​ໃຫ້​ພວກ​ເຮົາ​ເຊື່ອມ​ຕໍ່​ກັນ​ອີກ​ດ້​ວຍ. ຈຸດ​ພົ້ນ​ເດ​​ັ່ນ​ທຳ​ອິດໃນ​ງານ​ບຸນ​ປີນີ້​ແມ່ນ​ການ​ເຄື່ອນ​ໄຫວ​ເດີນ​ຂະ​ບວນ​​ຫາບ​ຂາຍອາ​ຫານລົດ​ຊາດ ດ່ານັ້ງ. ​ໂດຍບໍ່​ພຽງ​ແຕ່ມີ​ເຍື່ອງ​ອາ​ຫານ​ເທົ່າ​ນັ້ນ, ຫາກ​ຍັງ​ມີ​ສຽງ​ຈ່າ​ວ​ຂາຍ, ຈັງ​ຫວະ​ການ​ດຳ​ລົງ​ຊີ​ວິດ ແລະ ຊ່ວງ​ເວ​ລາສ່ວນ​ໜຶ່ງ​ຄາວ​ເຍົາ​ໄວ​ຂອງ​ຫຼາຍ​ຄົນ”.


top