ທ່ານນາງ ປະທານ ຄະນະກຳມະການເອີລົບ (EC) Ursula von der Leyen ໃຫ້ຮູ້ວ່າ: ນີ້ແມ່ນ ມື້ສຳຄັນ ຍ້ອນສອງຝ່າຍພວມສ້າງຫນ້າປະຫວັດສາດໃຫມ່ ແລະ ເປີດອະນາຄົດໃຫມ່.
ທ່ານນາຍົກລັດຖະມົນຕີ ອັງກິດ Keir Starmer ແລະ ທ່ານນາງ ປະທານ ຄະນະກຳມະການເອີລົບ (EC) Ursula von der Leyen (ພາບ: TTXVN)
ວັນທີ 19 ພຶດສະພາ, ທ່ານນາຍົກລັດຖະມົນຕີ ອັງກິດ Keir Starmer ໄດ້ສະແດງຄວາມເຊື່ອໝັ້ນວ່າ ການພົວພັນຄູ່ຮ່ວມມືໃຫມ່ກັບ ສະຫະພາບເອີລົບ (EU) ຈະເປີດຫນ້າປະຫວັດສາດໃຫມ່ໃນການພົວພັນລະຫວ່າງສອງຝ່າຍ ພາຍຫລັງ ອັງກິດຖອນຕົວອອກຈາກ ອີຢູ ກ່ອນນີ້ 5 ປີ. ແລະ ຕາມທ່ານ ການນຳອັງກິດແລ້ວ, “ບັນດາຜົນປະໂຫຍດແທ້ຈິງ ແລະບໍ່ເປັນຮູບຮ່າງສຳລັບ ອັງກິດ ຈະໄດ້ສະແດງໃຫ້ເຫັນໃນບັນດາຂົງເຂດຄວາມໝັ້ນຄົງ, ການອົບພະຍົບຜິດກົດໝາຍ, ລາຄາພະລັງງານ, ຜະລິດຕະພັນກະເສດ, ການຄ້າ ກໍ່ຄືວຽກເຮັດງານທຳ, ໄພເງິນເຟີ້ ແລະ ຄວາມໝັ້ນຄົງເຂດຊາຍແດນ.
ສ່ວນທ່ານນາງ ປະທານ ຄະນະກຳມະການເອີລົບ (EC) Ursula von der Leyen ໃຫ້ຮູ້ວ່າ: ນີ້ແມ່ນ ມື້ສຳຄັນ ຍ້ອນສອງຝ່າຍພວມສ້າງຫນ້າປະຫວັດສາດໃຫມ່ ແລະ ເປີດອະນາຄົດໃຫມ່. ກ່ອນຫນ້ານັ້ນ ໃນວັນດຽວກັນ, ວົງການເຈົ້າຫນ້າທີ່ ອີຢູ ໃຫ້ຮູ້ວ່າ: ສາມາດບັນລຸໄດ້ຂໍ້ຕົກລົງຊົ່ວຄາວກັບ ອັງກິດ ກ່ຽວກັບການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ການປະມົງ ແລະ ບັນຫາຍົກຍ້າຍຂອງຊາວຫນຸ່ມ ກ່ອນທ່ີດຳເນີນກອງປະຊຸມສຸດຍອດ ອີຢູ - ອັງກິດ ຊື່ງດຳເນີນຢູ່ ລອນດອນ ໃນວັນມີ 19 ພຶດສະພາ. ຂໍ້ຕົກລົງຊ່ົວຄາວນີ້ ຈະເປີດຊ່ອງທາງໃຫ້ແກ່ບັນດາວິສາຫະກິດ ອັງກິດ ທີ່ເຂົ້າຮ່ວມບັນດາສັນຍາປ້ອງກັນຊາດໃຫຍ່ຂອງ ອີຢູ ກໍ່ຄື ແກ້ໄຂບັນດາບັນຫາສັບສົນກ່ຽວກັບສິດທິການຫາປາ.
(ແຫຼ່ງຄັດຈາກ VOV)