ບັນດາຫົວໜ່ວຍຕ້ອງຮີບເຮັ່ງສ້າງແຜນການຈັດສູນສື່ມວນຊົນ, ເຂດພັກອາໄສ, ພາຫະນະໄປມາໃຫ້ແກ່ນັກຂ່າວ ແລະ ບັນດາເງື່ອນໄຂຮັບໃຊ້ນັກຂ່າວໃຫ້ສຳເລັດໂດຍໄວ
ທ່ານນາງ ເລທິທູຮັ່ງ, ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ, ກ່າວຄຳເຫັນທີ່ການເຮັດວຽກ (ພາບ: VNA)
ຕອນເຊົ້າວັນທີ 04 ກໍລະກົດ, ຢູ່ເຂດພິເສດ ຝູກວັກ, ຄະນະປະຕິບັດງານອະນຸກຳມະການໂຄສະນາ ແລະ ວັດທະນະທຳ APEC 2027, ໂດຍທ່ານນາງ ເລທິທູຮັ່ງ, ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ, ຫົວໜ້າອະນຸກຳມະການໂຄສະນາວັດທະນະທຳ APEC 2027 ເປັນຫົວໜ້າຄະນະ ໄດ້ເຮັດວຽກກັບຄະນະກຳມະການປະຊາຊົນແຂວງ ອານຢາງ ຕີລາຄາວຽກງານກະກຽມໃຫ້ປີ APEC 2027.
ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາງ ເລທິທູຮັ່ງ, ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ, ເນັ້ນໜັກວ່າ ບັນດາຫົວໜ່ວຍຕ້ອງຮີບເຮັ່ງສ້າງແຜນການຈັດສູນສື່ມວນຊົນ, ເຂດພັກອາໄສ, ພາຫະນະໄປມາໃຫ້ແກ່ນັກຂ່າວ ແລະ ບັນດາເງື່ອນໄຂຮັບໃຊ້ນັກຂ່າວໃຫ້ສຳເລັດໂດຍໄວ, ພ້ອມກັນນັ້ນ ກໍ່ສັງລວມບັນດາຂໍ້ສະເໜີແນະທີ່ເກີນສິດອຳນາດເພື່ອລາຍງານຕໍ່ຄະນະກຳມະການແຫ່ງຊາດ APEC 2027 ພິຈາລະນາ, ຊີ້ນຳແກ້ໄຂຢ່າງທັນການ. ຜ່ານນັ້ນ, ບໍ່ພຽງແຕ່ຕອບສະໜອງຄວາມຮຽກຮ້ອງຈັດບັນດາການເຄື່ອນໄຫວໃນປີ APEC 2027 ເທົ່ານັ້ນ, ຫາກຍັງແຜ່ກະຈາຍພາບພົດ ຫວຽດນາມ ເປັນມິດສະໜິດສະໜົມ, ສັນຕິພາບ, ສະຖຽນລະພາບ.
ກ່າວຄຳເຫັນສະຫຼຸບການເຮັດວຽກ, ທ່ານ ຟານຊວັນຖຸຍ, ຮອງຫົວໜ້າຄະນະໂຄສະນາ ແລະ ຂົນຂວາຍປະຊາຊົນສູນກາງ, ຮອງຫົວໜ້າອະນຸກຳມະການໂຄສະນາ - ວັດທະນະທຳ APEC 2027 ສະເໜີໃຫ້ແຂວງ ອານຢາງ ສືບຕໍ່ເປັນເຈົ້າການແກ້ໄຂຄວາມຫຍຸ້ງຍາກ, ລາຍງານຕໍ່ລັດຖະບານ ແລະ ບັນດາກະຊວງ, ຂະແໜງການສູນກາງຢ່າງທັນການ.
(ແຫຼ່ງຄັດຈາກ VOV)