ທ່ານເລຂາທິການໃຫຍ່ ປະທານປະເທດລາວ ທອງລຸນ ສີສຸລິດ ໃຫ້ຮູ້ວ່າກອງປະຊຸມໃຫຍ່ໄດ້ຮັບຮອງເອົາຫຼາຍເອກະສາຍຍຸດທະສາດສຳຄັນ, ພົ້ນເດັ່ນແມ່ນໂຄງການການເມືອງ ຄັ້ງທີ 3 - ເຊິ່ງແມ່ນເອກະສານມີຄວາມໝາຍກຳນົດທິດຍາວນານ, ຢັ້ງຢືນການຢຶດໝັ້ນກັບເສັ້ນທາງສັງຄົມນິຍົມ, ສືມທອດແນວຄິດໄກສອນ ພົມວິຫານ.
ທ່ານເລຂາທິການໃຫຍ່ ປະທານປະເທດລາວ ທອງລຸນ ສີສຸລິດ (ພາບ:TTXVN)
ໃນວັນທີ 26 ມັງກອນຢູ່ນະຄອນຫຼວງຮ່າໂນ້ຍ, ໃນຂອບເຂດການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ຂອງທ່ານເລຂາທິການໃຫຍ່ ປະທານປະເທດລາວ ທອງລຸນ ສີສຸລິດ ແລະ ພັນລະຍາ; ທ່ານເລຂາທິການໃຫຍ່ໂຕເລິມ ພ້ອມກັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ເປັນປະທານຮ່ວມກອງປະຊຸມແຈ້ງຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກພັກປະຊາຊົນປະຕິວັດລາວ.
ທ່ານເລຂາທິການໃຫຍ່ ປະທານປະເທດລາວ ທອງລຸນ ສີສຸລິດ ໃຫ້ຮູ້ວ່າກອງປະຊຸມໃຫຍ່ໄດ້ຮັບຮອງເອົາຫຼາຍເອກະສາຍຍຸດທະສາດສຳຄັນ, ພົ້ນເດັ່ນແມ່ນໂຄງການການເມືອງ ຄັ້ງທີ 3 - ເຊິ່ງແມ່ນເອກະສານມີຄວາມໝາຍກຳນົດທິດຍາວນານ, ຢັ້ງຢືນການຢຶດໝັ້ນກັບເສັ້ນທາງສັງຄົມນິຍົມ, ສືມທອດແນວຄິດໄກສອນ ພົມວິຫານ.
ໂດຍຕາງໜ້າຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽ,ນາມ, ທ່ານເລຂາທິການໃຫຍ່ ໂຕເລິມເນັ້ນໜັກວ່າຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໄດ້ຢັ້ງຢືນບົດບາດນຳພາຢ່າງຮອບດ້ານ ຂອງພັກປະຊາຊົນປະຕິວັດ ລາວ ຕໍ່ພາລະກິດແຫ່ງການປະຕິວັດ, ປັບປຸງຄວາມເຊື່ອໝັ້ນຂອງພະນັກງານ, ສະມາຊິກພັກ ແລະ ປະຊາຊົນລາວທຸກຊັ້ນຄົນ ຕໍ່ເສັ້ນທາງພັດທະນາສັງຄົມນິຍົມເຊິ່ງພັກ ແລະ ປະທານ ໄກສອນພົມວິຫານ ແລະ ການນຳລຸ້ນກ່ອນເລືອກເຟັ້ນ.
(ແຫຼ່ງຄັດຈາກ VOV)