ກອງປະຊຸມສຸດຍອດ ອາຊຽນ - ລັດເຊຍ ປີ 2026 ຖືກໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 17 ມິຖຸນາ ຢູ່ນະຄອນ Kazan, ສະຫະພັນ ລັດເຊຍ, ສ້າງຂີດໝາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ອາຊຽນ ແລະ ສະຫະພັນ ລັດເຊຍ ຄົບຮອບ 35 ປີ (1991 – 2026).
ກອງປະຊຸມສຸດຍອດ ອາຊຽນ - ລັດເຊຍ ປີ 2026 ສ້າງບັນດາແງ່ຫວັງການພົວພັນຮ່ວມມືໃໝ່ ອາຊຽນ - ລັດເຊຍ (ພາບ: VOV)
ກອງປະຊຸມໄດ້ສຸມໃສ່ການກວດຄືນການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ລັດເຊຍ ຮອບດ້ານ, ຕີລາຄາໝາກຜົນທີ່ບັນລຸໄດ້, ຮັບຮູ້ສິ່ງທ້າທາຍ ແລະ ສະເໜີບັນດາການກຳນົດທິດທາງການຮ່ວມມືໃໝ່, ບຸກທະລຸ, ໂດຍສະເພາະແມ່ນໃນຂົງເຂດຄວາມໝັ້ນຄົງດ້ານພະລັງງານ ແລະ ການຮ່ວມສຳພັນເສດຖະກິດ ອາຊີ - ເອີຣົບ. ບັນດາການນຳກໍໄດ້ແລກປ່ຽນຢ່າງເລິກເຊິ່ງກວ້າງຂວາງກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ພ້ອມດຽວກັນນັ້ນ, ກໍຄາດວ່າ ກອງປະຊຸມຈະຮັບຮອງເອົາບັນດາເອກະສານສຳຄັນ, ສ້າງຂອບເຂດການຮ່ວມມືໃໝ່ທີ່ແທດເໝາະກັບຄວາມຕ້ອງການພັດທະນາຂອງສອງຝ່າຍ ໃນໄລຍະຈະມາເຖິງ.
ທ່ານນາຍົກລັດຖະມົນຕີ ເລມິງຮຶງ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຂົ້າຮ່ວມກອງປະຊຸມ ແລະ ດຳເນີນຫຼາຍການເຄື່ອນໄຫວສອງຝ່າຍຢູ່ນອກກອງປະຊຸມ.