“ກອງປະຊຸມຄັ້ງນີ້ໄດ້ດຳເນີນໃນສະພາບການທີ່ພິເສດທີ່ສຸດ. ນີ້ແມ່ນກອງປະຊຸມການຕ່າງປະເທດຄັ້ງທຳອິດທີ່ໄດ້ຈັດຂຶ້ນພາຍຫຼັງຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ແລະ ຫວຽດນາມ ຫາກໍ່ຈັດຕັ້ງສຳເລັດການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະພາປະຊາຊົນທຸກຂັ້ນ..."
ທ່ານ ເລຮວ່າຍຈູງ ລັດຖະມົນຕີການຕ່າງປະເທດ ຫວຽດນາມ (ພາບ: VNA)
ວັນທີ 01 ສິງຫາ, ກອງປະຊຸມການຕ່າງປະເທດຄັ້ງທີ 33 ຈະໄຂຂຶ້ນຢູ່ຮ່າໂນ້ຍ. ໃນການຕອບສຳພາດຕໍ່ສື່ມວນຊົນກ່ອນເວລາດຳເນີນກອງປະຊຸມ, ທ່ານ ເລຮວ່າຍຈູງ ລັດຖະມົນຕີການຕ່າງປະເທດ ຫວຽດນາມ ເນັ້ນໜັກວ່າ:
“ກອງປະຊຸມຄັ້ງນີ້ໄດ້ດຳເນີນໃນສະພາບການທີ່ພິເສດທີ່ສຸດ. ນີ້ແມ່ນກອງປະຊຸມການຕ່າງປະເທດຄັ້ງທຳອິດທີ່ໄດ້ຈັດຂຶ້ນພາຍຫຼັງຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ແລະ ຫວຽດນາມ ຫາກໍ່ຈັດຕັ້ງສຳເລັດການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະພາປະຊາຊົນທຸກຂັ້ນ. ສິ່ງພິເສດທີ່ສຸດແມ່ນ, ນີ້ແມ່ນກອງປະຊຸມການຕ່າງປະເທດຄັ້ງທຳອິດໃນສັງກາດໃໝ່ ທີ່ໄດ້ຮັບການກຳນົດໃນກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ດ້ວຍບັນດາເປົ້າໝາຍພັດທະນາມຸ່ງໄປເຖິງປີ 2030 ແລະ 2045, ໂດຍສະເພາະແມ່ນສະພາບການກອງປະຊຸມສູນກາງພັກຄັ້ງທີ 3 ຫາກໍ່ປະຊຸມ ແລະ ຮັບຮອງເອົາມະຕິວ່າດ້ວຍຮູບແບບພັດທະນາໃໝ່. ລັກສະນະພິເສດທີສອງແມ່ນ ກອງປະຊຸມຖືກຈັດຂຶ້ນພາຍຫຼັງທີ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ໄດ້ກຳນົດເປັນຄັ້ງທຳອິດວ່າ ການພົວພັນຕ່າງປະເທດ ແລະ ເຊື່ອມໂຍງສາກົນ ແມ່ນໜ້າທີ່ສຳຄັນ ແລະ ເປັນປະຈຳ”.
ກອງປະຊຸມການຕ່າງປະເທດຄັ້ງນີ້ ໄດ້ວາງອອກເປົ້າໝາຍ ກ່ອນອື່ນໝົດແມ່ນຕ້ອງເຊື່ອມຊຶມ ແລະ ຍົກສູງສະຕິຄວາມຮັບຮູ້ກ່ຽວກັບສະພາບການໃໝ່ ແລະ ໜ້າທີ່ໃໝ່. ຈາກນັ້ນ, ມີຈິນຕະນາການໃໝ່ ແລະ ວິທີເຮັດໃໝ່ ເພື່ອຮັບໃຊ້ບັນດາໜ້າທີ່ໃໝ່ອ່ຽມທີ່ສຸດ, ສະຫງ່າລາສີທີ່ສຸດ ແຕ່ກໍໜັກໜ່ວງທີ່ສຸດ ສຳລັບຂະແໜງການຕ່າງປະເທດໃນໄລຍະຈະມາເຖິງ, ໃນການປະສານສົມທົບລະຫວ່າງບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ພາຍໃຕ້ການນຳພາ ແລະ ການບໍລິຫານຂອງພັກ ແລະ ລັດ.
(ແຫຼ່ງຄັດຈາກ VOV)