• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກະ​ຊວງ​ກໍ່​ສ້າງ: ເລືອກ​ບໍ​ລິ​ສັດ​ທີ່​ປຶກ​ສາ ເອີ​ລົບ​ໃຫ້​ແກ່​ໂຄງ​ການກໍ່​ສ້າງ​ເສັ້ນ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ ເໜືອ - ໃຕ້

ຫົວໜ່ວຍພວມຮີບດ່ວນປະຕິບັດສຳເລັດບົດລາຍງານ ກ່ຽວກັບກົນໄກພິເສດ,ວິທີການລົງທຶນ ແລະ ເງື່ອນໄຂເລືອກເອົານັກລົງທຶນ ໃຫ້ແກ່ໂຄງການກໍ່ສ້າງເສັ້ນທາງລົດໄຟຄວາມໄວສູງ ເໜືອ - ໃຕ້
ທ່ານ ຫງວຽນແຢງຮຸຍ ຮອງລັດຖະມົນຕີກະຊວງກໍ່ສ້າງ ຫວຽດນາມ ກ່າວຄຳເຫັນທີ່ການຖະແຫຼງຂ່າວ (ພາບ: VOV1)

ທີ່ການຖະແຫຼງຂ່າວປະຈຳໄຕມາດທີ I ປີ 2026 ຂອງກະຊວງກໍ່ສ້າງ ຫວຽດນາມ ທີ່ໄດ້ດຳເນີນໃນຕອນບ່າຍວັນທີ 30 ມັງກອນ, ຢູ່ຮ່າໂນ້ຍ, ທ່ານ ຫງວຽນແຢງຮຸຍ ຮອງລັດຖະມົນຕີກະຊວງກໍ່ສ້າງ ຫວຽດນາມ ໃຫ້ຮູ້ວ່າ ຫົວໜ່ວຍພວມຮີບດ່ວນປະຕິບັດສຳເລັດບົດລາຍງານ ກ່ຽວກັບກົນໄກພິເສດ,ວິທີການລົງທຶນ ແລະ ເງື່ອນໄຂເລືອກເອົານັກລົງທຶນ ໃຫ້ແກ່ໂຄງການກໍ່ສ້າງເສັ້ນທາງລົດໄຟຄວາມໄວສູງ ເໜືອ - ໃຕ້, ສ້າງຄວາມຄືບໜ້າຂອງວຽກງານຢ່າງລະອຽດເພື່ອຮັບປະກັນການເລີ່ມລົງມືກໍ່ສ້າງໂຄງການໃນທ້າຍປີ 2026. ທ່ານໃຫ້ຮູ້ວ່າ:

ມາຮອດປັດຈຸບັນ ພວກຂ້າພະເຈົ້າໄດ້ເລືອກເອົາ ບໍລິສັດທີ່ປຶກສາ ເອີລົບໃຫ້ແກ່ ບໍລໂຄງການກໍສ້າງເສັ້ນ ທາງລົດໄຟຄວາມໄວສູງ ເໜືອ - ໃຕ້. ບໍລິສັດທີ່ປຶກສາດ້ານເຕັກນິກ Ineco ແມ່ນບໍລິສັດໃຫຍ່ຂອງ ແອັດສະປາຍ ເຊິ່ງແມ່ນວິສາຫະກິດ ໜູນຊ່ວຍພວກຂ້າພະເຈົ້າໃນການຄຸ້ມຄອງໂຄງການ. ເພື່ອຕີລາຄາປະສິດທິຜົນຂອງໂຄງການຄືແນວໃດ? ບັນຫາດ້ານເຕັກນິກຄືແນວໃດ? ບັນຫາເຕັກໂນໂລຢີຄືແນວໃດ?. ຕາມຂໍ້ກຳນົດຂອງກົດໝາຍ ແລະ ພຶດຕິກຳຕົວຈິງ, ຕ້ອງມີບົດລາຍງານຄົ້ນຄ້ວາຄວາມເປັນໄປໄດ້ຂອງໂຄງການ ພວກຂ້າພະເຈົ້າຈຶ່ງມີຂໍ້ມູນຢ່າງຄົບຖ້ວນເພື່ອຕອບຄຳຖາມກ່ຽວກັບຍອດເງິນລົງທຶນ, ປະສິດທິຜົນ ແລະ ຮູບແບບການລົງທຶນ.

(ແຫຼ່ງຄັດຈາກ VOV)

ຕວກ​ກີ ພ້ອມ​ແລ້ວ​ທີ່​ຈະ​ເປັນ​ກາງ​ໄກ່​ເກ່ຍ​ໃຫ້​ແກ່​ບັນ​ດາ​ການ​ເຈ​ລະ​ຈາ ອາ​ເມ​ລິ​ກາ-ອີ​ຣານ

ຕວກ​ກີ ພ້ອມ​ແລ້ວ​ທີ່​ຈະ​ເປັນ​ກາງ​ໄກ່​ເກ່ຍ​ໃຫ້​ແກ່​ບັນ​ດາ​ການ​ເຈ​ລະ​ຈາ ອາ​ເມ​ລິ​ກາ-ອີ​ຣານ

ເຖິງວ່າ ອີຢູ ຖືກຳລັງພິທັກປະຕິວັດອິດສະລາມ ອີຣານ (IRGC) ແມ່ນ “ອົງການກໍ່ການຮ້າຍ” ກໍ່ຕາມ ແຕ່ສິ່ງດັ່ງກ່າວກໍ່ບໍ່ໝາກຄວາມວ່າ ແມ່ນການຍຸບເລິກການເຈລະຈາກັບ ເຕເຮຣານ.

Top