• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະຊຸມ​ວິ​ສາ​ມັນ​ຄັ້ງ​ທີ 1 ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ XVI ຈະ​ດຳ​ເນີນ​ໃນ​ອາ​ທິດ​ໜ້າ

ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ຫາ​ກໍ່​ອອກ​ໜັງ​ສື​ຮ​ຽກ​ໂຮມ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ເຂົ້າ​ຮ່ວມກອ​ງ​ປະ​ຊຸມ​ວິ​ສາ​ມັນ​ຄັ້ງ​ທີ 1, ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ XVI, ເຊິ່ງ​ຈະ​ດຳ​ເນີນ​ແຕ່​ວັນ​ທີ 3 – 24 ສິງ​ຫາ. ສະ​ພາ​ແຫ່ງ​ຊາດ​ຈະ​ໂຮມ​ປະ​ຊຸມ​ຢູ່​ຫໍ​ສະ​ພາ​ແຫ່ງ​ຊາດໃນ 2 ງວດ.
  (ພາບ: VNA)  

ງວດ​ທີ 1 ນັບ​ແຕ່​ວັ​ນ​ທີ 3 – 13 ສິງ​ຫາ, ງວດ​ທີ 2 ແຕ່​ວັນ​ທີ 19 – 24 ສິງ​ຫາ. ໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້, ສະ​ພາ​ແຫ່ງ​ຊາດ​ຈະ​ພິ​ຈາ​ລະ​ນາ​ຮັບ​ຮອງ​ເອົາ​ກົດ​ໝາຍ, ມະ​ຕິນິ​ຕິ​ກຳ 19 ສະ​ບັບ; ພິ​ຈາ​ລະ​ນາ​ໃຫ້​ຄຳ​ເຫັນ​ເບື້ອງ​ຕົ້ນ​ສຳ​ລັບ 7 ຮ່າງ​ກົດ​ໝາຍ, ຕັດ​ສິນ 5 ເນື້ອ​ໃນ​ສຳ​ຄັນ​ຂຶ້ນ​ກັບ​ສິດ​ອຳ​ນາດ ແລະ ເນື້ອ​ໃນ​ອື່ນ. ມີ​ເນື້ອ​ໃນ​ສຳ​ຄັນ​ຈຳ​ນວນ​ໜຶ່ງ​ກໍ​ຈະ​ໄດ້​ຍື່ນ​ສະ​ເໜີ, ເຊິ່ງ​ກ່ຽວ​ຂ້ອງ​ເຖິງ​ໂຄງ​ການ​ໂຮງ​ງານ​ໄຟ​ຟ້າ​ນິວ​ເຄຼຍ ນິງ​ທ້ວນ; ກົດ​ໝາຍ​ວ່າ​ດ້ວຍ​ກາ​ນ​ພັດ​ທະ​ນາ​ຕົວ​ເມືອງ; ກົດ​ໝາຍ​ວ່າ​ດ້ວຍ​ການ​ປັບ​ປຸງ, ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ 9 ສະ​ບັບ​ກ່ຽວ​ກັບ​ການ​ທະ​ຫານ, ການ​ປ້ອງ​ກັນ​ຊາດ; ແຜນ​ຮ່າງ​ສ້າງ​ຕັ້ງ​ນະ​ຄອນ ກວາງ​ນິງ ຂຶ້ນ​ກັບ​ສູນ​ກາງ… ສະ​ພາ​ແຫ່ງ​ຊາດ ຄາດ​ຄະ​ເນຈະ​ໃຫ້​ຄຳ​ເຫັນ​ຄັ້ງ​ທຳ​ອິດແກ່​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ທີ່​ດິນ (ສະ​ບັບ​ປັບ​ປຸງ); ກົດ​ໝາຍ​ວ່າ​ດ້ວຍ​ການ​ດຳ​ເນີນ​ທຸ​ລະ​ກິດ​ອະ​ສັງ​ຫາ​ລິ​ມະ​ຊັບ (ສະ​ບັບ​ປັບ​ປຸງ); ກົດ​ໝາຍ​ວ່າ​ດ້ວຍ​ເຮືອນ​ຢູ່ (ສະ​ບັບ​ປັບ​ປຸງ); ຮ່າງ​ປະ​ມວນ​ກົດ​ໝາຍ​ວ່າ​ດ້ວຍ​ອາ​ຍາ (ສະ​ບັບ​ປັບ​ປ​ງຸ)…

ນອກ​ຈາກ​ນັ້ນ​ແລ້ວ, ບັນ​ດາ​ຜູ້​ແທນ​ກໍ​ໄດ້​ປຶກ​ສາ​ຫາ​ລື, ຮັບ​ຮອງ​ເອົາຮ່າງ​ກົດ​ໝາຍ​ອື່ນໆ​ຕາມ​ຂັ້ນ​ຕອນ​ຂອງສະ​ໄໝປະ​ຊຸມ.

(ແຫຼ່ງຄັດຈາກ VOV)

ສ້າງ​ຍຸດ​ທະ​ສາ​ດ​ພັດ​ທະ​ນາ​ສິນ​ໃນ​ນ້ຳ​ແບບ​ຍືນ​ຍົງ​ບົນ​ພື້ນ​ຖານ​ມະ​ຕິ​ກ່ຽວ​ກັບ​ເສດ​ຖະ​ກິດ​ທະ​ເລ

ສ້າງ​ຍຸດ​ທະ​ສາ​ດ​ພັດ​ທະ​ນາ​ສິນ​ໃນ​ນ້ຳ​ແບບ​ຍືນ​ຍົງ​ບົນ​ພື້ນ​ຖານ​ມະ​ຕິ​ກ່ຽວ​ກັບ​ເສດ​ຖະ​ກິດ​ທະ​ເລ

ເວ​ລາ​ຜ່ານ, ມາບັນ​ດາ​ຂະ​ແໜງ​ການ, ທ້ອງ​ຖິ່ນ​ໄດ້​ສຸມ​ໃສ່​ສຳຫຼວດກວດ​ຄືນ, ແກ້​ໄຂ​ບັນ​ດາ​ຂໍ້​ຕິດ​ຂັດ​ຕ​າມ​ການ​ສະ​ເໜີ​ຂອງ​ຄະ​ນະ​ກຳ​ມະ​ການ​ເອີ​ລົບ (EC), ເພີ່ມ​ທະ​ວີ​​ເຄື່ອງ​ອຸ​ປະ​ກອນ​ຕິດ​ຕາມ​ການ​ເດີນ​ທາງ (VMS) ແລະ ຕິດ​ຕາມ​ກຳ​ປັ່ນ​ຫາ​ປາ​ຜ່ານ​ລະ​ບົບ VMS

Top