• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

ການພົວພັນ ຫວຽດນາມ-ລາວ ປະກອບສ່ວນສຳຄັນເຂົ້າໃນຜົນງານຂອງລາວ ໃນ 5 ປີ ຜ່ານມາ

ທ່ານ ບໍ່ວຽງຄຳ ວົງດາລາ, ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ໄດ້ຕີລາຄາສູງ ແລະຢັ້ງຢືນການຊ່ວຍເຫຼືອອັນລ້ຳຄ່າ, ທັນການຂອງຫວຽດນາມ ທີ່ໄດ້ປະກອບສ່ວນສໍາຄັນເຂົ້າໃນຜົນງານ ເຊິ່ງ ພັກປະຊາຊົນປະຕິວັດລາວ ບັນລຸໄດ້ໃນໄລຍະຜ່ານມາ, ເປັນຕົ້ນແມ່ນໃນການພັດທະນາເສດຖະກິດ-ສັງຄົມ.

ທ່ານ ບໍ່ວຽງຄຳ ວົງດາລາ ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ. ພາບ: nhandan.vn

ເນື່ອງໃນໂອກາດດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ (ໃນລະຫວ່າງວັນທີ 6-8 ມັງກອນ 2026), ທ່ານ ບໍ່ວຽງຄຳ ວົງດາລາ, ອະດີດລັດຖະມົນຕີກະຊວງເຕັກໂນໂລຢີ ແລະການສື່ສານລາວ, ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ໄດ້ແບ່ງປັນກັບສື່ມວນຊົນຫວຽດນາມ ຢູ່ລາວ ກ່ຽວກັບການປະກອບສ່ວນສຳຄັນຂອງສາຍພົວພັນແບບພິເສດ ຫວຽດນາມ-ລາວ ເຂົ້າໃນຜົນງານ ເຊິ່ງ ພັກປະຊາຊົນປະຕິວັດລາວ ບັນລຸໄດ້ໃນອາຍຸການຜ່ານມາ (ອາຍຸການ XI, 2021-2026), ເປັນຕົ້ນແມ່ນໃນການພັດທະນາເສດຖະກິດ-ສັງຄົມ.

ທ່ານ ບໍ່ວຽງຄຳ ວົງດາລາ ໃຫ້ຮູ້ວ່າ ໃນອາຍຸການຜ່ານມາ, ກິດຈະການພັດທະນາເສດຖະກິດ-ສັງຄົມຂອງລາວ ປະສົບກັບຄວາມຫຍຸ້ງຍາກຫຼາຍດ້ານຕໍ່ໜ້າການຜັນແປດ້ານເສດຖະກິດ-ການເງິນໂລກ, ລາຄານໍ້າມັນຂຶ້ນສູງ, ຜົນສະທ້ອນຈາກພະຍາດໂຄວິດ-19, ໄພທໍາມະຊາດ,  ໄພນໍ້າຖ້ວມເກີດຂຶ້ນ ໄດ້ເຮັດໃຫ້ພື້ນຖານເສດຖະກິດຂອງລາວ ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ແຕ່ດ້ວຍການຊ່ວຍເຫຼືອອັນລໍ້າຄ່າ ແລະທັນການຂອງພັກ, ລັດຖະບານ ແລະປະຊາຊົນຫວຽດນາມ ໄດ້ຊ່ວຍໃຫ້ລາວ ຜ່ານຜ່າຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ.

ລາວ ໄດ້ປະຕິບັດສອງວາລະແຫ່ງຊາດເພື່ອແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ແກ້ໄຂບັນຫາຢາເສບຕິດ, ໃນນັ້ນ, ຫວຽດນາມ ໄດ້ໃຫ້ການໜູນຊ່ວຍ, ຊ່ວຍເຫຼືອລາວ ຢ່າງຕັ້ງໜ້າ, ພົ້ນເດັ່ນແມ່ນ ຫວຽດນາມ ໄດ້ສ້າງເງື່ອນໄຂໃຫ້ລາວ ນຳໃຊ້ທ່າກໍາເຮືອເລກ 3 ຂອງທ່າເຮືອຫວຸງອ໋າງ, ຊ່ວຍລາວ ມີເສັ້ນທາງອອກສູ່ທະເລ, ກາຍເປັນປະເທດເຊື່ອມຕໍ່ກັບພາກພື້ນ, ສາກົນ. ຄຽງຂ້າງນັ້ນ, ເລື່ອງກະຊວງຕຳຫຼວດຫວຽດນາມ ໜູນຊ່ວຍກະຊວງປ້ອງກັນຄວາມສະຫງົບລາວ ກໍ່ສ້າງສູນຂໍ້ມູນປະຊາກອນ, ແມ່ນພື້ນຖານໃນການຫັນເປັນດີຈີຕອນ, ແມ່ນບາດກ້າວເດີນທີ່ສໍາຄັນ ສໍາລັບລາວ.

ທ່ານ ບໍ່ວຽງຄຳ ວົງດາລາ ໃຫ້ຮູ້ວ່າ ຫວຽດນາມ ແມ່ນໜຶ່ງໃນບັນດານັກລົງທຶນແຖວໜ້າຢູ່ລາວ ດ້ວຍ 260 ກວ່າໂຄງການ, ມີຍອດເງິນລົງທຶນກວ່າ 6 ຕື້ໂດລາສະຫະລັດ. ການຄ້າລະຫວ່າງສອງປະເທດນັບມື້ນັບໄດ້ຮັບການພັດທະນາ, ວົງເງິນການຄ້າສອງສົ້ນບັນລຸປະມານ 3 ຕື້ໂດລາສະຫະລັດ/ປີ ໃນປີ 2025, ປະຈຸບັນສອງປະເທດພວມມານະພະຍາຍາມໃຫ້ບັນລຸ 5 ຕື້ໂດລາສະຫະລັດ/ປີ ໃນໄລຍະຈະມາເຖິງ.

ນອກຈາກນັ້ນ, ວຽກງານການທູດປະຊາຊົນ ກໍ່ໄດ້ຮັບການຮັກສາເປັນປະຈຳ, ບັນດາແຂວງແຮກສ່ຽວລະຫວ່າງສອງປະເທດກໍ່ໃຫ້ການໜູນຊ່ວຍ, ຊ່ວຍເຫຼືອອັນໃຫຍ່ຫຼວງ ແລະທັນການ. ພິເສດ, ຫວຽດນາມ ໄດ້ໜູນຊ່ວຍລາວ ອັນໃຫຍ່ຫຼວງໃນການພັດທະນາຊັບພະຍາກອນມະນຸດ. ໃນປີ 2025, ຫວຽດນາມ ສະຫງວນທຶນການສຶກສາໃຫ້ນັກສຶກສາລາວ ໄປຮຽນຢູ່ຫວຽດນາມ 1.600 ທຶນ, ນີ້ແມ່ນການໜູນຊ່ວຍອັນລໍ້າຄ່າແທ້ໆ.

ໃນການພົວພັນຕ່າງປະເທດ, ສອງປະເທດໄດ້ຮັກສາສາຍພົວພັນສະໜິດຕິດພັນຢ່າງແໜ້ນແຟ້ນ, ຫວຽດນາມ ໄດ້ໜູນຊ່ວຍ, ຊ່ວຍເຫຼືອລາວ ດຳລົງຕຳແໜ່ງປະທານອາຊຽນ ໃນປີ 2024 ແລະຈັດຕັ້ງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ສໍາເລັດຢ່າງຈົບງາມ. ຢູ່ເວທີປາໄສພາກພື້ນ, ສາກົນ, ສອງປະເທດ ໄດ້ຮ່ວມມື ແລະສະໜັບສະໜູນເຊິ່ງກັນ ແລະກັນເປັນປະຈຳ, ປະກອບສ່ວນເຮັດໃຫ້ທີ່ຕັ້ງຂອງສອງປະເທດ ນັບມື້ນັບໄດ້ຮັບການຍົກສູງຂຶ້ນ.

ຕີລາຄາສູງຕໍ່ເລື່ອງສອງປະເທດ ໄດ້ເຫັນດີເປັນເອກະພາບເພີ່ມເຕີມເນື້ອໃນການພົວພັນສອງປະເທດຈາກ “ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ” ກາຍເປັນ “ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ, ຫຸ້ນສ່ວນຍຸດທະສາດ”, ທ່ານ ບໍ່ວຽງຄຳ ວົງດາລາ ໃຫ້ຮູ້ວ່າ, ປະຈຸບັນສະພາບການສາກົນ, ພາກພື້ນພວມມີການຜັນແປຢ່າງວ່ອງໄວ, ສັບສົນ, ຍາກທີ່ຈະຄາດຄະເນໄດ້. ສະນັ້ນ, ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ, ຫຸ້ນສ່ວນຍຸດທະສາດລະຫວ່າງສອງປະເທດ ຫວຽດນາມ-ລາວ ເປັນຊັບສົມບັດອັນລ້ຳຄ່າຂອງສອງຊາດ.

(ແຫຼ່ງຄັດຈາກກອງທັບປະຊາຊົນ)

ວິສາຫະກິດຫວຽດນາມ ຢູ່ລາວ ເບິ່ງແຍງດູແລໃຫ້ແກ່ກຳມະກອນ

ວິສາຫະກິດຫວຽດນາມ ຢູ່ລາວ ເບິ່ງແຍງດູແລໃຫ້ແກ່ກຳມະກອນ

ໃນຊຸມວັນສຸດທ້າຍຂອງປີ 2025, ຢູ່ເມືອງສັງທອງ, ນະຄອນຫຼວງວຽງຈັນ, ກຳມະກອນໄດ້ມາເຕົ້າໂຮມກັນຢູ່ຫ້ອງການຂອງບໍລິສັດ ເພື່ອກວດສຸຂະພາບປະຈໍາໄລຍະພາຍຫຼັງອອກແຮງງານລຳບາກມາຫຼາຍເດືອນ.

Top