• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ລັ​ດ​ເຊຍ ປີ 2026 ສ້າງ​ແງ່​ຫວັງ​ການ​ພົວ​ພັນ​ຮ່ວມ​ມື ອາ​ຊຽນ - ລັດ​ເຊຍ

ກອງ​ປະ​ຊຸມ​ສຸດຍອດ ອ​າ​ຊຽນ - ລັດ​ເຊຍ ປີ​ 2026 ຖືກ​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ໃນ​ຕອນ​ເຊົ້າ​ວັນ​ທີ 17 ມິ​ຖຸ​ນາ ຢູ່​ນະ​ຄອນ Kazan, ສະ​ຫະ​ພັນ ລັດ​ເຊຍ, ສ້າງ​ຂີດ​ໝາຍການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ ອາ​ຊຽນ ແລະ ສະ​ຫະ​ພັນ ລັດ​ເຊຍ ຄົບ​ຮອບ 35 ປີ (1991 – 2026).
ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ລັດ​ເຊຍ ປີ 2026 ສ້າງ​ບັນ​ດາ​ແງ່​ຫວັງ​ການ​ພົວ​ພັນ​ຮ່ວມ​ມື​ໃໝ່ ອາ​ຊຽນ - ລັດ​ເຊຍ (ພາບ: VOV)

ກອງ​ປະ​ຊຸມ​ໄດ້​ສຸມ​ໃສ່ການ​ກວດຄືນການ​ພົວ​​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ອາ​ຊຽນ - ລັດ​ເຊຍ ​ຮອບ​ດ້ານ, ຕີ​ລາ​ຄາ​ໝາກ​ຜົນ​ທີ່​ບັນ​ລຸ​ໄດ້, ຮັບ​ຮູ້​ສິ່ງ​ທ້າ​ທາຍ ແລະ ສະ​ເໜີ​ບັນ​ດາການ​ກຳ​ນົດ​ທິດ​ທາງ​ການ​ຮ່ວມ​ມື​ໃໝ່, ບຸກ​ທະ​ລຸ, ໂດຍ​ສະ​ເພາະ​ແມ່ນ​ໃນ​ຂ​ົງ​ເຂດ​ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ ແລະ ການ​ຮ່ວມ​ສຳ​ພັນ​ເສດ​ຖະ​ກິດ ອາ​ຊີ - ເອີ​ຣົບ. ບັນ​ດາ​ການ​ນຳ​ກໍ​ໄດ້​ແລກ​ປ່ຽນ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ພາກ​ພື້ນ ແລະ ສາ​ກົນ ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ພ້ອມ​ດຽວ​ກັນ​ນັ້ນ, ກໍຄາດ​ວ່າ ກອງ​ປະ​ຊຸມ​ຈະ​ຮັບ​ຮອງ​ເອົາ​ບັນ​ດາ​ເອ​ກະ​ສານ​ສຳ​ຄັນ, ສ້າງ​ຂອບ​ເຂດ​ການ​ຮ່ວມ​ມື​ໃໝ່​ທີ່​ແທດ​ເໝາະ​ກັບ​ຄວາມ​ຕ້ອງ​ການ​ພັດ​ທະ​ນາ​ຂອງ​ສອງ​ຝ່າຍ ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ໄດ້​ນຳ​ໜ້າ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ ແລະ ດຳ​ເນີນຫຼາຍ​ການ​ເຄື່ອນ​ໄຫວ​ສອງ​ຝ່າຍ​ຢູ່ນອກກອງ​ປ​ະ​ຊຸມ.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ເລມິນຮຶງ ແບ່ງປັນການກຳນົດທິດການຮ່ວມມືຈຸດສຸມລະຫວ່າງ ອາຊຽນ ແລະ ລັດເຊຍ

ທ່ານນາຍົກລັດຖະມົນຕີ ເລມິນຮຶງ ແບ່ງປັນການກຳນົດທິດການຮ່ວມມືຈຸດສຸມລະຫວ່າງ ອາຊຽນ ແລະ ລັດເຊຍ

ຕາມທ່ານແລ້ວ, 2 ຝ່າຍຕ້ອງຮ່ວມມືກັນສ້າງບັນດາລະບົບສະໜອງທີ່ມີສະຖຽນລະພາບ, ມີໄຫວພິບ ແລະ ມີຄວາມສາມາດຕ້ານທານສູງຕໍ່ບັນດາການຜັນແປຢູ່ພາຍນອກ

Top