• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ລຶກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI ຈະ​ມີຫຼາຍ​ເນື້ອ​ໃນ​ວຽກ​ງານ​ທີ່​ສຳ​ຄັນ

ກອງ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ລຶກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI ຈະ​ມີຫຼາຍ​ເນື້ອ​ໃນ​ວຽກ​ງານ​ທີ່​ສຳ​ຄັນ
  ບັນ​ຍາ​ກາດ​ການ​ຖະ​ແຫຼງ​ຂ່າວ (ພາບ: VOV)  

ຕາມ​ລາຍ​ການ​ແລ້ວ, ສະ​ພາ​ແຫ່ງ​ຊາດ​ຈະ​ພິ​ຈາ​ລະ​ນາ, ຕັດ​ສິນ​ວຽກ​ງານ​ກົງ​ຈັກ​ການ​ຈັດ​ຕັ້ງ, ບຸກ​ຄະ​ລາ​ກອນ; ຮັບ​ຮອງ​ເອົາຮ່າງ​ກົດ​ໝາຍ 8 ສະ​ບັບ, ມະ​ຕິ​ກ່ຽວ​ກັບການ​ກຳ​ນົດ​ກົດ​ໝາຍ 1 ສະ​ບັບ; ພ້ອມ​ທັງ​ພິ​ຈາ​ລະ​ນາ​ບັນ​ດາ​ບັນ​ຫາ​ທາງ​ດ້ານ​ເສດ​ຖະ​ກິດ - ສັງ​ຄົມ, ການ​ເງິນ, ງົບ​ປະ​ມານ, ການ​ຕ​ິດ​ຕາມກວດ​ກາ ແລະ ຫຼາຍ​ເນື້ອ​ໃນ​ສຳ​ຄັນ​ອື່ນ. ເມື່ອ​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ຈຸດ​ໃໝ່​ຂອງກອງ​ປະ​ຊຸມ, ທ່ານ ຫງວຽນ​ວັນ​ຫຽນ​, ຮອງ​ຫົວ​ໜ້າ​ຫ້ອງວ່າ​ການ​ສະ​ພາ​ແຫ່ງ​ຊາດ ໃຫ້​ຮູ້​ວ່າ:

​“ໄປ​ຄຽງ​ຄູ່​ກັບ​ການ​ສ້າງ​ກົງ​ຈັກ​ການ​ຈັດ​ຕັ້ງ​ບຸກ​ຄະ​ລາ​ກອນ​ໃຫ້້​ສົມ​ບູນ​ແບບ, ສະ​ພາ​ແຫ່ງ​ຊ​າດ​ຊຸດ​ທີ XVI ຈະ​ເຄື່ອນ​ໄຫວ​ຢ່າງ​ຮອບ​ດ້ານ, ຄົບ​ຖ້ວນ, ໃນ​ບັນ​ດາ​ພັນ​ທະ​ໜ້າ​ທີ່​ຂອງ​ຕົນ, ລວມ​ທັງ​ການ​ສ້າງ​ກົດ​ໝາຍ​ຕິດ​ຕາມກວດ​ກາ​ສູງ​ສຸດ ແລະ ຕັດ​ສິນ​ບັນ​ດາ​ບັນ​ຫາ​ສຳ​ຄັນ. ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຕິດ​ຕາມກວດ​ກາ, ສະ​ພາ​ແຫ່ງ​ຊາດ​ກໍ​ຕັດ​ສິນ​ບັນ​ດາ​ໄລ​ຍະ​ກວດ​ກາ​ຂອງ​ປີ. ກ່ຽວ​ກັບ​ແບບ​ວິ​ທີ​ການ​ຈັດ​ຕັ້ງ​ກໍ​ຈະ​ມີ​ການ​ປ່ຽນ​ແປງ​ຕາມ​ທິດ​ນັບ​ມື້​ນັບ​ທັນ​ສະ​ໄໝ ແລະ ເປັນ​ມື​ອາ​ຊີບກວ່າ, ໝູນ​ໃຊ້​ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ​ຢ່າງ​ແຮງ”.

ກອງ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ລຶກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI ກໍ​ສຸມ​ໃສ່​ການ​ປຶກ​ສາ​ຫາ​ລື​ບັນ​ດາ​ນະ​ໂຍ​ບາຍ​ສົກ​ປີ​ການ​ເງິນ, ເງິນ​ຕາ ແລະ ບັນ​ດາ​ມາດ​ຕະ​ການ​ຊຸກ​ຍູ້​ການ​ເຕີບ​ໂຕ, ລະ​ອຽດ​ແມ່ນ​ຫັນ​ບັນ​ດາ​ເປົ້າ​ໝາຍ, ມາດ​ຕະ​ການ​ແກ້​ໄຂ​ເປັນ​ລະ​ອຽດ ເພື່​ອ​ແນ​ໃສ່​ຮັບ​ປະ​ກັນ​ໃຫ້​ປະ​ເທດ​ພັດ​ທະ​ນາ​ຢ່າງວ່ອງ​ໄວ, ຍືນ​ຍົງ, ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ເຕີບ​ໂຕ 2 ຕົວ​ເລກ.

(ແຫຼ່ງຄັດຈາກ VOV)

ກອງ​ປະ​ຊຸມ​ສົນ​ທະ​ນາ​ນະ​ໂຍ​ບາຍ​ປ້ອງ​ກັນ​ຊາດ ຫວຽດ​ນາມ - ລາວ ຄັ້ງ​ທີ 6

ກອງ​ປະ​ຊຸມ​ສົນ​ທະ​ນາ​ນະ​ໂຍ​ບາຍ​ປ້ອງ​ກັນ​ຊາດ ຫວຽດ​ນາມ - ລາວ ຄັ້ງ​ທີ 6

ຕອນ​ເຊົ້າ​ວັນ​ທີ 03 ເມ​ສາ, ຢູ່​ສຳ​ນັກ​ງານກອ​ງ​ບັນ​ຊາ​ການ​ທະ​ຫານ​ເຂດ 5, ນະ​ຄອນ ດ່າ​ໜັງ ໄດ້​ດຳ​ເນີນກອງ​ປະ​ຊຸມ​ສົນ​ທະ​ນາ​ນະ​ໂຍ​ບາຍ​ປ້ອງ​ກັນ​ຊາດ ຫວຽດ​ນາມ - ລາວ ຄັ້ງ​ທີ 6. ທ່ານ ພົນ​ໂທ ຫງວຽນ​ເຈື່ອງ​ຖັງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ແລະ ທ່ານພົນ​ໂທ ສາຍ​ໃຈ ກົມ​ມະ​ສິດ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ລາວ, ເສ​ນາ​ທິ​ການ​ໃຫຍ່ກອງ​ທັບ​ປະ​ຊາ​ຊົນ​ລາວ, ເປັນ​ປະ​ທານ​ຮ່ວມ.

Top